ດານຫີນໜອງສາມານ ດິນແດນມະຫັດສະຈັນ ເມືອງ​ປາກ​ຊັນ

SA Game

ພາບ​: laophattananews.com

ນ້ຳຕົກຕາດຊ້າງ ດານຫີນໜອງສາມານ ດິນແດນມະຫັດສະຈັນ.

ໃນ​ສະ​ຖານ​ທີ່​ທ່ອງ​ທຽວ​ທຳ​ມະ​ຊາດ,ດານຫີນໜອງສາມານ ແມ່ນອີກສະຖານທີ່ທ່ອງທ່ຽວ ແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມ ແລະ ໂດດເດັ່ນ, ເຊິ່ງຕັ້ງຢູ່ ເຂດບ້ານໜອງສາມານ, ເມືອງ ປາກຊັນ, ແຂວງບໍລິຄໍາໄຊ ຫ່າງຈາກຕົວເມືອງໄປຕາມເສັ້ນ ທາງເລກທີ 13 ໃຕ້ ປະມານ 26ກິໂລແມັດ ຈະເຫັນດານຫີນທີ່ກວ້າງ ແລະ ຍາວຢຽດລຽບໄປຕາມແຄມທາງເບື້ອງຊ້າຍມື.

ພະລານຫີນຫຼືດານຫີນ ໜອງສາມານ ມີຂະໜາດກວ້າງ ແຕ່ 100-150 ແມັດ ແລະ ຍາວນັບເປັນ ກິໂລແມັດເຊື່ອມຕໍ່ກັນ.ຢູ່ບໍລິເວນດັ່ງກ່າວຍັງມີ ພູກອງເຂົ້າ ເປັນກໍາແພງຫີນ ທີ່ມີຄວາມສູງຊັນປະມານ 20-25 ແມັດ ແລະ ຍາວປະມານ 200 ແມັດ ອ້ອມຮອບໄປ ດ້ວຍດານຫີນ ແລະ ອຸດົມສົມບູນໄປດ້ວຍປ່າໄມ້ນາໆຊະນິດ ດັ່ງຕົ້ນຈັນໄດແລະ ດອກໄມ້ພືດພັນຖືກປະດັບເອ້ຢ້ອງທົ່ວ ບໍລິເວນແຫ່ງນີ້ ອັນໄດ້ເພີ່ມ ສີສັນຄວາມງົດງາມຂຶ້ນຕື່ມ ເໝາະສໍາລັບທ່ານໃດທີ່ຢາກ ມາ ພັກຜ່ອນທ່ຽວຊົມທິວທັດ ທໍາມະຊາດ ຟັງສຽງນໍ້າຕົກຕາດຊ້າງທີ່ໄຫຼລົງມາໃສ່ຕີນຜາຍິນ ແລ້ວໜ້າອອນຊອນ.

SA Game
ພາບ​: laophattananews.com

(ດານຫີນໜອງສາມານ)

ດານຫີນໜອງສາມານ, ນອກຈາກຈະສ້າງຄວາມປະ ທັບໃຈທາງດ້ານທິວທັດທໍາມະຊາດແລ້ວ, ຍັງມີຫຼາຍສິ່ງ ຫຼາຍຢ່າງສ້າງຄວາມສົນ ໃຈໃຫ້ຜູ້ມາທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອຈະນໍາ ໄປສຶກສາຄົ້ນຄວ້າຕາມຮ່ອງ ຮອຍປະຫວັດສາດ ທີ່ຕິດພັນ ກ່ຽວຂ້ອງກັບນິທານພື້ນເມືອງ ລາວ ຊຽງໝ້ຽງ ທີ່ໄດ້ຫຼົງເຫຼືອ ປະໄວ້ໃຫ້ຄົນຮຸ່ນຫຼັງໄດ້ເບິ່ງ, ໄດ້ຊົມ ເຊັ່ນ:

ຮອຍຕີນຊ້າງ, ຮອຍ ຕີນຊຽງໝ້ຽງ…ທັງເປັນສະ ຖານທີ່ອັນສັກສິດຂອງປະ ຊາຊົນບ້ານໜອງສາມານອີກດ້ວຍ. ໂດຍອີງຕາມການບອກ ເລົ່າຂອງພໍ່ເຖົ້າບຸນຊູສີປະ

ເສີດທີ່ເປັນຜູ້ສືບທອດມາ ຈາກຕາແສງເສິກ ແລະ ຕາແສງ ແສນຕໍ ໃຫ້ຮູ້ວ່າ: ຜູ້ທີ່ມາບຸກເບີກ ແລະ ສ້າງບ້ານແຫ່ງນີ້ ແມ່ນແມ່ເຖົ້າລາວ(ຊື່ຂອງແມ່ ເຖົ້າ), ເຊິ່ງລາວໄດ້ອົບພະຍົບມາ ຕັ້ງຖິ່ນຖານພູມລໍາເນົາຢູ່ ທີ່ນີ້ ເປັນຄົນທໍາອິດ ແລະ ໄດ້ໃສ່ຊື່ ບ້ານນີ້ວ່າ: ບ້ານໜອງແສງ.

SA Game
ພາບ​: laophattananews.com

ຈາກນັ້ນ, ລາວກໍໄດ້ເດີນ ສໍາຫຼວດເບິ່ງສະຖານທີ່ຕ່າງໆ ອ້ອມຮອບບໍລິເວນ ຈຶ່ງໄດ້ໄປ ພົບກັບຖໍ້າແຫ່ງໜຶ່ງ ຕັ້ງຢູ່ກ້ອງ ພູກອງເຂົ້າ ເອີ້ນວ່າ: ຖໍ້າພະ. ໃນຖໍ້າແຫ່ງນີ້, ເພິ່ນຍັງພົບເຫັນ ໜັງສື ແລະ ສີລາຈາ ລຶກຂຽນ ໄວ້ເປັນພາສາຂອມທີ່ມີເນື້ອ ໃນວ່າ: ໄດ້ມີປະຊາຊົນຈໍານວນ ໜຶ່ງຈະນໍາເອົາເງິນ, ຄໍາ, ວັດ ຖຸທີ່ມີຄ່າຈໍານວນຫຼວງຫຼາຍ ເພື່ອໄປທອດທີ່ພະທາດນະ ຄອນພະນົມ, ແຕ່ຍ້ອນການເດີນ ທາງ, ໃຊ້ເວລາດົນນານເກີນ ໄປ ຈຶ່ງໄປບໍ່ທັນພະທາດນະ ຄອນພະນົມນັ້ນ ສ້າງສໍາເລັດ ກ່ອນ. ດັ່ງນັ້ນ, ຈຶ່ງໄດ້ນໍາຊັບສິນ ຕ່າງໆ ມາເກັບຮັກສາໄວ້ໃນ ຖໍ້າແຫ່ງນີ້ໄດ້ຫຼາຍສັດຕະວັດ ແລ້ວ ແລະ ປະຊາຊົນເຂດນີ້ ຈຶ່ງ ເຊື່ອ ຖືກັນວ່າ ຖໍ້າແຫ່ງນີ້ເປັນ ສະຖານທີ່ສັກສິດ, ມີເງິນ, ຄໍາ ແລະ ວັດຖຸມີຄ່າຫຼວງຫຼາຍ, ເຊິ່ງ ພາຍຫຼັງສິ້ນສຸດຍຸກຂອງແມ່ ເຖົ້າລາວແລ້ວ ກໍບໍ່ມີໃຜຈະກ້າ ເຂົ້າໄປໃກ້ຖໍ້າແຫ່ງນີ້ເລີຍ. ຕາມ ການບອກເລົ່າຂອງພໍ່ເຖົ້າບຸນ ຊູສີປະເສີດໃຫ້ຮູ້ຕື່ມວ່າ: ດົນ ນານມາແລ້ວ ດານແຫ່ງນີ້ເປັນ ບ່ອນເກັບມ້ຽນເຂົ້າຂອງຊຽງ ໝ້ຽງເອີ້ນວ່າ:
ພູກອງເຂົ້າ. ຊຽງໝ້ຽງໄດ້ ໃຊ້ຊ້າງເປັນພາຫະນະລາກ ແກ່ເຂົ້າມາເກັບມ້ຽນ ແລະ ໃຊ້ ຊ້າງມາສ້າງຄູຄັນນາຂຶ້ນເອີ້ນ ວ່າ: ພູຄັນນາ.ຊຽງໝ້ຽງໄດ້ ໃຊ້ຊ້າງທຽວຂຶ້ນທຽວລົງດ່ານ ແຫ່ງນີ້, ຊຽງໝ້ຽງໃຊ້ງານ ຊ້າງໜັກເກີນໄປປະກອບໃສ່ ຊ້າງກໍມີອາຍຸແກ່ຫຼາຍຈຶ່ງເຮັດ ໃຫ້ຊ້າງເສຍຊີວິດຢູ່ໃນວັງນໍ້າ ແຫ່ງນັ້ນ ຈຶ່ງເອີ້ນວ່າ: ວັງຊ້າງ ແລະ ແຕ່ລະປີຊາວບ້ານແຫ່ງ ນີ້ ກໍໄດ້ພາກັນມາເຮັດບຸນຫາ ຊ້າງເປັນປະຈໍາຈາກນັ້ນ, ກໍໄດ້ ພາກັນມາຢາດນໍ້າຢູ່ໃກ້ໆກັບ ຫ້ວຍແຫ່ງໜຶ່ງ ຈຶ່ງເອີ້ນວ່າ: ຫ້ວຍນໍ້າຢາດ. ເພື່ອລະນຶກເຖິງ ບຸນຄຸນຂອງຊ້າງ.

ມາຮອດປັດຈຸບັນ, ໄດ້ມີ ຜູ້ຄົນຈໍານວນໜຶ່ງໄດ້ພະຍາ ຍາມສວຍໂອກາດເຂົ້າໄປຫາ ຖໍ້າແຫ່ງນີ້ເພື່ອຂຸດຄົ້ນຫາວັດ ຖຸສິ່ງຂອງມີຄ່າຕ່າງໆ, ແຕ່ ຫຼາຍຄັ້ງກໍເຮັດບໍ່ສໍາເລັດ ຍ້ອນ ສະຖານທີ່ແຫ່ງນີ້ມີຄວາມສັກ ສິດ ແລະ ໃນທີ່ສຸດຈຶ່ງເຮັດ ໃຫ້ຫີນຢູ່ປາກຖໍ້າດັ່ງກ່າວນັ້ນ, ທະລຸພັງລົງມາອັດປາກຖໍ້າ ໄວ້ ເຫຼືອພຽງປ່ອງນ້ອຍໆຄົນ ກໍບໍ່ສາມາດເຂົ້າໄປໃນຖໍ້າດັ່ງ ກ່າວໄດ້ອີກ.

SA Game
ພາບ​: laophattananews.com

ເຖິງຢ່າງໃດກໍຕາມ, ດານຫີນໜອງສາມານດິນແດນມະ ຫັດສະຈັນແຫ່ງນີ້ ກໍຍັງຄົງ ຮັກສາໄວ້ໄດ້ຄວາມສວຍສົດ ງົດງາມອັນເປັນເອກກະລັກ ສະເພາະທາງດ້ານທໍາມະຊາດ ທີ່ ອຸດົມສົມບູນໄປດ້ວຍຊີວະ ນາໆ ພັນ ແລະ ສັດສາວາສິ່ງຕະ ຫຼອດຮອດວັດຖຸສິ່ງຂອງທີ່ມີ ຄ່າ ດັ່ງນັ້ນ, ກໍຄວນມີການປົກ ປັກຮັກສາພ້ອມທັງປັບປຸງປົວ ແປງ ແລະ ຟື້ນຟູສະຖານທີ່ ທ່ອງທ່ຽວໃຫ້ມີຄວາມຈົບງາມ, ສ້າງສິ່ງເອື້ອອໍານວຍ, ບ່ອນ ຊົມວິວ ແລະ ເສັ້ນທາງເຂົ້າສູ່ ແຫຼ່ງທ່ອງທ່ຽວໃຫ້ມີຄວາມ ສະດວກ ເພື່ອຮອງຮັບນັກທ່ອງ ທ່ຽວເຂົ້າມາທ່ຽວຊົມມີຄວາມ ປະທັບໃຈ, ເພື່ອເປັນທ່າແຮງ ໃຫ້ແກ່ການສ້າງເສດຖະກິດ ຂອງທ້ອງຖິ່ນໃຫ້ມີຄວາມເຂັ້ມ ແຂງຂຶ້ນເລື້ອຍໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ:  laophattananews.com