ເລີກ​ງາມ​ຍາມ​ດີ​ຂອງວັນ​ແຕ່ງ​ງານ​ໃນ​ຄວາມ​ເຊືອ​ຂອງ​ປະ​ເພ​ນີ​ລາວ

SA Game

DooDiDo

ການ​ແຕ່ງດອງ​ໃນ​ມື້ເລີກງາມຍາມດີເປັນ​ທີ່​ເຊືອ​ຖື ແລະ ຖືກຕ້ອງຕາມປະເພນີລາວ.

ໃນ​ປະ​ເພ​ນີ​ລາວທີ່​ມີ​ມາ​ແຕ່​ບູ​ຮານ​ນະ​ການ ເລືອງ​ເລີກ​ງາມ​ຍາມ​ດີ​ຂອງ​ການ​ແຕ່ງດອງ​ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ສິດທິກາລິຍະ ນັກປາດບູຮານລາວ ທ່ານໄດ້ໃຫ້ຄວາມເຫັນວ່າ ການແຕ່ງດອງ ເປັນພິທີສຳຄັນທີ່ສຸດຄັ້ງໜຶ່ງໃນຊີວິດ ເພາະທ່ານຖືວ່າເປັນການເອົາຄົນ ທັງຊາຍ-ຍິງ ມາຈັບຄູ່ກັນສ້າງຄອບຄົວ; ຄອບຄົວຈະໄປໃນທິດທາງໃດ? ຢູ່ທີ່ຄົນຄູ່ນີ້ຈະນຳໄປ ຊິຈະເລີນ ຫຼືເສື່ອມຖອຍ ຈະໄປລອດຫຼືບໍ່ລອດ ຈະແຍກກັນຫຼືຢູ່ດ້ວຍກັນຈົນຍາວນານ ແກ່ເຖົ້າໄປດ້ວຍກັນນັ້ນ.

ນອກຈາກການສົມພົງ ແລະບໍ່ສົມພົງກ່ຽວກັບວັນ, ເດືອນ, ປີແລ້ວ ກໍຍັງມີສ່ວນປະກອບອັນສຳຄັນອີກຢ່າງໜຶ່ງ ຄືເລີກແຕ່ງດອງ, ດັ່ງນັ້ນ, ພໍ່ບ້ານແມ່ເຮືອນ ຈຶ່ງຄວນຮູ້ສ່ວນປະກອບເຫຼົ່ານີ້ ແລ້ວຫາຫົນທາງແກ້ ຫຼືປະຕິບັດໃຫ້ຖືກຕ້ອງ ດັ່ງນີ້:

SA Game
DooDiDo
  1. ເດືອນທີ່ນິຍົມແຕ່ງດອງ ຄື ເດືອນຄູ່ ໄດ້ແກ່ ເດືອນຍີ່ (ເດືອນສອງ), ເດືອນສີ່, ເດືອນຫົກ, ເດືອນສິບ ແລະເດືອນສິບສອງ ສ່ວນເດືອນຄີກ ຄືເດືອນເກົ້າ ແຕ່ສ່ວນຫຼາຍຄົນລາວເຮົາ ຈະບໍ່ແຕ່ງ ເພາະຖືວ່າຢູ່ໃນກາງພັນສາ.
  2. ວັນແຕ່ງດອງ ນິຍົມເອົາວັນຂ້າງຂຶ້ນ ແລະຂ້າງແຮມ ບໍ່ກ່ຽວກັບວັນທີ່ ແລະວັນໃນສັບປະດາ (ອາທິດ, ຈັນ, ອັງຄານ, ພຸດ, ພະຫັດ, ສຸກ, ເສົາ) ຖືເອົາວັນຫົວຮຽງໝອນ ເປັນວັນສິລິມຸງຄຸນ.
  3. ວັນຫົວຮຽງໝອນ ການແຕ່ງດອງ ທ່ານໃຫ້ເອົາວັນຫົວຮຽງໝອນ ຫຼືຄຽງໝອນເປັນຫຼັກ ໃຫ້ເວັ້ນວັນຈົມ ແຕ່ຈະຖືກວັນຟູ ຫຼືບໍ່ນັ້ນ ບໍ່ເປັນຫຍັງ? ວັນຫົວຮຽງໝອນ ຄືວັນທີ່ຄວນແຕ່ດອງນັ້ນ ມີດັ່ງນີ້:

ຂ້າງຂຶ້ນ ໄດ້ແກ່ ຂຶ້ນ 6-7-10-11-12-13 ຄ່ຳ

ຂ້າງແຮມ ໄດ້ແກ່ ແຮມ 3-7-9-13 ຄ່ຳ
ແຕ່ງດອງ ຕາມວັນດັ່ງກ່າວນີ້ ດີນັກແລ.

ວັນຫ້າມແຕ່ງດອງ: ມີດັ່ງນີ້

  1. ຂ້າງຂຶ້ນ ເຊັ່ນ ຂຶ້ນ 1 ຄ່ຳ ຫົວສວມຂາລົງ ຄືຫັນຫົວລົງ ແລະຫົວຝ່າຍຊາຍສວມຢູ່ທີ່ຂາຝ່າຍຍິງ ບໍ່ດີ ຜູ້ຊາຍຈະຕາຍກ່ອນ; ຂຶ້ນ 14 ຄ່ຳ ຫົວສວມຂາຂຶ້ນ ຄືຫົວຝ່າຍຍິງຢູ່ທີ່ຂາຝ່າຍຊາຍ ບໍ່ດີ ຜູ້ຍິງຈະຕາຍກ່ອນ ຖ້າຂຶ້ນ 2-3-8-9-15 ຄ່ຳ ບໍ່ດີ ແຕ່ງແລ້ວຈະຢ່າຮ້າງກັນ ຢູ່ນຳກັນບໍ່ໄດ້, ຖ້າຂຶ້ນ 4-5 ຄ່ຳ ເອົາຫົວລົງບໍ່ດີ ຢູ່ດ້ວຍກັນເຄິ່ງເດືອນ ຈະຕາຍຈາກກັນ.
  2. ຂ້າງແຮມ ຖ້າແຮມ 1 ຄ່ຳ ເອົາຫົວລົງບໍ່ດີ ຢູ່ດ້ວຍກັນຈະຕາຍຈາກກັນກ່ອນເວລາອັນສົມຄວນ ຖ້າແຮມ 2-515 ຄ່ຳ ຕີນຢັນກັນ ຜູ້ຍິງຈະຕາຍເມື່ອຄອດລູກ ຖ້າແຮມ 4-10-12-14 ຄ່ຳ ຫົວຊົນກັນບໍ່ດີ; ຈະໄດ້ຢ່າຮ້າງກັນແລຯ ຖ້າແຮມ 6-8-11 ຄ່ຳ ທ່ານວ່າບໍ່ດີ ຜູ້ຍິງຈະຕາຍກ່ອນ ດັ່ງນັ້ນ, ທ່ານຈຶ່ງຫ້າມບໍ່ໃຫ້ແຕ່ງດອງ ໃນມື້ນອກຈາກຫົວຮຽງໝອນດັ່ງກ່າວມາແລ້ວ ແຕ່ຖ້າໄດ້ແຕ່ງໄປແລ້ວວິທີແກ້ກໍຄື ໃຫ້ໄຫວ້ພະສວດມົນທຸກເຊົ້າ-ຄ່ຳ ຈະມີອາຍຸຍືນນານດ້ວຍກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ມໍ​ລະ​ດົກ​ອີ​ສານ ໂດຍ ອ.ຈ ສະ​ວິງ ບຸນ​ເຈີມ ປ.ທ 9 .