ຕ້ອງ​ໄດ້​ປ່ຽນ ທຸ​ລະ​ກິດ​ທ່ອງ​ທ່ຽວ​ເລີມ​ເນັ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ຫລາຍ​ຂື້ນ

SA Game

ເຮຮາການເງິນ

​ການທ່ອງທ່ຽວລາວເລີມ​ຄືກ​ຄັກ​ອີກ​ຄັ້ງ​ຫລາຍ​ແຫລ່ງ​ທ່ອງ​ທ່ຽວ​ເລັງ​ໃສ່​ນັກ​ທ່ອງ​ທ່ຽວ​ພາຍ​ໃນ.

ການ​ທ່ອງ​ທ່ຽວ​ເລີມ​ກັບ​ມາ​ຄືກ​ຄື້ນ​ອີກ​ຄັ້ງ​ຫລັງ​ຈາກ​ການ​ລະ​ບາດ​ຂອງ​ໂຄວິດ-19 ເລີມ​ຄວບ​ຄຸມ​ໄດ້ ແລະ ທາງ​ລະ​ຖະ​ບານ​ໄດ້​ມີ​ມາດ​ຕະ​ການ​ຜ່ອນ​ຜັນ​ຫລາຍໆ​ທຸ​ລະ​ກິດ​ເລີມ​ມີ​ການ​ເຄືອນ​ໄຫວ ແລະ ເນັ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຫລາຍ​ຂື້ນ.

 ອີງຕາມບົດສະຫລຸບວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:

ອີງຕາມແຜນຟື້ນຟູການທ່ອງທ່ຽວ ສໍາລັບປີ 2021-2025 ທີ່ໄດ້ຮັບຮອງໃນວັນທີ 21 ກໍລະກົດ 2021 ທີ່ຜ່ານມາ, ການລະບາດຂອງພະຍາດໂຄວິດ-19 ໃນລະຫວ່າງເດືອນ ເມສາ ປີ 2020 ຈົນເຖິງເດືອນກັນຍາ ປີ 2021 ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກໍາການທ່ອງທ່ຽວຂອງລາວ ເຮັດໃຫ້ລະບົບຕ່ອງໂສ້ການທ່ອງທ່ຽວລາວຢຸດສະຫງັກເກືອບທັງໝົດ, ຫລາຍໆ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໄດ້​ຍຸດ​ຕິ​ລົງ.

SA Game
ເຮຮາການເງິນ
ປັດຈຸບັນ, ປະມານ 70% ຂອງທຸລະກິດການທ່ອງທ່ຽວລາວ ໄດ້ປັບປ່ຽນມາສູ່ຕະຫລາດພາຍໃນປະເທດ ແລະ ຕັ້ງເປົ້າໝາຍການຕະຫລາດໃໝ່, ຂະຫຍາຍການຂາຍທາງອອນລາຍ ແລະ ໂຄສະນາທາງອອນລາຍ ເນື່ອງຈາກໃນປີ 2020 ຈໍານວນນັກທ່ອງທ່ຽວສາກົນທີ່ມາທ່ຽວ ສປປ ລາວ ໄດ້ຫລຸດລົງເຖິງ 91,5% ແລະ ຂາດລາຍຮັບຫລາຍກວ່າ 86% ເມື່ອທຽບໃສ່ປີ 2019, ຍິງໄປກວ່ານັ້ນ, ໃນປີ 2021 ສປປ ລາວ ແມ່ນບໍ່ມີຕົວເລກນັກທ່ອງທ່ຽວສາກົນເລີຍ ຍ້ອນສະພາບການປິດດ່ານສາກົນ ແລະ ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າ-ອອກປະເທດ.

ຜົນກະທົບດັ່ງກ່າວ, ເປັນສາເຫດຕົ້ນຕໍເຮັດໃຫ້ແຮງງງານໃນຂະແໜງການທ່ອງທ່ຽວ (ທາງກົງ ແລະ ທາງອ້ອມ) ໄດ້ຮັບຜົນກະທົບເກືອບທັງໝົດ ເຊັ່ນ: ບໍ່ໄດ້ຮັບຄ່າແຮງງານ, ຖືກພັກວຽກຊົ່ວຄາວ ແລະ ຖາວອນ, ຖືກຕັດເງິນເດືອນ. ຜູ້ປະ ກອບການທຸລະກິດການທ່ອງທ່ຽວພົບກັບບັນຫາໜີ້ສິນເພີ່ມຂຶ້ນ, ຄັງເງິນສົດສໍາຮອງໝົດ ແລະ ໄດ້ແບກຫາບພາລະຄ່າໃຊ້ຈ່າຍບໍລິຫານຕ່າງໆ ເຊັ່ນ: ຄ່ານໍ້າ, ຄ່າໄຟຟ້າ ແລະ ອື່ນໆ.

SA Game
ເຮຮາການເງິນ
ຜົນກະທົບດັ່ງກ່າວ, ໄດ້ເຮັດໃຫ້ທຸລະກິດທ່ອງທ່ຽວຂອງລາວ ປະມານ 30% ໄດ້ປິດກິດຈະການແບບຖາວອນ ຍ້ອນບໍ່ສາມາດປະຄອງທຸລະກິດໃຫ້ຢູ່ລອດໄດ້. ບົດສະຫຼູບໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ, ສະຖານທີ່ທ່ອງທ່ຽວທາງທໍາມະຊາດ ມີ 1.145 ແຫ່ງ, ວັດທະນະທໍາ 534 ແຫ່ງ, ປະຫວັດສາດ 278 ແຫ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ນສພ ປະເທດລາວ