ເມືອງລາວຫຼົງ ເມືອງອັດຕະປື ຊື່ບູຮານໃນພົງສາວະດານຂອງອັດຕະປື

SA Game

ພາບ: laosjourney.com

ອັດຕະປື ເມືອງບູຮານປາກົດຊື່ໃນພົງສາວະດານອັດຕະປືວ່າ ” ເມືອງລາວຫຼົງ “

ເມືອງລາວຫຼົງ ຫລື ອັດຕະປື ເປັນເມືອງບູຮານດັ້ງເດີມ ສືບສານກັນມາແຕ່ບູຮານນະການ ປາກົດຊື່ໃນພົງສາວະດານອັດຕະປືວ່າ “ເມືອງລາວຫຼົງ”  ຫຼື “ເມືອງອົງການ”ໃນປີ ຄສ 638 ຕໍ່ມາປ່ຽນເປັນ “ ແອ້ກະປື ” ( ແອ້ ເປັນຄຳສ້ວຍໃນເວລາລຳຜະຫຍາພື້ນເມືອງຂອງຄົນທ້ອງຖິ່ນ, ມີຄວາມໝາຍວ່າ ຄັກຫຼາຍແທ້ໆ/ສຸດຍອດ, ກະປື ແປວ່າ: ຄວາຍ) ເຫດທີ່ໄດ້ຊື່ແນວນີ້ຍ້ອນວ່າ ດິນແດນນີ້ມີ ທຳມະຊາດອຸດົມສົມບູນມີ ຝູງງົວຄວາຍປ່າ ແລະ ສັດປ່ານາໆ ຊະນິດມາອາໄສຢູ່ຖິ່ນນີ້ຫຼາຍແທ້ໆ.

ຕົກມາຮອດສະໄໝລາວເສຍເອກະລາດ-ຝຣັ່ງເສດປົກຄອງ ຈຶ່ງປ່ຽນມາເປັນ “ອັດຕະປື” ມາເຖິ່ງທຸກວັນນີ້. ໃນປີ ຄສ 1572 ຍ້ອນວ່າ ພະຍານະຄອນ ຄິດກະບົດຢາກເປັນເຈົ້າແຜ່ນດິນ ຈຶ່ງມີກົນອຸບາຍທູນຕໍ່ ພະເຈົ້າ ໄຊຍະເສດຖະທິຣາດ ວ່າເຈົ້າເມືອງອົງການແອ້ກະປື ມີໃຈອອກຫ່າງບໍ່ຍອມຂຶ້ນກັບການປົກຄອງຂອງພະອົງ, ພະເຈົ້າ ໄຊຍະເສດຖາທິຣາດ ຈຶ່ງໄດ້ນຳທັບຫຼວງໄປເຖິ່ງ ເມືອງອົງການ ( ອັດຕະປື ) ເພື່ອທຳການປັບປຸງກຳລັງໄປປາບປາມເມືອງດັ່ງກ່າວ ແຕ່ຖືກພວກກະບົດລອບປົງພະຊົນ ເຮັດໃຫ້ພະອົງຫາຍສາບສູນ ເມື່ອແຮມ 3 ຄ່ຳ ເດືອນອ້າຍ ( ເດືອນຈຽງ ) ຄສ 1572 ດ້ວຍພະພັນສາພຽງ 38 ພັນສາ, ອັດຖິທາດ ( ກະດູກ ) ຂອງພະອົງໄດ້ຖືກນຳມາປະດິດສະຖານໄວ້ທີ່ ວັດທາດຈຸລະມະນີ ( ວັດໄຊເສດຖາ ) ໃກ້ກັບທີ່ເກີດເຫດ ແລະ ພາຍຫຼັງມາເຂດການປົກຄອງທ້ອງຖິ່ນຂັ້ນເມືອງນີ້ໄດ້ຮັບການຕັ້ງຊື່ວ່າ: ເມືອງໄຊເສດຖາ.

SA Game
ພາບ: laosjourney.com

ໃນໄລຍະ ສົງຄາມຕໍ່ສູ້ກູ້ເອກະລາດ ແລະ ປົດປ່ອຍຊາດ ຕ້ານການຂອງຈັກກະພັດ ອັດຕະປື ເປັນຖານທີ່ໝັ້ນອັນແຂງແກ່ນຂອງກຳລັງປະຕິວັດ ແລະ ໄດ້ຮັບການປົດປ່ອຍ ໃນວັນທີ 28/4/1970 ເຊິ່ງອະນຸສອນແຫ່ງສົງຄາມ ຍັງມີມາກມາຍ ຢູ່ທາງທິດຕາເວັນອອກຂອງແຂວງ ໂດຍສະເພາະລຽບບໍລິເວນເສັ້ນທາງໂຮ່ຈິມິນ ພາຍຫຼັງການປົດປ່ອຍທົ່ວປະເທດໃນປີ 1975 ອັດຕະປື ໄດ້ຮັບການຍົກຍ້ອງສັນລະເສີນເປັນແດນ “ ວິລະຊົນ ” ແລະ ໄດ້ຮັບການພັດທະນາຮອບດ້ານເລື້ອຍໆມາ.

ຮູບແຕ້ມ ຝາດ້ານຫຼັງ ຂອງຫໍມູນເຊື້ອ ພະເຈົ້າໄຊຍະເສດຖະທິຣາດ ທີ່ວັດທາດຈຸລະມະນີ ( ວັດໄຊເສດຖາ ) ເມືອງໄຊເສດຖາ ແຂວງອັດຕະປື ທີ່ສະແດງໃຫ້ເຫັນເຖິງ ປະຊົນສັດສາວາສິ່ງ ແລະ ຄວາມອຸດົມສົມບູນ ໃນເວລານັ້ນທີ່ພະອົງ ເດີນທາງໄປເຖິງເມືອງອົງການ ( ອັດຕະປືໃນປັດຈຸບັນ ) ອັດຖິທາດ ( ກະດູກ ) ຂອງ ພະເຈົ້າ ໄຊຍະເສດຖະທິຣາດ ອັດຖິທາດ ( ກະດູກ ) ຂອງ ພະເຈົ້າໄຊຍະເສດຖະທິຣາດ ທີ່ວັດທາດຈຸລະມະນີ ( ວັດໄຊເສດຖາ ) ເມືອງໄຊເສດຖາ ແຂວງອັດຕະປື ຫໍມູນເຊື້ອ ພະເຈົ້າໄຊຍະເສດຖະທິຣາດ ທີ່ວັດທາດຈຸລະມະນີ ( ວັດໄຊເສດຖາ ) ເມືອງໄຊເສດຖາ ແຂວງອັດຕະປື.

SA Game
ພາບ: laosjourney.com

ອັດຕະປື ເປັນແຂວງທີ່ ຕັ້ງຢູ່ທາງທິດໃຕ້ສຸດຂອງ ສປປ ລາວ ເປັນໜຶ່ງໃນຈຳນວນ 4 ແຂວງພາກໃຕ້ ( ຈຳປາສັກ, ສາລະວັນ, ເຊກອງ ) ມີເນື້ອທີ່ທັງໝົດ 10,320 ກິໂລແມັດກາເລ, ທິດຕາເວັນອອກສ່ຽງເໜືອຕິດກັບ ແຂວງເຊກອງ 137,6 ກິໂລແມັດ, ທິດຕາເວັນອອກຕິດກັບ ແຂວງກອນຕູມ ສສ. ຫວຽດນາມ 58,00 ກິໂລແມັດ, ທິດໃຕ້ຕິດກັບ ແຂວງຊຽງແຕງ ແລະ ແຂວງຣັດຕະນະຄີຣີ ( ກຳປູເຈຍ ) 224,25 ກິໂລແມັດ, ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ ໂດຍມີສາຍພູຫຼວງ ທີ່ສູງຊັນເປັນເຂດແດນ 160 ກິໂລແມັດ.

ຄຳຂວັນ “ອັດຕະປື ແຜ່ນດິນຄຳ ຕຳນານພຣະເຈົ້າໄຊຍະເຊດຖາ ຊົມໜອງຟ້າເທິງພູ ບູຊາພຣະອົງແສນ ດິນແດນປ່າໄມ້ຂຽວ ທ່ຽວຊົມ ເມືອງອົງການ” ຄວາມອຸດົມສົມບູນຂອງທຳມະຊາດ

SA Game
ພາບ: laosjourney.com

ອັດຕະປື ແບ່ງການປົກຄອງອອກເປັນ 5 ເມືອງຄື: ເມືອງຊານໄຊ ຢູ່ທາງທິດຕາເວັນອອກຂອງເທດສະບານແຂວງ ພື້ນທີ່ສ່ວນໜື່ງເປັນເຂດພູດອຍສູງ ຈາກລະດັບນໍ້າທະເລສະເລ່ຍ 800-1560 ແມັດ ມີອາກາດໜາວເຢັນ; ເມືອງສະໜາມໄຊ ຢູ່ທາງທິດຕາເວັນຕົກ ມີພື້ນທີຮາບພຽງເປັນອູ່ເຂົ້າອູ່ປາ; ເມືອງພູວົງ ຢູ່ທາງທິດໃຕ້ ຊຶ່ງປະຊາກອນສ່ວນໃຫຍ່ເປັນເຜົ່າ ເບຣົາ ຫຼື ລະແວ; ເມືອງໄຊເສດຖາ ຢູ່ທາງທິດຕາເວັນອອກສ່ຽງໃຕ້ ເປັນເມືອງເອກຂອງແຂວງກ່ອນປີ 1975 ແລະ ເມືອງສາມັກຄີໄຊ ( ເມືອງຕັ້ງໃໝ່ ) ເປັນເມືອງເທດສະບານ ເຊິ່ງຕັ້ງຢູ່ເທິງຝັ່ງຊ້າຍ ແມ່ນໍ້າເຊກອງ. ທົ່ວແຂວງມີພົນລະເມືອງ 123,816 ຄົນ ປະກອບດ້ວຍ 11 ເຜົ່າຄື: ລາວ, ໂອຍ, ຍາເຫີນ, ຮາຣັກ, ເບຣົາ, ຕຣຽງ, ຢຣຸ, ແຢະ, ສະດາງ ແລະ ຕະໂອ້ຍ ໃນນີ້ເຜົ່າລາວມີ 36,9% ຂອງປະຊາກອນທັງໝົດ ( ຜົນການສຳຫຼວດຄອບຄົວທຸກຍາກ 2011 )

ນ້ຳຕົກຕາດ ແຊພະ ເມືອງສະໝາມໄຊ ແຂວງອັດຕະປື ນ້ຳຕົກຕາດ ແຊພະ ເມືອງສະໝາມໄຊ ແຂວງອັດຕະປື ນ້ຳຕົກຕາດ ແຊປ່ອງໄລ່ ເມືອງສະໜາມໄຊ ແຂວງອັດຕະປື ນ້ຳຕົກຕາດແຊປ່ອງໄລ່, ເຜົ່າໂອຍ ເປັນເຜົ່າໜຶ່ງ ໃນກຸ່ມພາສາມອນ-ຂະແມ ອາໄສຢູ່ຕາມ ຕີນພູຫຼວງ, ຕີນພູຕະປາກ ບໍລິເວນທົ່ງພຽງຂອງແຂວງ ແລະ ສ່ວນໜຶ່ງກໍຢູ່ເຂດ ເມືອງປາກຊ່ອງ ແຂວງຈຳປາສັກ ເຂົາເຈົ້າມີວັດທະນະທຳປະເພນີ ເປັນຂອງຕົນເດັ່ນຊັດຈະແຈ້ງເຊັ່ນ:
ຜູ້ຊາຍໂອຍ ແຕ່ກ່ອນນຸ່ງກະຕ່ຽວ ກິນເຫຼົ້າໄຫ, ເປົ່າຕຣວານ ເຊິ່ງເປັນດົນຕີຊະນິດໜຶ່ງປະຈໍາເຜົ່າ ຫຼື ທີ່ເຜົ່າລາວເອີ້ນວ່າ “ແຄນທວນ ຫຼື ແຄນນໍ້າເຕົ້າ ”, ມີພາສາປາກເວົ້າ ຮີດຄອງປະເພນີ ແລະ ນິທານພື້ນເມືອງເປັນຂອງຕົນເອງ. ຄັ້ງໜຶ່ງໃນອະດີດ ເຂົາເຈົ້າມີສິ່ງສັກສິດຄື: ກົກມ່ວງກະສໍ, ກົກໝາກຂາມ, ໂກນເຜິ້ງ, ດາບ, ພ້າ, ຄ້ອງລາ, ນາເລິກ ເມັດເຂົ້າໃຫຍ່ທໍ່ໜ່ວຍໝາກພ້າວ ແລະ ປະຕູວຽງ ( ປະຕູໂຂງ ) ເຊິ່ງບໍ່ມີສັດຕູໂຕໃດຈະສາມາດມາທຳຮ້າຍບຽດບຽນໄດ້.

ປັດຈຸ ອັດຕະປື ມີແຫຼ່ງທ່ອງທ່ຽວ ທີ່ສຳຄັນ ແລະ ໜ້າທ່ຽວຊົມດັ່ງນີ້:
  • ນ້ຳຕົກຕາດຈໍ ຢູ່ບ້ານ ວັງໄຊ ເມືອງ ຊານໄຊ ແຂວງ ອັດຕະປື
  • ວັດຫຼວງລັດຕະນາລາມ
  • ວັດຝັ່ງແດງ
  • ວັດຫລວງເມືອງເກົ່າວະລາລາມ
  • ຂົວຂ້າມແມ່ນ້ຳເຊກອງ
  • ຕະຫຼາດໃຫຍ່
  • ອະນຸສາວະລີ ວິລະຊົນລາວ – ຫວຽດນາມ
  • ອະນຸສາວະລີ ປະທານໄກສອນ ພົມວິຫານ
  • ໜອງຟ້າ
  • ວັດພະອົງແສນສຸຂະຣາມ ບ້ານສະແຄະ
  • ວັດທາດ ເຈົ້າໄຊເສດຖາທິລາດ
  • ນ້ຳຕົກຕາດຫົວຄົນ
  • ນ້ຳຕົກຕາດພອກ
  • ນ້ຳຕົກຕາດເຊປ້ອງໄລ
  • ນ້ຳຕົກຕາດໂອດ
  • ນ້ຳຕົກຕາດຫຍ້າ
  • ນ້ຳຕົກຕາດເຊພະ
  • ນ້ຳຕົກຕາດກົບເຊປຽນ
  • ນ້ຳຕົກຕາດຫຸຸງເຊຄຳພໍ
  • ນ້ຳຕົກຕາດສະໝອງພາກ
  • ລູກສອນໄຟເກົ່າ ສະໄຫມໂຊຫວຽດ…
  • ວັດຫລວງ ເມືອງ ຊານໄຊ ແຂວງ ອັດຕະປື

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laosjourney.com