ເລີ​ມ​ລົດ​ລົງ! ສະພາບນ້ຳຖ້ວມ ເມືອງໂພນໄຊ ແລະ ຊຽງເງິນ

SA Game

ຂ​ປ​ລ

ຄອນຫລວງພະບາງ ສະພາບນ້ຳຖ້ວມ ເມືອງໂພນໄຊ ແລະ ຊຽງເງິນ ສ້າງ​ຄວາມ​ເສຍ​ຫາຍ​ສົມ​ຄວນ

ໃນວັນທີ 11 ສິງຫາ 2022 ຜ່ານມານີ້, ແຫລ່ງຂ່າວ ຈາກແຂວງຫລວງພະບາງ ລາຍງານໃຫ້ຮູ້ວ່າ: ເກີດມີຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມບ້ານເຮືອນ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາຊົນ ຢູ່ ບ້ານປາກງາ ແລະ ບ້ານຫ້ວຍເຈ້ຍ ເມືອງໂພນໄຊ; ບ້ານປາກແຟນ ເມືອງຊຽງເງິນ ແຂວງຫລວງພະບາງ ສ້າງຄວາມເສຍຫາຍ ເປັນຈຳນວນຫລາຍສົມຄວນ.

ມາຮອດປັດຈຸບັນ ລະດັບນ້ຳໄດ້ລົດລົງ ເລີ່ມເຂົ້າສູ່ສະພາບປົກກະຕິແລ້ວ, ແຕ່ການສັນຈອນຜ່ານເສັ້ນທາງ 2504 ເຊິ່ງເປັນທາງຫລວງທ້ອງຖິ່ນ ແຕ່ນະ ຄອນຫລວງພະບາງ ຫາ ເມືອງໂພນໄຊ ຍັງບໍ່ສາມາດໄປມາຫາສູ່ກັນໄດ້.

ສະເພາະ ບ້ານປາກແຟນ ເມືອງຊຽງເງິນ ທີ່ໄດ້ຮັບຜົນກະທົບ ມີຄອບຄົວທີ່ຖືກຜົນກະທົບທັງໝົດ 27 ຄອບຄົວ, ກະທົບໜັກ 8 ຄອບຄົວ ແລະ ມີເຮືອນທີ່ຖືກນໍ້າພັດໄຫລໜີ 4 ຫລັງ, ປະເມີນຄວາມເສຍຫາຍ ໃນເບື້ອງຕົ້ນທັງໝົດ 300 ກວ່າລ້ານກີບ.

SA Game
ຂ​ປ​ລ

ປັດຈຸບັນ ສະພາບນ້ຳແມ່ນໄດ້ລົດລົງເປັນປົກກະຕິແລ້ວ, ແຕ່ການໄປມາຫາສູ່ຍັງມີຄວາມລຳບາກ, ເສັ້ນທາງຖືກຕັດຂາດລົດໃຫ່ຍບໍ່ສາມາດເຂົ້າໄປເຖິງໄດ້, ໄຟຟ້າຖືກຕັດຂາດ, ນໍ້າສະອາດບໍ່ມີໃຊ້, ເຮັດໃຫ້ປະຊາຊົນລຳບາກ, ປະຊາຊົນໄດ້ພ້ອມກັນສ້ອມແປງທາງ, ຂຸດດິນອອກຈາກບ່ອນທີ່ມີດິນເຈື່ອນຖົມທາງ ເພື່ອເຮັດໃຫ້ລົດໃຫ່ຍສາມາດແລ່ນໄດ້ຊົ່ວຄາວ. ສ່ວນ ສອງບ້ານ ຢູ່ເມືອງໂພນໄຊ ການເກັບກຳຂໍ້ມູນມູນຄອບຄົວ ທີ່ໄດ້ຮັບຜົນກະທົບ ຍັງບໍ່ສຳເລັດ.

SA Game
ຂ​ປ​ລ

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ລາຍງານໃຫ້ຮູ້ວ່າ: ໃນໄລຍະທີ່ເກີດເຫດ ການໄພນ້ຳຖ້ວມ ທາງເມືອງໄດ້ລະດົມກຳລັງທະຫານ-ຕ່ຳຫລວດ ແລະ ທີມງານປ້ອງກັນ-ຄວບຄຸມ ໄພພິ ບັດຂັ້ນເມືອງ ລົງຊ່ວຍເກັບມ້ຽນເຄື່ອງຂອງ ແລະ ຍົກຍ້າຍສັດລ້ຽງ ໄວ້ທີ່ສູງ, ປັດຈຸບັນ ໄດ້ສືບຕໍ່ຊ່ວຍອະນາໄມເຮືອນຂອງປະຊາຊົນທີ່ຖືກນ້ຳຖ້ວມ. ແຕ່ໄພນ້ຳຖ້ວມຄັ້ງນີ້ ສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບເລັກນ້ອຍ ມີພຽງຕູບແຄມນ້ຳທີ່ເປັນບ່ອນບໍລິການຂອງຮ້ານອາຫານ ໄດ້ຖືກນ້ຳໄຫລຊຸ. ສ່ວນການແກ້ໄຂບັນຫາການສັນຈອນຕາມທ້ອງຖະໜົນ, ລະບົບສັນຍານໂທລະສັບ ແລະ ລະບົບໄຟຟ້າ ພາກສ່ວນຮັບຜິດຊອບພວມເລັ່ງແກ້ໄຂ ເພື່ອໃຫ້ໄດ້ໃຊ້ງານເປັນປົກກະຕິ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ