ເສັ້ນທາງລົດໄຟ ລາວ-ຈີນ ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທາງ​ຄວາມ​ໄວ​ສູງ

SA Game

ຂ​ປ​ລ

ເສັ້ນ​ທາງປະເທດລາວຈະ​ກາຍ​ເປັນເສັ້ນທາງຄວາມໄວສູງ ແຫ່ງການພັດທະນາດ້ວຍລົດໄຟ ລາວ-ຈີນ

 ໄດ້ມີ​ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມ ເປັນໄປໄດ້ ໂຄງການບຳບັດນ້ຳເປື້ອນໃນຮ່ອງແຊງ ນະຄອນຫລວງວຽງຈັນ ຢ່າງເປັນທາງການໃນວັນທີ 8 ກໍລະກົດ2022ນີ້, ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງສວນ ສາທາລະນະສີຂຽວແຫ່ງໜຶ່ງ ທີ່ມີທີວທັດປະເພດຕ່າງໆ ຢູ່ນະຄອນຫລວງ ວຽງຈັນ ເພື່ອເຮັດໃຫ້ຊາວນະຄອນຫລວງວຽງຈັນ ແລະນັກທ່ອງທ່ຽວ ມີການສຳຜັດ ແລະຄວາມຮູ້ສຶກທີ່ມີເອກະລັກພິເສດ.

ໂຄງການບຳບັດນ້ຳເປື້ອນໃນຮ່ອງແຊງ ນະຄອນຫລວງວຽງຈັນ ເປັນໝາກຜົນຂອງການພັດທະນາຢ່າງວ່ອງໄວຂອງຕົວເມືອງ, ການສ້າງ ສວນສາທາລະນະຢູ່ໃນຕົວເມືອງ ສາມາດຍົກສູງຄຸນນະພາບຊີວິດ ການເປັນຢູ່ ແລະສຸຂະພາບຂອງຊາວເມືອງ ເຊິ່ງມີບົດບາດສຳຄັນໃນການ ພັດທະນາຕົວເມືອງ. ການສ້າງສວນສາທາລະນະສີຂຽວ ຢູ່ນະຄອນຫລວງ ວຽງຈັນ ເປັນບາດກ້າວທຳອິດທີ່ປະເທດລາວ ປັບປຸງກໍ່ສ້າງຕົວເມືອງ ໃຫ້ທັນສະໄໝ ໃນຂະນະທີ່ເສດຖະກິດແຫ່ງຊາດ ກ້າວເຂົ້າສູ່ເສັ້ນທາງ ພັດທະນາຄວາມໄວສູງໂດຍພາຍຫລັງເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ.

SA Game
ຂ​ປ​ລ

ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງ ໄດ້ຫລຸດຕົ້ນທຶນ ການຂົນສົ່ງສິນຄ້າໜ້ອຍລົງຢ່າງຫລວງຫລາຍ, ຢາງພາລາ, ປຸ໋ຍ ແລະ ດອກໄມ້ສົດຂອງລາວທີ່ສົ່ງອອກໄປຈີນ ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ. ໃນໄລຍະທີ່ທາງລົດໄຟ ລາວ-ຈີນ ເປີດນຳໃຊ້ເປັນເວລາພຽງ 3 ເດືອນ ເທົ່ານັ້ນ, ການໄດ້ປຽບດຸນການຄ້າກັບຈີນຂອງລາວ ກໍໄດ້ບັນລຸເຖິງ 41 ລ້ານໂດລາສະຫະລັດແລ້ວ. ໃນຂະນະທີ່ທາງລົດໄຟ ລາວ-ຈີນ ໄດ້ເລັ່ງຄວາມ ໄວການພັດທະນາການຂົນສົ່ງສິນຄ້າ, ທາງລົດໄຟດັ່ງກ່າວ ຍັງໄດ້ຊຸກຍູ້ການ ພັດທະນາຂອງຂະແໜງການທ່ອງທ່ຽວຢູ່ລຽບຕາມເສັ້ນທາງ ໂດຍໄດ້ເຮັດ ໃຫ້ການຄົມມະນາຄົມ, ໂຮງແຮມ, ສາທາລະນະສຸກ ແລະອີກຫລາຍຂະແໜງ ການໄດ້ຮັບການພັດທະນາຢ່າງວ່ອງໄວ. ຫລັງຈາກເສດຖະກິດມີການ ພັດທະນາແລ້ວ, ຊີວິດການເປັນຢູ່ຂອງປະຊາຊົນກໍມີຄວາມສຸກຫລາຍຂຶ້ນ. ພ້ອມກັນນັ້ນ ກໍມີຄວາມຮຽກຮ້ອງຕ້ອງການທີ່ສູງກວ່າເກົ່າ ຕໍ່ການ ພັດທະນາ ແລະການກໍ່ສ້າງຕົວເມືອງ. ໂຄງການບຳບັດນ້ຳເປື້ອນໃນ ຮ່ອງແຊງ ນະຄອນຫລວງວຽງຈັນ ກໍເປັນການຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການດັ່ງກ່າວ.

SA Game
ຂ​ປ​ລ

ຄຽງຄູ່ກັບເສດຖະກິດສັງຄົມຂອງລາວໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັ້ງ, ປະຊາຊົນລາວກໍຈະມີຄວາມຮຽກຮ້ອງຕ້ອງການຕໍ່ກັບລະດັບຊີວິດ ການເປັນຢູ່ຂອງຕົນສູງກວ່າເກົ່າ. ສະນັ້ນ, ທ້ອງຖິ່ນຕ່າງໆຂອງລາວກໍຍິນດີ ຈະເລີ່ມສ້າງສວນສາທາລະນະສີຂຽວຢູ່ໃນຕົວເມືອງໃຫ້ຫລາຍກວ່າເກົ່າ. ສ່ວນທາງລົດໄຟ ລາວ-ຈີນ ທີ່ເປັນເສັ້ນທາງຈໍລະຈອນສິນຄ້າ ທີ່ສະດວກ ທີ່ສຸດ ລະຫວ່າງ ຈີນ-ອາຊຽນ ກໍຈະສາມາດຊ່ວຍປະເທດລາວໃຫ້ມີ ການພັດທະນາດ້ານເສດຖະກິດ ແລະສ້າງຄວາມຜາສຸກໃຫ້ແກ່ຊີວິດ ການເປັນຢູ່ຂອງປະຊາຊົນ ໃນຖານະທີ່ເປັນແຮງຊ່ວຍປະເທດລາວອີກ ບາດກ້າວໜຶ່ງທີ່ຈະກ້າວເຂົ້າສູ່ເສັ້ນທາງຄວາມໄວສູງແຫ່ງການພັດທະນາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ