ປະ​ຫວັດ​ຄວາມ​ເປັນ​ມາກ່ອນ​ທີ່​ຈະ​ໄດ້​ເອີ້ນວ່າ ລ້ານຊ້າງ ຫລື ປະເທດລ້ານຊ້າງ

SA Game

Art and Culture of Laos

​ມາ​ຮູ້​ຈັກ​ກັບຄຳ​ວ່າ ລ້ານຊ້າງ ຫລື ປະເທດລ້ານຊ້າງ ທີ່​ຄົນ​ລາວ​ເຮົາ​ເຄີຍ​ເວົ້າ ແລະ ສືກ​ສາ​ກັນ​ມາ​ກັບປະ​ຫວັດສາດ​ລາວ

​ຄິດ​ວ່າ​ຫລາຍໆ​ຄົນ​ຄົງ​ຄາ​ໃຈ​ວ່າ ຄຳວ່າ “ລ້ານຊ້າງ” ຂອງປະເທດລ້ານຊ້າງ ໄດ້​ມາ​ຈັງ​ໃດ ແລະ ບາງທ່ານກໍຕັ້ງຄຳຖາມວ່າ ລ້ານຊ້າງນັ້ນ ແປວ່າ ຊ້າງລ້ານໂຕແທ້ບໍ ?
ຕອນ​ນີ້​ຈະ​ເອົາ​ຂໍ້​ມູນ​ຈາກ 3-4 ແຫລ່ງ​ມາ​ໃຫ້​ຮູ້​ນຳ​ກັນ.
  1. ລານຊ່າງ (Lan – Ts’ang) ຊື່ຂອງແມ່ນຳ້ລ້ານຊ້າງ ຫຼື ແມ່ນຳ້ຂອງຕອນຫົວນຳ້ຕັ້ງແຕ່ເມືອງຊຽງຮຸ່ງ ຈົນຈຳບໍ່ເກີດຂອງນ້ຳ.
  2. ລານຊ່າງ (Lan çang) ເມືອງລານຊ່າງ ທີ່ແຄມແມ່ນຳ້ຂອງ ເໜືອ 12 ພັນນາຂຶ້ນເມືອ.
  3. ລານຊ້າງ ຄູ່ກັນກັບ ລານນາ.
  4. ລ້ານຊ້າງ ໃນເອກະສານຂອງ ມາຣິນີ ສະໄໝເຈົ້າສຸຣິຍະວົງສາ.
ເພື່ອຄວາມກະຈ່າງແຈ້ງສຳຫຼັບຜູ້ອ່ານຜູ້ຂ້າຂໍເລີ່ມແຕ່ຂໍ້ທີ່ 4 ຂຶ້ນຫາຂໍ້ທີ່ 1.
SA Game
Art and Culture of Laos

4. ຄຳວ່າ ລ້ານຊ້າງ ທີ່ແປວ່າ “ຊ້າງລ້ານໂຕ”

ເຫັນຈະແຈ້ງໃນໜັງສືຂອງ ຄຸນພໍ່ ມາຣິນິ ຜູ້ພະຍາຍາມມາເຜີຍແພ່ສາສນາເຍຊູຢູ່ອານາຈັກລ້ານຊ້າງສະໄໝພຣະເຈົ້າສຸຣິຍະວົງສາ ແຕ່ປີ ຄ.ສ 1642 – 1647. ທ່ານ ມາຣິນີ ເປັນຄົນ ອິຕາລີ ຄົງຈະໃຊ້ລ່າມແປພາສາໃຫ້ ແລະ ທ່ານຄົງໄດ້ຖາມລ່າມວ່າ: Langione (ລ້ານຊ້າງ) ມີຄວາມໝາຍວ່າແນວໃດ ແລະ ລ່າມກໍ່ຄົງຕອບວ່າ “ລ້ານ” ແປວ່າ “Million” ແລະ “ຊ້າງ” ແປວ່າ “Elephants” ດັ່ງນັ້ນຄຳວ່າ “ລ້ານຊ້າງ” ກໍແປວ່າ “ຊ້າງລ້ານໂຕ”. ແລະ ຕັ້ງແຕ່ນັ້ນມາ ຄຳວ່າ ລ້ານຊ້າງ ທີ່ແປວ່າ ຊ້າງລ້ານໂຕນັ້ນ ຈຶ່ງໄດ້ຮັບຮູ້ກັນໃນທົ່ວສາກົນ.

3. ໃນຕຳນານເມືອງພິງຄະນະຄອນຊຽງໃໝ່

ທີ່ພິມອອກເປັນພາສາໄທຍ ໃນປະຊຸມພົງສາວະດານ ເຫຼັ້ມ 4 ປີ ພສ 2506 ໄດ້ຂຽນໄວ້ວ່າ: “… ແຕ່ນັ້ນມາ ເມືອງຍວນລານນາ ແລະ ເມືອງລານຊ້າງ ທັງສອງນີ້ ຈຶ່ງຮຽກວ່າ ລາວ ວ່າອັ້ນແຕ່ນັ້ນມາແລ…”. ໝາຍເຫດ: ເອກະສານດັ່ງກ່າວຂຽນວ່າ ລານນາ ແລະ ລານຊ້າງ ຊຶ່ງຄົງບໍ່ມີເຫດຜົນອ້າງອີງວ່າ ແມ່ນ “ລານ” ຫຼື ແມ່ນ “ລ້ານ” ເພາະເອກະສານສະໄໝເກົ່ານັ້ນ ບໍ່ໄດ້ໃຊ້ໄມ້ວັນນະຍຸດເລີຍ ແລະ ຜູ້ຂ້າຄຶດວ່າແມ່ນ “ລ້ານ” ຫຼາຍກ່ວາ ແຕ່ບໍ່ມີຄວາມໝາຍວ່າ “ລ້ານ=10 ແສນ” ແລະ ຄົງຈະໝາຍຄວາມວ່າ “ຫຼາຍອິຫຼີ”.

2. ເມືອງ ລານຊ່າງ(Lan çang) ທີ່ຕັ້ງຢູ່ແຄມແມ່ນຳ້ຂອງ(ແມ່ນ້ຳລານຊ່າງ) ເໜືອ 12 ພັນນາຂຶ້ນເມືອ

ຄົງຈະເອົາຊື່ມາຈາກແມ່ນຳ້ ລານຊ່າງ (Lan Ts’ang) ແລະ ພາຍຫຼັງ ເມື່ອຜູ້ຄົນທີ່ເມືອງດັ່ງກ່າວອົບພະຍົບລົງມາ ກໍເອົາຊື່ຂອງເມືອງ ຫຼື ຖິ່ນເດີມ ມາຕັ້ງຊື່ງໃຫ້ ເມືອງລ້ານຊ້າງ (ອານາຈັກລ້ານຊ້າງ) ເໝືອນກັນກັບຕົວຢ່າງບ້ານ ແລະ ເມືອງອື່ນໆທີ່ຜູ້ອົບພະຍົບຕັ້ງຂຶ້ນຕາມຊື່ເດີມຂອງຕົນທີ່ອານາຈັກແຖນ ຫຼື ອ້າຍລາວເຊັ່ນ : ເມືອງຮຸນ ເມືອງຮຸນຊຽງຮຸ່ງ ເມືອງຮຸນຂາໜ້າ ເມືອງຫຼ້າ ເມືອງພວນ ແລະ ອື່ນໆ …

1. ແມ່ນ້ຳລານຊ່າງ (Lan Tsjang, Lan Xiong. Lan çang, Lan Chang) ຄົງຈະເປັນທີ່ມາຂອງເມືອງລານຊ່າງ ແລະ ອານາຈັກລ້ານຊ້າງ

ອັນນີ້ໜ້າສົນໃຈຫຼາຍ, ຈະບໍ່ເວົ້າເຖິງຊື່ຕ່າງໆມາກມາຍ ທີ່ຂະໜານໃຫ້ແມ່ນ້ຳຂອງຊຶ່ງຜູ້ຂ້າໄດ້ຂຽນບົດຄວາມໄວ້ແລ້ວ ແຕ່ຈະຂໍເວົ້າເຈາະຈົງກ່ຽວກັບຊື່ຄຳວ່າ ແມ່ນ້ຳລານຊ່າງ. ອຈ ຫູເວີຍ (Hou Wei) ນັກປະຫວັດສາດຈີນບູຮານ ໃນສະຕະວັດທີ່ 16 ທີ່ໄດ້ໄປອາໄສຢູ່ ແລະ ສຳຫຼວດອານາຈັກແຖນ ແລ້ວກໍ່ໄດ້ຮິບໂຮມເອົາໜັງສືພົງສາວະດານຂອງທ້ອງຖິ່ນດັ່ງກ່າວມາພິມເປັນປຶ້ມຮຽກວ່າ ” ນ່ານເຈົ້າ ເຢີ້ເຊີ (NAN-TCHAO YE-CHE) ” ນັ້ນ ໄດ້ບັນທຶກກ່ຽວກັບແມ່ນ້ຳລານຊ່າງ ໄວ້ດັ່ງນີ້:

“…ແມ່ນ້ຳລານຊ່າງ (Lan Ts’ang) ທີ່ວ່າມານັ້ນ ມີຊື່ແທ້ຂອງມັນວ່າ ເຮີຍຊ້ວຍ (Hei-Chouei-ລາວບູຮານຮຽກວ່າຫ້ວຍໄຄ້) ຫົວບໍ່ຂອງມັນນັ້ນ ເກີດມາຈາກພູເຂົາ ລູເຊີ (Lou Che) ທີ່ຕິເບດ ຍ້ອນແນວນັ້ນ ຕໍ່ມາເພິ່ນຈຶ່ງໃຫ້ຊື່ມັນຕາມຊື່ພູເຂົາດັ່ງກ່າວວ່າ ແມ່ນ້ຳ ລູຊ່າງ (Lou Ts’ang), ມັນໄດ້ໄຫຼລົງມາສູ່ແຂວງ ລີ້ກຽງ (Li kiang) ຂອງອານາຈັກແຖນ (T’ian) ໂດຍຜ່ານເມືອງລານເຈົ່າ (Lan Tcheou) ໄປ ຍ້ອນແນວນັ້ນຜູ້ຄົນກໍ່ເລີຍເອີ້ນມັນແບບຜິດເຂວໄປ ໂດຍເອົາຄຳວ່າ ລານ ມາແທນຄຳວ່າ ລູ ກາຍເປັນ ລານຊ່າງ (Lan Ts’ang) ຫຼື ເອີ້ນວ່າ ໄພ່ລີ້ກຽງ (P’ai Li kiang), ມັນໄດ້ໄຫຼລົງໄປສູ່ແຂວງຢົ່ງຈາງ … ເຂົ້າສູ່ກຽວເຈີ (Kiao Tche) ແລ້ວກໍຕົກລົງສູ່ທະເລໃຕ້… ”, ມີຂໍ້ຄວາມໃນເອກະສານຊານໄຮກິ່ງ (Chan hai king) ຮຽກແມ່ນ້ຳນີ້ວ່າ ເອີນຮາຍ (Eul hai) ຊຶ່ງໄຫຼລົງມາຈາກທິດຕາເວັນຕົກ ແລ້ວໄຫຼລົງໄປສູ່ລໍ (Lo) ດັ່ງນັ້ນເພິ່ນຈຶ່ງຮຽກມັນວ່າ ລໍຊ້ວຍ (Lo Chouei).

SA Game
Art and Culture of Laos

ໝາຍເຫດ : ຈາກປະຫວັດແທ້ຂອງມັນນີ້ ພວກເຮົາເຫັນໄດ້ວ່າ ແມ່ນ້ຳລານຊ່າງ (ພວກເຮົາຮຽກວ່າ ແມ່ນນ້ຳລ້ານຊ້າງ) ຫຼື ແມ່ນນ້ຳຂອງນັ້ນ ຊື່ກົກຂອງມັນແມ່ນ ເຮີຍຊ້ວຍ (ຫ້ວຍໄຄ້) ແລະໄດ້ຮັບຊື່ໃໝ່ວ່າ ລູຊ່າງ ແຕ່ເມື່ອມັນໄຫຼມາຮອດເມືອງລານເຈົ່າແລ້ວ ຜູ້ຄົນເລີຍເອີ້ນວ່າ ລານຊ່າງ (ຕາມຊື່ເມືອງຂອງຕົນ) ອັນໄດ້ກາຍມາເປັນ ແມ່ນ້ຳລານຊ່າງ ແລະ ຕໍ່ມາກໍ່ໄດ້ກາຍມາເປັນຊື່ຂອງເມືອງ ລານຊ່າງ ເໜືອ 12 ພັນນາຂຶ້ນເມືອ (ລາວເຮົາດຽວນີ້ອອກສຽງເປັນແມ່ນ້ຳລານຊ້າງ ແລະ ເມືອງລ້ານຊ້າງ) ແລ້ວຕໍ່ໆມາກໍ່ກາຍມາເປັນຊື່ຂອງປະເທດລ້ານຊ້າງ, ດັ່ງນັ້ນຄຳວ່າ ລູຊ່າງ ລານຊ່າງ ແຕ່ເດີມບໍ່ໄດ້ໝາຍຄວາມວ່າ ຫຼາຍ ຫຼື ລ້ານ (ສິບແສນ) ແຕ່ຢ່າງໃດເລີຍ, ສ່ວນຄຳວ່າ ຊ່າງ (Ts’ang) ພາສາຈີນ ແລະ ລາວ ສາມາດແປວ່າຊ້າງ ແລະໃຫຍ່ໄດ້ ຄືກັນ, ສ່ວນຄຳວ່າ ລໍຊ້ວຍ (Lo Chouei) ນັ້ນ ຄົງຈະໝາຍຄວາມວ່າ ຫ້ວຍລໍ ຫຼື ຫ້ວຍລາວ ຊຶ່ງ ກໍຄືຄຳວ່າ ໄພ່ລີ້ກຽງ (P’ai Li kiang) ຄົງຈະແມ່ນແມ່ນ້ຳໄພ່ລື້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Art and Culture of Laos