ເຫລົ້າ​ຂາວ​ເຫລົ້າ​ລາວ​ກິນ​ແລ້ວ​ມັນ​ແຊບ​ອີ່​ຫລ​ີ່ ສົ່ງ​ອອກ​ຈ່ຳ​ໜ່າຍ ສ​ປ ຈີນ

SA Game

ຂ​ປ​ລ

ບໍລິສັດ ຜະລິດເຫລົ້າຂາວເມືອງຄົງເຊໂດນ ຜະລິດເຫລົ້າຂາວ​ສົ່ງ​ອອກໄປຈຳໜ່າຍຢູ່ ສປ ຈີນ

ຖື​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ວິ​ສ​ກີ​ລາວ ຫລື ເຫລົ້າ​ຂາວ​ລາວ​ໄດ້​ສົ່ງ​ອອກ​ຈ່ຳ​ໜ່າຍນ​ອອກ​ປະ​ເທດ​ເຊິ່ງ ບໍລິສັດ ຜະລິດເຫລົ້າຂາວເມືອງຄົງເຊໂດນ ຈຳກັດຜູ້ດຽວ ເຊັນສັນຍາຮ່ວມທຸລະກິດ ກັບ ບໍລິສັດ ການຄ້າກວາງໂຈ ຈຳກັດ ແລະ ບໍລິສັດ ປັກກິ່ງສີຊຽງ ຢູ້ຍຫລົງ ເພື່ອສົ່ງຜະລິດຕະພັນເຫລົ້າຂາວເມືອງຄົງເຊໂດນ ແຂວງສາລະວັນ ໄປຈຳໜ່າຍຢູ່ ສປ ຈີນ

ໃນວັນທີ 9 ກຸມພາ 2022 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ໄຊຍະເດດ ພານທອງ ປະທານບໍລິສັດ ຜະລິດຕະພັນເຫລົ້າຂາວເມືອງຄົງເຊໂດນ ຈຳກັດຜູ້ດຽວ, ທ່ານ ລີຊື່ຕ້າວ ປະທານບໍລິສັດ ການຄ້າກວາງໂຈ ຈຳກັດ ແລະ ບໍລິສັດ ປັກກິ່ງ ສີຊ້ຽງຢູ້ຍຫລົງ ຈຳກັດ, ມີ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ, ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ເຊິ່ງການຈຳໜ່າຍ ຜະລິດຕະພັນເຫລົ້າຂາວເມືອງຄົງເຊໂດນ ແມ່ນຈະໄດ້ວາງຂາຍໃນຮູບແບບອອນລາຍ ຂອງບໍລິສັດ ການຄ້າກວາງໂຈ ຈຳກັດ ແລະ ບໍລິສັດ ປັກກິ່ງ ສີຊ້ຽງຢູ້ຍຫລົງ ຈຳກັດ, ເຊິ່ງສັນຍາດັ່ງກ່າວ ມີອາຍຸ 1 ປີ ແລະ ມີຜົນສັກສິດນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

SA Game
ຂ​ປ​ລ

ທ່ານ ໄຊຍະສັກ ພານທອງ ຮອງປະທານບໍລິສັດ ຜະລິດຕະພັນເຫລົ້າຂາວເມືອງຄົງເຊໂດນ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ໂຮງງານຜະລິດເຫລົ້າຂາວ ເມືອງຄົງເຊໂດນ ສ້າງຕັ້ງໃນປີ 2002 ຢູ່ບ້ານນາແພງ ເມືອງຄົງເຊໂດນ ແຂວງສາລະວັນ ໂດຍໄດ້ຮຽນຮູ້ ແລະ ສືບທອດມູນເຊື້ອຖິ່ນກຳເນີດເຫລົ້າຂາວໝໍ້ນ້ອຍ ຕໍ່ມາປີ 2004 ໄດ້ຜັນປ່ຽນມາຜະລິດດ້ວຍລະບົບ 2 ບວກ 3 ກໍຄື ໃຫ້ປະຊາຊົນ ໃຊ້ພື້ນທີ່ ແລະ ແຮງງານ, ທາງບໍລິສັດແມ່ນໃຫ້ທຶນ, ພາຫະນະ ແລະ ການຕະຫລາດ, ມາໃນປີ 2005 ຜະລິດຕະພັນເຫລົ້າຂາວເມືອງຄົງເຊໂດນ ໄດ້ຮັບການຄັດເລືອກເປັນຜະລິດຕະພັນທີ່ໄດ້ຄຸນນະພາບ ແລະ ໄດ້ຮັບລາງວັນ ໂລ້ຄຳຂອງສະພາການຄ້າ.

ພາຍຫລັງໄດ້ຮັບລາງວັນດັ່ງກ່າວ, ປະຊາຊົນຈຶ່ງໄດ້ເຫັນຄວາມສໍາຄັນ ແລະ ມີຄວາມກະຕືລືລົ້ນເຂົ້າຮ່ວມຕົ້ມເຫລົ້າຂາວໜໍ້ນ້ອຍ ສະໜອງໃຫ້ບໍລິສັດເຫລົ້າຂາວເມືອງຄົງ ເພື່ອບັນຈຸ, ຫຸ້ມຫໍ ແລະ ຈັດສົ່ງຈຳໜ່າຍທ້ອງຕະຫລາດພາຍໃນ.

SA Game
ຂ​ປ​ລ

ທ່ານ ໄຊຍະສັກ ພານທອງ ຍັງໃຫ້ຮູ້ອີກວ່າ: ໂດຍເຫັນໄດ້ທ່າແຮງດັ່ງກ່າວ, ບໍລິສັດພວກເຮົາຈຶ່ງໄດ້ເຈລະຈາກັບ ບໍລິສັດ ປັກກິ່ງສີຊຽງ ຢູ້ຍຫລົງ ເພື່ອສະໜອງເຫລົ້າຂາວໄປຈຳໜ່າຍຢູ່ ສປ ຈີນ. ຫລັງຈາກນັ້ນ, ບໍລິສັດເຫລົ້າຂາວ ເມືອງຄົງເຊໂດນ ໄດ້ມີແນວຄິດຜັນຂະຫຍາຍວຽກເຮັດງານທຳ ແກ່ປະຊາຊົນພາຍໃນເມືອງຄົງເຊໂດນ ຈຶ່ງໄດ້ສະເໜີຕໍ່ພາກລັດ ເພື່ອສ້າງນິຄົມອຸດສະຫະກຳຕົ້ມເຫລົ້າໜໍ້ນ້ອຍແບບຊຸມຊົນ ເພື່ອຕອບສະໜອງຄວາມຕ້ອງການທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງການສ້າງຕັ້ງນິຄົມອຸສະຫະກຳຕົ້ມເຫລົ້າໜໍ້ນ້ອຍໃນຄັ້ງນີ້ ຈະສ້າງຜົນປະໂຫຍດໃຫ້ແກ່ທຸກຝ່າຍກໍຄື: ຮັກສາຖິ່ນກຳເນີດ ແລະ ມູນເຊື້ອເຫລົ້າຂາວໜໍ້ນ້ອຍທີ່ມີຍາວນານ; ເພື່ອຮັກສາສິ່ງແວດລອ້້ມ ແລະ ຄຸນນະພາບພະລິດຕະພັນເຫລົ້າຂາວ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸກຍູ້ລາຍຮັບເຂົ້າງົບປະມານເມືອງຢ່າງເປັນລະບົບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປະເທດລາວ Pathedlao