ເມືອງຊຽງຮ່ອນ ແຂວງ​ໄຊ​ຍະ​ບູ​ລີ ກໍ່ສ້າງຕ້ານຕາຝັ່ງເຈື່ອນ ນໍ້າງື່ມ

SA Game

ຂປລ

ຄວາມ​ຄືບ​ໜ້າ​ຂອງໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ນໍ້າງື່ມ ເມືອງຊຽງຮ່ອນ ແຂວງ​ໄຊ​ຍະ​ບູ​ລີ.

ໃນວັນທີ 23 ພຶດສະພາ 2023 ຜ່ານ​ມາແຫລ່ງຂ່າວຈາກ ແຂວງໄຊຍະບູລີ​ໄດ້​ລາຍ​ງານ ໃຫ້ຮູ້ວ່າ: ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ນໍ້າງື່ມ ເມືອງ ຊຽງຮ່ອນ ແຂວງໄຊະຍບູລີ

ໂດຍໃຫ້ການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງ ຊຽງຮ່ອນ ແລະ ທ່ານ ຫງວຽນວັນໂບນ ຮອງປະທານ ບໍລິສັດ BM ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ.

ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ນໍ້າງື່ມ ເມືອງ ຊຽງຮ່ອນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 3 ພຶດສະພາ 2023 ເປັນຕົ້ນມາ, ມີຄວາມຍາວ 550 ແມັດ, ສູງສະເລ່ຍ 6 ແມັດ, ມູນຄ່າການກໍ່ສ້າງ ເກືອບ 8 ຕື້ກີບ

ໂດຍແມ່ນບໍລິສັດ BM ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງປັດຈຸບັນສໍາເລັດຫລາຍກວ່າ 30% ແລະ ຄາດວ່າຈະໃຫ້ສໍາເລັດ 100% ພາຍໃນເດືອນ ກັນຍາ 2023 ນີ້.

SA Game
ຂປລ

ໃນໂອກາດດຽວກັນ, ຄະນະດັ່ງກ່າວ ໄດ້ລົງຢ້ຽມຢາມ ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ບ້ານ ແກສີພົມ ເມືອງຊຽງຮ່ອນ, ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນ ເມສາ 2023 ມູນຄ່າ 2 ຕື້ກວ່າກີບ ໂດຍທຶນຂອງປະຊາຊົນບ້ານ ແກສີພົມ 100%, ເຊິ່ງແມ່ນບໍລິສັດ ໂຊກນະພາ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ.

ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ບ້ານ ແກສີພົມ ມີ 8 ເສັ້ນ, ມີຄວາມຍາວທັງໝົດ 1.150 ແມັດ, ກວ້າງ 3-4,5 ແມັດ, ແຕ່ລະເສັ້ນແມ່ນປູຢາງສອງຊັ້ນທັງໝົດ, ນອກນີ້ຍັງໄດ້ຍົກລະດັບທາງຊອຍປູດ້ວຍຫີນ ຈໍານວນ 7 ເສັ້ນ, ມີຄວາມຍາວ 950 ແມັດ, ກວ້າງ 3-4 ແມັດ, ປັດຈຸບັນການກໍ່ສ້າງແມ່ນສໍາເລັດ 100%.

ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ແກສີພົມ ທີ່ມີຄວາມຕັດສິນໃຈ ໃນການປະກອບສ່ວນທຶນຮອນ ເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວ ຈົນສໍາເລັດ, ພ້ອມຮຽກຮ້ອງໃຫ້ສືບຕໍ່ຮັກສາຄວາມສາມັກຄີ ທີ່ເປັນມູນເຊື້ອຂອງບ້ານໄວ້ໃຫ້ໝັ້ນຄົງ

SA Game
ຂປລ

ພ້ອມກັນປົກປັກຮັກສາເສັ້ນທາງດັ່ງກ່າວ ໃຫ້ນໍາໃຊ້ໄດ້ຍາວນານ, ສືບຕໍ່ຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານທໍາການຜະລິດ ໂດຍສະເພາະແມ່ນເຮັດນາ, ເຊິ່ງເປັນມູນເຊື້ອມາແຕ່ດຶກດໍາບັນ, ນອກນີ້ ກໍໃຫ້ປູກພືດໄລຍະສັ້ນທີ່ຕະຫລາດຕ້ອງການ ແລະ ຂະຫຍາຍເນື້ອທີ່ປູກຢາງພະລາ ທີ່ເປັນພືດໄລຍະຍາວ, ພ້ອມທັງເອົາໃຈໃສ່ຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ມັກເກີດຂຶ້ນພາຍໃນບ້ານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.