9 ສະຖານທີ່ທີ່​ໜ້າທ່ອງທ່ຽວໃນນະຄອນຫລວງວຽງຈັນ

SA Game

ພາບ: laophattananews.com

​ແນະ​ນຳ 9 ສະຖານທີ່ທ່ອງທ່ຽວໃນນະຄອນຫລວງວຽງຈັນ.

ນະ​ຄອນ​ຫລວງວຽງ​ຈັນ​ເປັນເມືອງ​ຫລວງ​ຂອງ ສ​ປ​ປ ລາວ, ມີ​ຜູ້​ຄົນ​ທີ່​ໜາ​ແໜ້ນກວ່າ​ແຂວງ​ອື່ນໆ​ໃນ ສ​ປ​ປ ລາວ, ລວມ​ທັງ​ຊາວ​ຕ່າງ​ຊາດ​ທີ່​ມາ​ເຮັດທ​ຸ​ລະ​ກິດ ແລະ​ມາ​ທ່ອງ​ທຽວ ນອກ​ຈາກ​ນີ້​ແລ້ວນ​ະ​ຄອນ​ຫລວງວຽງ​ຈັນ​ຍັງມີ​ຫລາຍ​ສະ​ຖານ​ທີ່​ທ່ອງ​ທຽວທີ່​ໜ້າ​ທ່ຽວ​ຊົມ​​ອີກ.

  1. ປະຕູ​ໄຊ: ​ຄ້າຍຄື​ກັບ​ແລນ​ມາກ​ຂອງ​ປະ​ເທດ​ລາວ ສ້າງ​ຂຶ້ນ​​ເປັນ​ອານຸສອນເພື່ອ ​ອານຸລັກ​ ເຊິ່ງເປັນສະຖາ​ປັດ​ຕະຍະ​ກຳ ທີ່ມີຜົນງານ​ມາ​ຈາກ​ປະຕູ​​ໄຊ ​ຂອງ​ນະຄອນຫລວງ​ປາລີ ປະ​ເທດ​ຝຣັ່ງ, ປະຕູ​ໄຊ ​ແຫ່ງ​ວຽງ​ຈັນ​ອ້ອມ​ດ້ວຍ​ສວນ​ນ້ຳພຸ ​ແລະ ດອກ​ໄມ້​ທີ່​ຖືກ​ຕົກ​ແຕ່ງຢ່າງ​ງົດ​ງາມ ໃນ​ປະຕູ​ໄຊ​ນັກ​ທ່ອງ​ທ່ຽວ​ສາມາດ​ຂຶ້ນ​ໄປ​ຊັ້ນ​ເທິງ​ເພື່ອ​ເບິ່ງ​ວິວຂອງ​ເມືອງ​ໄດ້ ​ແລະ ອ້ອມຮອບ ບໍລິ​ເວນ​ກໍ​ມີ ຮ້ານ​ອາຫານ, ຮ້ານ​ຄ້າ​ຕ່າງໆ​ໃຫ້​ບໍລິການ.

    SA Game
    ພາບ: laophattananews.com
  2. ວັດ​ສີສະ​ເກດ: ຈະ​ມີ​ພະ​ເປັນ​ຈຳນວນ​ຫລາຍ ທຸກ​ຮູບ​ແບບ​ ປະມານ 16.000 ອົງ, ສ່ວນ​ບໍລິ​ເວ​ນທາງ​ຂ້າງ​ວັດ​ສີສະ​ເກດ​ຈະ​ມີດ​ອກ​ໄມ້​,​ໂດຍ​​ເໝາະ​ແກ່​ການ​ຍ່າງ​ຫລິ້ນອອກກຳລັງ​ກາຍ, ພັກ​ໃຈ ​ເຊິ່ງບັນຍາກາດ​ທີ່​ສະຫງົບ​ງຽບ​ຈະ​​ຊ່ວຍ​ໃຫ້​ເຮົາ​ສະບາຍ​ໃຈ.
    SA Game
    ພາບ: laophattananews.com

    SA Game
    ພາບ: laophattananews.com
  3. ວັດ​ຊຽງ​ຄວນ: ຈະ​ຢູ່​ຫ່າງ​ຈາກ​ຕົວ​ເມືອງນະຄອນຫລວງ​ວຽງ​ຈັນ​​ເລັກ​ໜ້ອຍ, ພາຍ​ໃນ​ມີ​ຮູບ​ປັ້ນຮູບ​ແບບ​ແປກໆ, ຕັ້ງຢູ່​ເປັນ​ຈຳນວນ​ຫລາຍ, ສະທ້ອນ​ໃຫ້​ເຫັນ​ເຖິງ​ວັດທະນະທຳ​ກັບ​ຄວາມ ​ເຊື່ອ​ທາງ​ສາສະໜາ​ຂອງ​ຄົນ​ລາວ​ຍຸກ​ບູຮານ, ຜູ້​ມາ​ຢ້ຽມຢາມ​ຈະ​ມີ​ຄວາມ​ຮູ້ສຶກ​ຕື່ນ​ຕາ​ຕື່ນ​ໃຈ ກັບ​ຄວາມ​ຄິດ​ສ້າງ​ສະຫວັນ​ຂອງ​ຮູບ​ປັ້ນທີ່​ເບິ່ງ​ແປກ​ຕາ​ແຕ່​ງົດ​ງາມ.

    SA Game
    ພາບ: laophattananews.com
  4. ວັດ​ຫໍພະ​ແກ້ວ: ​ ​ເຊິ່ງຢູ່​ບໍ່​ໄກ​ຈາກ​ໃຈກາງຕົວ​ເມືອງ​ເທົ່າ​ໃດ ​ໃນ​​ໄລຍະລະດູ​ໜາວ​ຢູ່​ສວນ​ຈະ​ມີດ​ອກ​ໄມ້​ເບັ່ງ​ບານ​​ເຮັດ​ໃຫ້​ແຫ່ງ​ນີ້​ກາຍ​ເປັນ​ສະຖານ​ທີ່​ທາງ​ສາສະໜາ​ທີ່ ​ງົດ​ງາມ ພາຍ​ໃນ​ວັດ​ມີ​ຮູບ​ປັ້ນພະພຸດທະ​ເຈົ້າປະ​ດິດສະຖານ​ຢູ່​ຫລາກ​ຫລາຍ ຮູບ​ຊົງ ທັງ​ເຮັດ​ຈາກ​ຫິນ, ​ເຫລັກ, ທອງ​ແດງ, ​ເຊິ່ງ​ໃນ​ອາ​ດີດ ວັດ​ຫໍພະ​ແກ້ວ ຍັງ​ເຄີຍ​ເປັນ​ບ່ອນ​ປະດິດສະຖານ ຂອງ​ພະ​ແກ້ວມໍ​ລະ​ກົດນຳ​ອີກ.

    SA Game
    ພາບ: laophattananews.com
  5. ສ່ວນ​ເຈົ້າອານຸວົງ: ທີ່​ມີ​ຮູບ​ປັ້ນຂອງ​ເຈົ້າອານຸວົງ ມະຫາ​ກະສັດ ​ແຫ່ງ​ຣາຊະອານາຈັກ​ລ້ານ​ຊ້າງ​ສຸດ​ທ້າຍ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​​ເບິ່ງ ​ເຊິ່ງສວນ​ບໍລິ​ເວນ​ແຄມ​ແມ່ນ້ຳຂອງ, ມີ​ຄວາມ​ສະຫງົບ​ຕາມ​ທຳ​ມະ​ຊາດ ​ໂດຍ​ສະ​ເພາະ​ໃນ​​ໄລຍະ​ເວລາ​ຕາ​ເວັນ​ຕົກ​ດິນ​ຈົນ​ຮອດ​ກາງຄືນ, ຈະ​ມີ​ພໍ່ຄ້າ, ​ແມ່​ຄ້າ​ເອົາ​​ເຄື່ອງ​ມາ​ຂາຍຈົນ​ກາຍ​ເປັນ​ຕະຫລາດ​ກາງຄືນ.
    SA Game
    ພາບ: laophattananews.com

    SA Game
    ພາບ: laophattananews.com
  6. ສວນ​ວັດທະນະທຳ​ແຫ່ງ​ຊາດ: ຫ່າງ​ຈາກ​ຕົວ​ເມືອງ​ອອກ​ໄປ​ປະມານ 20 ກິ​ໂລ​ແມັດ. ທາງ​ຕອນ​ໃຕ້, ຕັ້ງຢູ່​ໃກ້ໆ​ກັບ​ຂົວ​ມິດຕະພາບ​ ລາວ-​ໄທ, ມີ​ຈຸດ​ທີ່​ນ່າສົນ​ໃຈ​ຫລາຍ​ຈຸດ​ເຊັ່ນ: ​ແບບ​ຈຳລອງ​​ເຮືອນ, ສະຖາປັດ​ຍະ​ກຳ​ແບບ​ຕ່າງໆ, ຮູບ​ປັ້ນວິລະ​ຊົນຄົນ​ລາວ ​ແລະ ສວນສັດ​ນ້ອຍໆ, ນັກ​ທ່ອງ​ທ່ຽວ​ສາມາດ​ນັ່ງ​ຊົມ​ວິວ, ຊື່​ເຄື່ອງ, ຖ່າຍຮູບ ​ໄປ​ຈົນ​ເຖິງ​ກິນ​ອາຫານ​ໃນ​ຮ້ານ​ອາຫານ​ບໍລິ​ເວນ​ແຄມ​ແມ່່ນ້ຳຂອງ.

    SA Game
    ພາບ: laophattananews.com
  7. ສູນ Cope: (ສູນ​ໃຫ້​ການຊ່ວຍ​ເຫລືອ​ທາງ​ດ້ານ ​ອຸປະກອນ​ທຽມ ​ແລະ ອຸປະກອນ​ເສີມ) ສູນ​ແຫ່ງ​ນີ້​ບອກ​ເລົ່າ​ເລື່ອງ​ປະຫວັດ​ສາດ​ຂອງ​ຄົນ​ລາວ ທີ່​ຖືກ​ຜົນ​ກະທົບ​ຈາກ​ສົງ​ຄາມ ສ່ວນ​ໃຫຍ່​ກ່ຽວ​ກັບ​ລະ​ເບີດ​ໂດຍ​ຍົກຍ້ອງ​ວິລະ​ກຳ​ຂອງ​ຄົນ​ລາວ ທີ່​ໄດ້​ເສຍ​ສະຫລະອະ​ໄວ​ຍະວະ ຫລື ຊີວິດ​ເພື່ອ ​ຈະ​ກຳຈັດ​ກັບ​ລະ​ເບີດ​ທີ່​ຖືກ​ທະຫານ​ຕ່າງ​ຊາດ​ນຳ​ມາ​ປ່ອຍໄວ້​ເປັນ​ຈຳນວນ​ມະຫາສານ.
  8. ພະທາດ​ຫລວງ: ຫລື ຊື່​​ເປັນ​ທາງ​ການ​ແມ່ນ ພະ​ເຈດີ​ໂລກະ​ຈຸ​ພາມະນີ ຖື​ໄດ້​ວ່າ​ເປັນ​ປູຊະນີ​ຍະສະຖານ​ທີ່​ສຳຄັນ​ຂອງ​ນະຄອນຫລວງ​ວຽງ​ຈັນ ​ແລະ ຍັງ​ເປັນ​ສູນ​ລວມ​ໃຈ​ຂອງ​ຄົນ​ລາວ​ທົ່ວປະ​ເທດ, ສະຖາປັດຕະຍະກຳ​ຂອງ​ພະທາດ​ຫລວງ ສື່​ເຖິງ​ຄວາມ​ເປັນ​ເອກະລັກ​ຂອງ​ລາວ ​ໂດຍ​ສະຖານ​ທີ່​ແຫ່ງ​ນີ້​ສຳຄັນ​ຂະໜາດ​ຖືກ​ໃສ່​ເປັນ​ສັນຍາ​ລັກ​ໃນ​ກາ​ໝາຍ​ຊາດ​ຂອງ​ລາວ​.

    SA Game
    ພາບ: laophattananews.com
  9. ວັດ​ສີ​ເມືອງ: ວັດ​ເກົ່າ​​ແກ່​ອີກ​ແຫ່ງ​ໜຶ່ງ, ​ທີ່​ສຳຄັນ​ກັບ​ຄົນ​ລາວ​ເຮົາ, ​ເປັນ​ສະຖານ​ທີ່​ຕັ້ງສານ​ຫລັກ​ເມ​ືອງມີ​ທັງ​ສານ​​ເຈົ້າ​ແມ່​ສີ​ເມືອງ, ພະພຸດທະ​ຮູບ​ສັກສິດທີ່​ສຸດ, ​ໃນ​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງຄົນ​ລາວ​ໃຫ້​ຄວາມ​ເຄົາລົບ​ນັບຖື​ກັນ​ເປັນ​ຢ່າງ​ຫລວງຫລາຍພ້ອມ​ກັນນັ້ນພາຍ​ໃນ​ວັດ​ຈະ​ມີ​ກຳ​ແພງ ​ແລະ ​ເພດານ​ທີ່​ງົດ​ງາມ​ອາ​ລັງກາ​ນ, ບັນຍາກາດ​ສັກສິດ, ຕາມ​ແບບ​ ພຸດທະສາສະໜາ, ​​​ເທື່ອ​ໜຶ່ງ​ໃນ​ອາ​ດີດ​ວັດ​ນີ້​ເຄີຍ​ເປັນ​ທີ່​ປະ​ດິດສະຖານ​ຂອງ​ພະ​ແກ້ວ​ມໍ​ລະກົດ.

    SA Game
    ພາບ: laophattananews.com

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com