ສປປ ລາວ ຕ້ອນ​ຮັບ​​ການ​​ຢ້ຽມ​ຢາມຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ຣັດ​ເຊຍ

SA Game

Lao National Radio

ສະຫາຍ ທອງລຸນ ສີສຸລິດ ຕ້ອນ​ຮັບຄະນະຜູ້ແທນຂັ້ນສູງພັກຣັດເຊຍເອກະພາບ ຢ້ຽມຢາມ ສປປ ລາວ

ໃນວັນທີ 23 ພຶດສະພາ 2023,  ຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບ ນໍາໂດຍ ສະຫາຍ ດີມີຕຣີ ເມັດເວເດັບ ປະ ທານພັກຣັດເຊຍເອກະພາບ, ຮອງປະ ທານສະພາຄວາມໝັ້ນຄົງ ເເຫ່ງ ສະຫະ ພັນຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນ ໄຫວຢ້ຽມຢາມ ເເລະ ເຮັດວຽກ ຢູ່ ສປປ ລາວ.

ການພົວພັນ ລາວ-ຣັດເຊຍ ແມ່ນສືບຕໍ່ມາແຕ່ການພົວພັນ ລາວ-ອະດີດສະຫະ ພາບໂຊວຽດ, ຊຶ່ງສອງປະເທດ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະ ພາບ ໄດ້ພົບປະເຮັດວຽກຮ່ວມກັບ ສະ ຫາຍເລຂາທິການໃຫຍ່ພັກ ປປ ລາວ, ບັນດາການນໍາຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງພັກຣັດເຊຍເອກະພາບ ໃນຄັ້ງນີ້

ເຊຶ່ງເປັນການປະກອບສ່ວນອັນສຳ ຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ

SA Game
Lao National Radio

ໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ຄະນະຜູ້ແທນຝ່າຍຣັດເຊຍ ຮັບຊາບ, ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX

ໄດ້ແລກປ່ຽນບົດຮຽນໃນການຊີ້ນໍານໍາພາຂອງພັກ ປປ ລາວ ໃນໄລຍະທີ່ຜ່ານມາ, ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ສະຫາຍ ດີມີຕຣີ ເມັດເວເດັບ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະ ພາບຂອງບັນດາການນໍາຂັ້ນສູງຂອງພັກ ແລະ ລັດ ເເຫ່ງ ສປປ ລາວ ໃນຄັ້ງນີ້.

ພ້ອມທັງ ໄດ້ປຶກສາຫາລື ກ່ຽວກັບ ທິດ ທາງການພົວພັນຮ່ວມມື ລະຫວ່າງ ສອງພັກໃນຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງຮອບດ້ານ ທີ່ຍາດມາໄດ້ຕະຫລອດໄລຍະຜ່ານມາ

ໂດຍພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກ ປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າ ປະຊາ ຊົນລາວ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະ ເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

SA Game
Lao National Radio

ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ດີມີຕຣີ ເມັດເວເດັບ ຍັງໄດ້ພົບປະກັບ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແລະ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ພ້ອມກັນນີ້, ສອງພັກ ໄດ້ມີການລົງນາມໃນເອກະສານການຮ່ວມມື ລະຫວ່າງ ສອງພັກ ເເລະ ຂົງເຂດການສຶກສາ ຈໍານວນໜຶ່ງ, ຊຶ່ງເປັນການຢໍ້າຄືນເຖິງບົດ ບາດຄວາມສໍາຄັນຂອງການພົວພັນລະຫວ່າງ ສອງພັກ ທີ່ເປັນພື້ນຖານອັນຕົ້ນຕໍໃຫ້ເເກ່ການພົວພັນຮ່ວມມື ລະ ຫວ່າງ ສອງປະເທດ ລາວ-ຣັດເຊຍ.

ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຊົມ ເເລະ ວາງດອກໄມ້ ຢູ່ພິພິຕະພັນ ປະທານ ໄກສອນ ພົມວິຫານ ເເລະ ອະນຸ ສາວະລີນັກບິນທະຫານສະຫະພາບໂຊວຽດ ຢູ່ນະຄອນຫລວງວຽງຈັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio.