ເມືອງງອຍ ກັບ​ການ​ທ່ອງ​ທ່ຽວ​ແບບ​ງຽບ​ສະ​ຫງົບ​ສະ​ເໜ່​ຂອງ​ທຳ​ມະ​ຊາດ

SA Game

ຂ​ປ​ລ

ທຳ​ມະ​ຊາດເມືອງງອຍ ແຂວງຫລວງພະບາງ ເມືອງ​ແຫ່ງ​ສະ​ເໜ່ການ​ທ່ອງ​ທ່ຽວ​ຂອງ​ລາວ.

ຫາກ​ຈະ​ເອີຍ​ເຖິງ​ຄວາມ​ສວຍ​ງາມ ແລະ ທຳ​ມະ​ຊາດ​ອັນ​ອັດ​ສະ​ຈັນ​ແລ້ວ​ເມືອງງອຍ​ຖື​ວ່າ​ເປັນ​ໜຶ່ງ​ໃນ​ນັ້ນ​ເລີຍ, ເມືອງງອຍ ແຂວງຫລວງພະບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບການທ່ອງທ່ຽວແບບສຳຜັດກັບທຳມະຊາດ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບດ້ວຍພູຜາປ່າໄມ້ ແລະ ທຳມະຊາດທີ່ສວຍສົດງົດງາມ, ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງເທດໃຫ້ຄວາມສົນໃຈທີ່ສຸດອີກແຫ່ງໜຶ່ງ.

ເມືອງງອຍ ຕັ້ງຢູ່ແຄມນໍ້າອູ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຫລວງພະບາງ ຊຶ່ງນັກທ່ອງທ່ຽວສ່ວນຫລາຍຈະເດີນທາງຈາກຫລວງພະບາງ ໄປປະມານ 140 ກິໂລແມັດ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 3 ຊົ່ວໂມງ ຈົນຮອດເມືອງໜອງຂຽວ ( ເທສະບານເມືອງງອຍປັດຈຸບັນ ).

SA Game
ຂ​ປ​ລ

ຕະຫລອດເສັ້ນທາງຈາກນະຄອນຫລວງພະບາງ ໄປຫາໜອງຂຽວ ຈະມີບ້ານຊົນນະບົດຕັ້ງຢູ່ກະແຈກກະຈາຍລຽບຕາມສອງຂ້າງທາງ ໂດຍມີພູຜາ ແລະ ແມ່ນໍ້າອູ ທີ່ເປັນທິວທັດງົດງາມຕະຫລອດທາງຈົນຮອດເມືອງໜອງຂຽວທີ່ຕັ້ງຢູ່ແຄມແມ່ນໍ້າອູ ເປັນເມືອງທີ່ພວມໄດ້ຮັບການພັດທະນາ ແລະ ເປັນອີກສະຖານທີ່ທ່ອງທ່ຽວທີ່ງົດງາມ, ບັນຍາກາດສົດຊື່ນ ແລະ ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ໄດ້ຮັບຄວາມສົນໃຈເຊັ່ນ:

ຜາຊົມນາງ, ຜາແດງ, ຖໍ້າຜາຖອກ ແລະ ອື່ນໆ. ແຕ່ໃນນີ້ສິ່ງທີ່ດຶງດູດໃຈນັກທ່ອງທ່ຽວໃຫ້ຫລົງໄຫລທີ່ສຸດແມ່ນການຂີ່ເຮືອລ່ອງໄປຕາມລໍານໍ້າອູຊົມທຳມະຊາດພູຫີນປູນທີ່ສວຍງາມ ຊຶ່ງຕະຫລອດໄລຍະການລ່ອງເຮືອ ຈະໄດ້ຊົມວິຖີການດຳລົງຊີວິດຂອງປະຊາຊົນທີ່ອາໄສຕາມແຄມນໍ້າອູແບບລຽບງ່າຍ ແຕ່ແຝງດ້ວຍມົນສະເໜ່ທີ່ດຶງດູດໃຈ ໂດຍສະເພາະແມ່ນການຊອກຢູ່ຫາກິນຕາມລໍາແມ່ນໍ້າອູທີ່ເໝືອນສາຍນໍ້າຫລໍ່ລ້ຽງຜູ້ຄົນ ແລະ ສິ່ງມີຊີວິດໃນເມືອງແຫ່ງນີ້.

SA Game
ຂ​ປ​ລ

ບັນຍາກາດໃນຍາມເຊົ້າຂອງເມືອງງອຍແຫ່ງນີ້ຍິ່ງໜ້າຫລົງໄຫລ ເພາະອາກາດຈະເຢັນສົດຊື່ນ, ມີໝອກປົກຄຸມບາງສ່ວນ ແລະ ຈະມີພະສົງ-ສາມະເນນ ອອກມາບິນທະບາດທຸກເຊົ້າ ເໝາະສຳລັບນັກທ່ອງທ່ຽວທີ່ໜີຄວາມວຸ້ນວາຍມາຢູ່ຢ່າງສະຫງົບແບບຊົນນະບົດ ເຊື່ອວ່າເມື່ອທ່ານໄດ້ໄປສຳຜັດຈະຕິດໃຈຈົນບໍ່ຢາກກັບບ້ານກໍເປັນໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ