ເພື່ອ​ຄວາມ​ປອດ​ໄພ! ຫົວ​ພັນ​ປະ​ກາດ​ປິດ​ເມືອງ​ໃນ​ວັນ​ທີ່ 28 ເມ​ສາ ນີ້

SA Game

ພາບ: laodaily.com.la

ຫົວພັນ ​ປະກາດປິດເມືອງ ເພື່ອຄວາມປອດໄພເລີ່ມ 28 ເມສາເປັນຕົ້ນໄປ.

ເກືອບ​ວ່າ​ໝົດ​ທຸກ​ແຂວງ​ແລ້ວ​ທີ່​ພະ​ຍາດ​ໂຄວິດ-19 ໄດ້​ລະ​ບາດ​ໄປ ແລະ ຫົວພັນເປັນພຽງ 1 ໃນ 3 ແຂວງທີ່ຍັງປອດເຊື້ອໂຄວິດ-19 ພາຍຫຼັງທີ່ຄະນະສະເພາະກິດຖະແຫຼງ, ຊຽງຂວາງເຊິ່ງເປັນແຂວງທີ 4 ຕິດແລ້ວ ໜຶ່ງຄົນ ຫຼ້າສຸດຫ້ອງວ່າການປົກຄອງແຂວງຫົວພັນອອກແຈ້ງການລັອກດາວໂຕແຂວງຄົນໃນຫ້າມອອກ-ຄົນນອກຫ້າມເຂົ້າ, ບໍ່ໃຫ້ອອກນອກຮົ້ວຮາວນັບແຕ່ເວລາ 6:00 ໂມງຂອງວັນທີ 28 ເມສາເປັນຕົ້ນໄປ.

ແຂວງຫົວພັນ ໄດ້ອອກແຈ້ງການເພີ່ມເຕີມສະບັບເລກທີ 1944/ຫວຂ,ຫພ ລົງວັນທີ: 27 /04/2021 ເຖິງບັນດາ ທ່ານ ຫົວຫນ້າພະແນກການ, ອົງການທຽບເທົ່າ, ສະພາປະຊາຊົນແຂວງ, ກອງບັນຊາການທະຫານເເຂວງ, ກອງບັນຊາການ ປກສ ແຂວງ ແລະ ບັນດາເຈົ້າເມືອງ ເມືອງທົ່ວເເຂວງຫົວພັນໃຫ້ເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ -19ໃນໄລຍະນີ້.

SA Game
ພາບ: laodaily.com.la

ກ່ຽວກັບການການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ໃນແຂວງຫົວພັນມີດັ່ງນີ້:

  • ຫ້າມພົນລະເມືອງແຂວງ ເດີນທາງອອກຈາກບ້ານ, ເມືອງ, ແຂວງ ແລະ ຫ້າມພົນລະເມືອງທີ່ເດີນທາງມາ ຈາກຕ່າງແຂວງ, ຈາກຕ່າງປະເທດເຂົ້າມາແຂວງຫົວພັນຢ່າງເດັດຂາດ, ຍົກເວັ້ນກໍລະນີພິເສດ ແລະ ມີຄວາມຈໍາເປັນເຊັ່ນ:

ໄປປະຕິບັດຫນ້າທີ່ທາງລັດຖະການທີ່ຈໍາເປັນ-ຮີບດ່ວນ, ມີການເຈັບເປັນໄປໂຮງຫມໍເທົ້ານັ້ນ. ສ່ວນລົດ ຂົນສົ່ງສິນຄ້າ ແລະ ຜູ້ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກແຂວງຫົວພັນ, ຕ້ອງໄດ້ຮັບອະນຸຍາດ ຈາກຄະນະ ສະເພາະກິດຂັ້ນແຂວງ ຫລີ ຂັ້ນເມືອງສາກ່ອນ.

  • ຫ້າມພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນນັກສຶກສາ, ນັກບວດ ຊາວ ຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ອາໄສຢູ່ແຂວງຫົວພັນ ອອກຈາກທີ່ພັກອາໄສ(ເຮືອນ) ເລີ່ມແຕ່ເວລາ 6 ໂມງ 00 ຂອງວັນທີ 28 / 04 / 2021 ເຖິງ ເວລາ 24 ໂມງ 00 ຂອງວັນທີ 05/05/2011, ຍົກເວັ້ນກໍລະນີ ພິເສດ ແລະ ມີຄວາມຈໍາເປັນ (ດັ່ງຂໍ້ຫ້າມທີ 1 ຂ້າງເທິງ).

ໃນນີ້ ບັນຫາສໍາຄັນ ຖ້າພົບເຫັນ ແລະ ກວດພົບຜູ້ຕິດເຊື້ອ ແລະ ມີຄວາມສ່ຽງຢູ່ບ້ານໃດ, ເມືອງໃດ ແມ່ນໃຫ້ປະຕິບັດຢ່າງເຂັ້ມງວດ ຕາມມາດຕະການຕ່າງໆ ຂອງສູນກາງ ແລະ ຂອງແຂວງ ທີ່ໄດ້ປະກາດໄປກ່ອນແລ້ວນັ້ນ.

  • ການກໍານົດດ່ານຈຸດຄັດກອງກວດຄົນເຂົ້າ-ອອກຂອງບັນດາເມືອງ, ແມ່ນໃຫ້ອີງໃສ່ເງື່ອນໄຂຄວາມເຫມາະສົມຕົວຈິງເຊັ່ນ: ຈຸດເສັ້ນຊາຍແດນລະຫ່ວາງເມືອງຕໍ່ເມືອງ ຫຼື ຈຸດເຂົ້າ-ອອກຜ່ານເມືອງ ເພື່ອສະດວກໃນການ ປະຕິບັດຫນ້າທີ່ ແລະ ຮັບປະກັນບໍ່ໃຫ້ຜູ້ເດີນທາງມາຈາກເມືອງ ແລະ ແຂວງອື່ນລັກລອບຜ່ານເຂົ້າເມືອງຕົນເອງໄດ້ ເພື່ອຮັບປະກັນການປະຕິບັດຫນ້າທີ່ ຂອງພະນັກງານປະຈໍາຈຸດຄັດກອງ ໃຫ້ມີປະສິດທິພາບ ແລະ ມີຄວາມສະດວກ ເທົ່າທີ່ຄວນ.
SA Game
ພາບ: laodaily.com.la

ພ້ອມນີ້ ມອບໃຫ້ພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງຫມໍຕ່າງໆ ກະກຽມ ຄວາມພ້ອມທາງດ້ານສະຖານທີ່ກັກກັນຜູ້ທີ່ຢູ່ໃນກຸ່ມສ່ຽງ, ສະຖານທີ່ກັກກັນ ຂອງພະນັກງານແພດຫມໍ ທີ່ ປະຕິບັດຫນ້າທີ່ຄົບຕາມກໍານົດເວລາ ແລະ ກະກຽມບ່ອນປິ່ນປົວຜູ້ຕິດເຊື້ອໃຫ້ພຽງພໍ ພ້ອມທັງປະຕິບັດຕາມ ຫຼັກການ ວິຊາສະເພາະຢ່າງເຂັ້ມງວດ ຫາກມີອັນໃດເຫັນວ່າມີຄວາມຈໍາເປັນ ແລະ ຫຍຸ້ງຍາກໃຫ້ຮີບຮ້ອນລາຍງານ ການນໍາແຂວງຮັບຊາບ ເພື່ອໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດຖືກຕ້ອງ ແລະ ທັນກໍານົດເວລາ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ປະຊາຊົນບັນດາເຜົ່າ, ບໍລິສັດ, ນັກທຸລະກິດ, ຜູ້ປະກອບການ, ຊາວຄ້າ-ຂາຍ ແລະ ນິຕິບຸກຄົນ ທີ່ດໍາລົງຊີວິດຢູ່ແຂວງຫົວພັນ, ຢູ່ຕ່າງແຂວງ ແລະ ຢູ່ ຕ່າງປະເທດ ທີ່ມີຈິດໃຈ ຢາກຊ່ວຍເຫຼືອປະກອບສ່ວນທາງດ້ານ ງົບປະມານ, ປາປົວພະຍາດ ແລະ ວັດຖຸອຸປະກອນ ຕ່າງໆ ດັ່ງທີ່ກ່າວມາຂ້າງເທິງນັ້ນ ໃຫ້ໄປພົວພັນ ແລະ ຕິດຕໍ່ ຫ້ອງການກອງເລຂາຄະນະສະເພາະກິດໂຄວິດ-19 ທີ່ ຫ້ອງວ່າການແຂວງ ຫລື ຫ້ອງວ່າການເມືອງ 10 ທົ່ວແຂວງຕາມເບີ້ໂທລຸ່ມນີ້:

ທ່ານ ນວນໄຊ ອິນທະບົວລີ 020 55000555 ທ່ານ ນ. ພຸດສະດາ ພີມສຸວັດ 020 22347456.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la.