ສປປ ລາວ ລຶບລ້າງການຈຳແນກແມ່ຍິງ ແລະ ໃຫ້ສິດທິສະເໝີພາບກັນ
ສປປ ລາວ ຖືເອົາການລຶບລ້າງທຸກຮູບການ ໃນການຈຳແນກແມ່ຍິງເປັນສິ່ງສຳຄັນ.
ໄດ້ມີການຈັດກອງປະຊຸມຂຶ້ນທີ່ສຳນັກງານອົງການ ສປຊ ປະຈຳນະຄອນ ເຈນິວາ, ປະເທດສະວິດເຊີແລນ ເພື່ອປະເມີນ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ສົນທິສັນຍາຊີດໍ ຂອງ ສປປ ລາວ ນັບແຕ່ການທົບທວນປະຈຳໄລຍະຄັ້ງທີ 2 ໃນ ປີ 2009 ຈົນເຖິງປະຈຸບັນ. ຄະນະຜູ້ແທນແຫ່ງ ສປປ ລາວ ເຊິ່ງນຳໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນ ຕີ, ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 71 ຂອງ ຄະນະກຳມະການລຶບລ້າງ ທຸກຮູບການຈຳແນກຕໍ່ແມ່ຍິງ (ຊີດໍ) ສປຊ.
ໃນກອງປະຊຸມ ຄະນະຝ່າຍລາວ ໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ.
ການປະຕິບັດນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ, ການພັດທະນາເສດຖະກິດ-ສັງຄົມ, ການລຶບລ້າງຄວາມທຸກຍາກ, ການປະຕິບັດເປົ້າໝາຍສະຫັດສະຫວັດດ້ານການພັດທະນາ, ການຮ່ວມມືສາກົນດ້ານສິດທິມະນຸດ ໂດຍສະເພາະ ສິດທິມະນຸດຂອງແມ່ຍິງ ກໍຄືການຈັດຕັ້ງປະຕິບັດສົນທິສັນຍາ ຊີດໍ ທີ່ ສປປ ລາວ ເປັນພາຄີ ອັນໄດ້ເຮັດໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ໄດ້ຮັບການສົ່ງເສີມໃຫ້ມີຄວາມກ້າວໜ້າ, ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ລວມທັງການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໄດ້ເທື່ອລະກ້າວ.
ຄະນະຜູ້ແທນ ສປປ ລາວ ໄດ້ສະໜອງຂໍ້ມູນ ແລະ ຊີ້ແຈງອະທິບາຍຢ່າງລະອຽດ ເປັນຕົ້ນແມ່ນ: ສະພາບກົງຈັກການຈັດຕັ້ງຂອງ ຄະນະກຳມາທິການແຫ່ງຊາດເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ການຈັດຕັ້ງປະຕິບັດບັນດາກົດໝາຍ ທີ່ກ່ຽວພັນເຖິງສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ, ການເຂົ້າເຖິງຂະບວນການຍຸຕິທຳຂອງແມ່ຍິງ, ການເຂົ້າເຖິງການສຶກສາຂອງເດັກຍິງ, ບັນຫາສຸຂະພາບຂອງແມ່ຍິງ, ການມີວຽກເຮັດງານທຳ, ການຈ່າຍຄ່າແຮງງານລະຫວ່າງຍິງ-ຊາຍ, ແຮງງານເຄື່ອນຍ້າຍເພດຍິງ, ບັນຫາຄວາມສະເໝີພາບໃນຄອບຄົວ ລວມເຖິງການມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດວຽກງານ ຂອງບັນດາອົງການບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ສະມາຄົມຕ່າງໆ, ລວມທັງ ການຈັດສັນງົບປະມານເພື່ອຮັບໃຊ້ ວຽກງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ.
ຄະນະກຳມະການຊີດໍ ແລະ ຜູ້ເຂົ້າຮ່ວມອື່ນໆ ມີຄວາມເຂົ້າໃຈເປັນຢ່າງດີກ່ຽວກັບການ ປະຕິບັດສິດທິມະນຸດຂອງແມ່ຍິງບັນດາເຜົ່າໃນ ສປປ ລາວ. ສຳລັບບາງຄຳຊີ້ແຈງຂໍ້ມູນກ່ຽວກັບ ວຽກປົກປ້ອງທາງສັງຄົມ ຄະນະຜູ້ແທນ ຂອງ ສປປ ລາວ ກໍໄດ້ສົ່ງຄຳຊີ້ແຈງເປັນລາຍລັກອັກສອນເພີ່ມເຕີມ ໃຫ້ຄະນະກຳມະການຊີດໍຕາມພາຍຫລັງ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ເຂົ້າອົກເຂົ້າໃຈກັນລະຫວ່າງຄະນະຜູ້ແທນ ສປປ ລາວ ແລະ ຄະນະກຳມະການຊີດໍ ແຫ່ງ ສປຊ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: KPL