ຈະ​ໄດ້​ຈັດ​ບໍ່! ເທດ​ສະ​ການບູນ​ຊ້າງ​ແຂວງໄຊ​ຍະ​ບູ​ລີຢູ່​ໃນ​ຂັ້ນ​ຕອນ​ການ​ຫາ​ລື.

SA Game

ພາບ​: laoedaily.com.la

ໄຊຍະບູລີກຳ​ລັງ​ທຳການກະກຽມບຸນຊ້າງ ປະຈໍາປີ 2021 ທີ່​ຈະ​ມາ​ເຖິງ.

ເປັນ​ປະ​ຈຳ​ທຸກໆ​ປີ​ຈະ​ມີ​ເທດ​ສະການ​ຈັດ​ງານ​ບູນ​ຊ້າງຂື້ນ​ທີ່​ແຂວງ​ໄຊ​ຍະ​ບູ​ລີ​ແຕ່​ສະ​ພາບ​ໃນ​ປະ​ຈະ​ບັນ​ເນືອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ທົວ​ໂລກ​ຍັງ​ຄົງ​ຕ້ອງ​ໄດ້​ປ້ອງ​ກັນ​ເພື່ອ​ບໍ່​ໃຫ້​ກັບ​ມາ​ລະ​ບາດ​ອີກ​ຮອບ ແລະ ເພື່ອ​ໃຫ້​ເທດ​ສະ​ການ​ປະ​ເພ​ນີ​ຍັງ​ຄົງ​ໄດ້​ປະ​ຕິ​ບັດ​ກັນ​ຕໍ່​ໄປ​ໃນ​ປີ​ທີ່​ຈະ​ມາ​ເຖິງ.

ດັງ​ນັ້ນ​ກ່ອນ​ເທດ​ສະ​ການ​ຈະ​ມາ​ເຖິງ​ນີ້ ກໍ​ໄດ້​ມີ​ການ​ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນໃນວັນທີ 15 ທັນວາ 2020 ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ເຊິ່ງກອງປະຊຸມໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນໍາການກະກຽມ ແລະ ຈັດງານບຸນຊ້າງ ໄຊຍະບູລີ ປະຈໍາປີ 2021.

SA Game
ພາບ​: laoedaily.com.la

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ປືກສາຫາລືກ່ຽວກັບການກໍານົດຕາຕະລາງ, ວັນ, ເວລາມື້ຈັດງານບຸນ, ກໍານົດບັນດາກິດຈະກໍາຕ່າງໆ ເຊັ່ນ: ການສະແດງຂອງຊ້າງຈໍານວນໜຶ່ງ, ການຂີ່ຊ້າງອ້ອມເມືອງ, ບາສີສູຂວັນຊ້າງ, ການໃສ່ບາດ-ຍາດນໍ້າ ເພື່ອອຸທິດບຸນກຸສົນໄປໃຫ້ຊ້າງ, ວາງສະແດງສິນຄ້າໂອດດັອບຂອງທ້ອງຖິ່ນ, ການສະແດງສິລະປະ-ວັນນະຄະດີ ແລະ ອື່ນໆ.

ເຊິ່ງການຈັດງານບຸນຊ້າງປະຈໍາປີ 2021 ນີ້ ແມ່ນຈະໄດ້ເຮັດນ້ອຍຕາມຮີດຄອງປະເພນີ, ທັງນີ້ ກໍເພື່ອປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19, ສ່ວນລາຍລະອຽດຄະນະຮັບຜິດຊອງຈັດງານບຸນ ຈະໄດ້ມີການຖະແຫລງຂ່າວໃຫ້ຮູ້ໃນທ້າຍເດືອນນີ້.

ໂອກາດນີ້, ທ່ານ ເພັດພິໄຊ ສູນວິໄລ ກໍໄດ້ຮຽກຮ້ອງ ມາຍັງບັນດາທ່ານທີ່ຖືກແຕ່ງຕັ້ງຮັບຜິດ ຊອບໃນການກະກຽມຈັດງານບຸນຄັ້ງນີ້, ຈົ່ງເພີ່ມທະວີຄວາມເປັນເຈົ້າການເຮັດໜ້າທີ່-ທີ່ໄດ້ມອບໝາຍໃຫ້ສໍາເລັດ, ທັງນີ້ ກໍເພື່ອເຮັດໃຫ້ການຈັດງານບຸນຊ້າງ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຮັບປະກັນຄວາມປອດໄພຮອບດ້ານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la