ໝົດ​​ເຂດ! ອົດ​ສະ​ຕາ​ລ​ີ​ໂຈະ​ການ​ຮັບ​ແຮງ​ງານ​ດ້ານ​ກະ​ສິ​ກຳ​ຈາກ​ຕ່າງ​ປະ​ເທດ

SA Game

ຮສສ

ອົົດສະຕາລີຢຸດຮັບເອົາແຮງງານດ້ານກະສິກຳເຂົ້າໄປເຮັດວຽກ ຢູ່ພາຍໃນປະເທດ.

ໃນວັນທີ 7 ກໍລະກົດ 2022 ທີ່ຜ່ານມາ, ອີງຕາມບົດບັນທຶກຜົນຂອງການພົບປະກັນລະຫວ່າງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ ) ກັບ ທ່ານ Paul Kelly ເອກອັກຄະລັດສະທູດອົດສະຕາລີ ປະຈຳ ສປປລາວ, ຂະນະທີ່ ທ່ານລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າພົບປະ ແລະ ປຶກສາຫາລືວຽກງານຂອງທ່ານ ເອກອັກຄະລັດສະທູດອົດສະຕາລີ ປະ ຈຳ ສປປ ລາວ ພ້ອມຄະນະ

ເຊິ່ງການພົບປະໂອ້ລົມກັນຄັ້ງນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານເອກອັກຄະລັດສະທູດ ທີ່ໄດ້ຍາດເວລາມາພົບປະ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງສະຖານທູດ ອົດສະຕາລີ ທີ່ມີຕໍ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຕະຫລອດມາ, ຊຶ່ງທ່ານທູດໄດ້ຖືໂອກາດນີ້ ແຈ້ງຂ່າວກ່ຽວກັບ ວິຊ່າກະສິກຳ ທີ່ຈະມີແຜນທົດລອງເອົາແຮງງານລາວໄປເຮັດວຽກຢູ່ປະເທດ ອົດສະຕາລີ ນັ້ນ ພາຍຫລັງມີການເລືອກຕັ້ງໃນສອງເດືອນຜ່ານມາ ລັດຖະບານຊຸດ ໃໝ່ ອົດສະຕຣາລີ ໄດ້ຍົກເລີກນະໂຍບາຍ ກ່ຽວກັບ ໂຄງການວິຊ່າກະສິກຳ ໝາຍວ່າ ຈະບໍ່ມີການຮັບເອົາແຮງງານຈາກຕ່າງປະເທດເຂົ້າໄປເຮັດວຽກດ້ານກະສິກຳຢູ່ ອົດສະຕາລີ ອີກ.

SA Game
ຮສສ

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ກໍໄດ້ສະແດງຄວາມເສຍດາຍກ່ຽວກັບການຍົກເລີກ ວິຊ່າກະສິກຳ ດັ່ງກ່າວ ພາຍຫລັງ ໄດ້ຮູ້ຂ່າວວ່າຈະທົດລອງສົ່ງແຮງງານລາວໄປເຮັດວຽກຕາມວິຊ່າກະສິກຳນີ້ ບັນດາຜູ້ອອກແຮງງານລາວກໍ່ໃຫ້ຄວາມສົນໃຈຫລາຍ.

ແນວໃດກໍ່ຕາມ ໃນເມື່ອເປັນນະໂຍບາຍຂອງລັດຖະບານຊຸດໃໝ່ ຂອງ ອົດສະຕາລີ ກະຊວງ ກໍເຂົ້າໃຈ ແລະ ຫວັງວ່າຈະມີການຮ່ວມມືໃນການສົ່ງແຮງງານລາວໄປອອກແຮງງານຢູ່ປະເທດ ອົດສະຕາລີ ໃນຮູບການອື່ນໃນການໄປອອກແຮງງານຢູ່ ອົດສະຕາລີ ໃນອະນາຄົດ, ເພື່ອຊ່ວຍໃຫ້ແຮງງານລາວສາມາດເກັບກ່ຽວປະສົບການ, ຍົກສູງໃນການພັດທະນາສີມືແຮງງານ ແລະ ການສ້າງລາຍໄດ້ມາໃຫ້ແກ່ຄອບຄົວ ເປັນການປັບປຸງຊີວິດການເປັນຢູ່ຂອງຜູ້ອອກ ແຮງງານໃຫ້ດີຂຶ້ນ.

ຈາກການພົບປະຄັ້ງນີ້, ທັງສອງປະເທດ ແມ່ນຍັງບໍ່ໄດ້ມີນະໂຍບາຍໃນການທີ່ຈະສົ່ງແຮງງານລາວໄປເຮັດວຽກດ້ານກະສິກຳ ຢູ່ປະເທດ ອົດສະຕາລີ ແລະ ຍັງບໍ່ໄດ້ມີການເຊັນ MOU ໃນການຈະຈັດສົ່ງເທື່ອ, ເປັນພຽງການຫາລືເບື້ອງຕົ້ນ, ແຕ່ໃນຄວາມເປັນຈິງຂອງສັງຄົມ ແມ່ນໄດ້ມີບັນດາບໍລິສັດ ຈຳນວນໜຶ່ງ ອອກໂຄສະນາ ກ່ຽວກັບການຈັດສົ່ງແຮງງານ ແລະ ຮັັບແລ່ນເອກະສານເພື່ອໄປເຮັດວຽກຢູ່ປະເທດດັ່ງກ່າວ

SA Game
ຮສສ

ສະນັ້ນ ທາງກະຊວງ ຈຶ່ງຝາກເຕືອນພໍ່ແມ່ປະຊາຊົນລາວທຸກທົ່ວໜ້າ ຫຼື ແຮງງານລາວທີ່ກຳລັງຈະໄປເຮັດວຽກປະເທດອົດສະຕາລີ ແມ່ນໃຫ້ສຶກສາຂໍ້້ມູນໃຫ້ລະອຽດ ເພາະປັດຈຸບັນ ການຮ່ວມມືກັບປະເທດປາຍທາງ ໃນການຈະຈັດສົ່ງແຮງງານໄປເຮັດວຽກຢ່າງເປັນທາງການນັ້ນ ແມ່ນຍັງບໍ່ເທື່ອ, ທັງນີ້ກໍເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຈ້າງງານແບບຜິດກົດໝາຍ ແລະ ບໍ່ໄດ້ການປົກປ້ອງເທົ່າທີ່ຄວນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຮສສ