ການ​ທ່ອງ​ທ່ຽ​ວ​ຕັ້ງ​ເປົ້າ​ໃຫ້​ໄດ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ລາວ1ລ້ານ​ກວ່າ​ຄົນ​ປີ 2022

SA Game

ເຮຮາການເງິນ

ການທ່ອງທ່ຽວຢູ່ລາວເລີ່ມກັບມາຟົດຟື້ນອີກຄັ້ງຕັ້ງ​ເປົ້າ​ໃຫ້​ໄດ້​ນັກ​ທ່ອງ​ທ່ຽວ​ບໍ່​ຕ່ຳ​ກວ່າ​ລ້ານ​ຄົນ

ຫລັງຈາກລັດຖະບານເປີດຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທທ່ອງທ່ຽວສີຂຽວນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນມາ, ປັດຈຸບັນ ເຖີງວ່າຍັງຢູ່ໃນໄລຍະ ທີ 1 ເຫັນວ່າການທ່ອງທ່ຽວຢູ່ລາວເລີ່ມກັບມາຟົດຟື້ນອີກຄັ້ງ ໂດຍສະເພາະການທ່ອງທ່ຽວພາຍໃນປະເທດຢູ່ຫຼາຍທ້ອງຖິ່ນ ເປັນຕົ້ນ: ເມືອງວັງວຽງ, ແຂວງວຽງຈັນ, ແຂວງຫລວງພະບາງ, ແຂວງຈໍາປາສັກ ແລະ ອື່ນໆ.

ສ່ວນການທ່ອງ ທ່ຽວລະຫວ່າງປະເທດ, ປັດຈຸບັນ ມີຫຼາຍກວ່າ 40 ບໍລິສັດທີ່ໄດ້ຂຶ້ນທະບຽນນໍາສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອເຂົ້າຮ່ວມການຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ, ແຕ່ໃນໄລຍະທີ່ລາວເຮົາເປີດຮັບນັກທ່ອງທ່ຽວຕ່າງປະເທດ ມີຫຼາຍປະເທດປະສົບກັບການລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄຣອນ ເຮັດໃຫ້ການເດີນ ທາງຂອງນັກທ່ອງທ່ຽວຕ້ອງຢຸດສະງັກໄປ. ຢ່າງໃດກໍຕາມ ມາຮອດປັດຈຸບັນ ມີນັກທ່ອງທ່ຽວຈໍານວນໜຶ່ງຈາກ ສ.ເກົາ ຫລີ ແລະ ປະເທດອື່ນໆ ໄດ້ເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວຂອງລາວແລ້ວ.

SA Game
ເຮຮາການເງິນ
ຮອງລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ຕື່ມວ່າ: ຜ່ານການເປີດຮັບນັກທ່ອງທ່ຽວຕ່າງປະເທດ ມາຮອດປັດຈຸ ບັນ, ຄຽງຄູ່ກັບຈຸດດີ ຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ແກ້ໄຂໃຫ້ດີຂຶ້ນ ເປັນຕົ້ນ:

ອັດຕາການສັກວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19 ຢູ່ບາງທ້ອງຖິ່ນທີ່ເປີດເປັນເຂດທ່ອງທ່ຽວສີຂຽວຍັງບໍ່ບັນລຸຕາມຄາດໝາຍ, ຄວາມເຂົ້າໃຈຂອງສັງຄົມຕໍ່ເຂດທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວບໍ່ທັນເລິກເຊີ່ງ, ຄວາມພ້ອມຂອງຫຼາຍຂະແຫນງການໃນການກະກຽມຕ້ອນຮັບນັກທ່ອງທ່ຽວບໍ່ທັນດີ, ສະຖານປິ່ນປົວໃນກໍລະນີມີນັກທ່ອງທ່ຽວຕ່າງປະເທດຕິດເຊື້ອພະຍາດໂຄວິດ-19 ເຖີງວ່າສາມາດຮອງຮັບໄດ້ແຕ່ຄວາມພ້ອມບໍ່ທັນສູງເທົ່າທີ່ຄວນ.

ນອກຈາກນີ້ ລາວເຮົາຍັງອາໃສເສັ້ນທາງຂອງປະເທດອື່ນເພື່ອເຊື່ອມໂຍງການທ່ອງທ່ຽວເຂົ້າມາລາວເຊີ່ງອາດເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວຕ່າງປະເທດມີຄວາມຫຍຸ້ງຍາກສົມຄວນ.

SA Game
ພາບ​: laoedaily.com.la
ສໍາລັບການເປີດຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວຂອງລາວ ແບ່ງເປັນ 3 ໄລຍະ ຄື: ໄລຍະທີ 1: ເລີ່ມແຕ່ ວັນທີ 1 ມັງກອນ ຫາ ວັນທີ 30 ມີນາ, ໄລຍະທີ 2: ເລີ່ມແຕ່ວັນທີ 1 ເມສາ ຫາ ວັນທີ 30 ມິຖຸນາ ​ແລະ ໄລຍະທີ 3: ເລີ່ມແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

ສ່ວນຄາດໝາຍສູ້ຊົນຂອງລັດຖະບານໃນປີ 2022 ຈະດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນໃຫ້ໄດ້ຫຼາຍກວ່າ 1.077.002 ເທື່ອຄົນ ແລະ ສ້າງລາຍຮັບ 271.725.235 ໂດລາສະຫະລັດ ໃນກໍລະນີທີ່ການລະບາດຂອງພະ ຍາດໂຄວິດ19 ຫຼຸດລົງ ແລະ ມີການຜ່ອນຜັນເປີດດ່ານສາກົນ, ລວມເຖີງດ່ານສາກົນ ລາວ-ຈີນ ຕາມເສັ້ນທາງລົດໄຟ ລາວ-ຈີນ, ພ້ອມນີ້ ຈະສູ້ຊົນສົ່ງເສີມນັກທ່ອງທ່ຽວພາຍໃນ ”ລາວທ່ຽວລາວ” ໃຫ້ໄດ້ 1.966.001 ເທື່ອຄົນ ແລະ ສ້າງເງິນໝູນວຽນ 153.345.078 ໂດລາສະຫະລັດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao Youth Radio