ຫົວ​ພັນ​ສົ່ງ​ເສີມ​ການ​ປູກ​ໝາກ​ແໝ່ງ​ພັນ​ກວາງ​ຕຸງ​ເປັນ​ສິນ​ຄ້າ​ໃໝ່

SA Game

ພາບ: laodaily.com.la

ສິນຄ້າໃໝ່ໝາກແໜ່ງພັນກວາງຕຸ່ງ ສົ່ງເສີມໃຫ້ປູກຢູ່ 3 ເມືອງແຂວງຫົວພັນ.

ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງຫົວພັນມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ ໄປຄຽງຄູ່ກັບການຕ່ຳຫູກໄທໄໝ, ປູກເຂົ້າໄກ່ນ້ອຍທີ່ເປັນສິນຄ້າປາຍແຫຼມແລ້ວຕອນນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄດ້ເຊັນສັນຍາ ຮ່ວມກັບ ບໍລິສັດຊີງຕາສົ່ງເສີມກະສິກຳ ຈຳກັດຜູ້ດຽວ ເພື່ອສົ່ງເສີມໃຫ້ປະຊາຊົນປູກໝາກແໜ່ງກວາງຕຸ້ງສາຍສຳພັນ ໂດຍຜ່ານກອງທືນບ້ານສາມັກຄີຂອງແນວລາວສ້າງຊາດ.

ການ​ທີ່ຊາວກະສິກອນບ້ານເຮົາທໍ້ຖອຍບໍ່ຢາກລົງທຶນລົງແຮງເຮັດການຜະລິດ ເນື່ອງຈາກ ບໍ່ມີຕະຫຼາດຮອງຮັບ, ແຕ່ຖ້າມີສັນຍາຜູກພັນສອງສົ້ນ ຈະເພີ່ມຄວາມໝັ້ນໃຈ ແລະ ແຮງກະຕຸ້ນໃຫ້ຜູ້ຜະລິດຫ້າວຫັນຢາກປູກຢາກສ້າງຫຼາຍຂຶ້ນ ເຊິ່ງທ້າຍເດືອນສິງຫານີ້ຫາກໍ່ມີຂ່າວໃໝ່ 3 ເມືອງຂອງແຂວງຫົວພັນຈະໄດ້ມີສິນຄ້າແນວໃໝ່ພ້ອມບ່ອນຈຳໜ່າຍ ໂດຍບໍລິສັດຊີງຕາເປັນຄົນຮັບຊື້.

SA Game
ພາບ: laodaily.com.la

​ຖື​ວ່າ​ເປັນ​ຂ່າວ​ດີ, ໄດ້​ມີພິທີເຊັນສັນຍາຮ່ວມມືໄດ້ຈັດຂື້ນໃນວັນທີ 29 ສິງຫານີ້, ຢູ່ທີ່ຫ້ອງການແນວລາວສ້າງຊາດແຂວງໂດຍການເຂົ້າຮ່ວມຂອງທ່ານ ຄໍາຜີວ ວົງສະຫວັນ ປະທານແນວລາວສ້າງຊາດແຂວງ, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງເປົ້າໝາຍຄື ຊຽງຄໍ້, ສົບເບົາ, ວຽງໄຊ, ພ້ອມດ້ວຍບໍລິສັດເຂົ້າຮ່ວມ.

ຈຸດປະສົງໃນການເຊັນສັນຍາຮ່ວມກັນໃນຄັ້ງນີ້ກໍເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ ແຂວງຫົວພັນ ໂດຍແນໃສ່ເມືອງທີ່ມີເປົ້າໝາຍເໝາະສົມໃນການປູກໜາກແໜ່ງມີຢູ່ 3 ເມືອງຄື ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງວຽງໄຊ.

ທັ້ງນີ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ມີໜ້າທີ່ຊີ້ນຳໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ປະສານງານກັບບໍລິສັດ, ການລົງເກັບກຳຂໍ້ມູນຂອງປະຊາຊົນຢູ່ໃນບ້ານ, ຄອບຄົວ, ທີ່ເຫັນວ່າຢາກປູກໝາກແໜ່ງພັນກວາງຕຸ້ງປັບປຸງໃໝ່ ໃຫ້ສັງລວມບັນຊີຈຳນວນຄອບຄົວ, ເນື້ອທີ່ຄວາມຕ້ອງການເບັ້ຍໝາກແໜ່ງ…

ເພື່ອລາຍງານການນຳເມືອງ, ກອງທືນບ້ານສາມັກຄີແນວລາວສ້າງຊາດ, ເພື່ອໃຫ້ບໍລິສັດຊີງຕາສົ່ງເສີມກະສິກຳຈຳກັດຜູ້ດຽວ ສະໜອງເບັ້ຍໝາກແໜ່ງທີ່ໄດ້ມາດຖານ, ແລ້ວປະສານງານກັບບໍລິສັດໃນການແນະນຳປົກປັກຮັກສາເບັ້ຍ, ເຕັກນິກການປູກ, ການເກັບກູ້ຜົນລະປູກ, ໃຫ້ຖືກຕ້ອງຕາມມາດຖານເຕັກນິກ,

ສຳລັບບໍລິສັດຊີງຕາສົ່ງເສີມກະສິກຳຈຳກັດຜູ້ດຽວ ມີໜ້າທີ່ໃນການຮ່ວມມືກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃນການສຳຫຼວດເກັບກຳເນື້ອທີ່ ທີ່ຈະປູກຢູ່ບັນດາບ້ານ, ແລ້ວສະໜອງເບັ້ຍໝາກແໜ່ງຕາມການສະເໜີຂອງບ້ານ ໂດຍໄດ້ຮັບການຢັ້ງຢືນຈາກຫ້ອງການກະສິກຳເມືອງ, ການນຳເມືອງ ດ້ວຍລາຄາ 3.500 ກີບຕໍ່ສຸມ,

ພ້ອມທັງຝືກອົບຮົມແນະນຳວິທີການປູກ, ບົວລະບັດຮັກສາ, ວິທີເກັບກູ້ຜົນຜະລິດໃຫ້ປະຊາຊົນທີ່ປູກໝາກແໜ່ງ, ສ່ວນລາຄາຄໍ້າປະກັນຕໍ່າສຸດທີ່ຊື້ຜົນຜະລິດຈາກປະຊາຊົນໝາກ ແໜ່ງດິບກິໂລລະ 15.000 ກີບ, ໝາກແໜ່ງແຫ້ງກິໂລລະ 120.000 ກີບ, ສ່ວນການຊື້ຂາຍຕົວຈີງແມ່ນອີງຕາມລາຄາຊື້ຂາຍຕາມທ້ອງຕະຫຼາດໃນແຕ່ລະປີ, ໂດຍແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນຜູ້ຄຸ້ມຄອງ.

ຖ້າຫາກວ່າປະຊາຊົນປູກເບ້ຍໝາກແໜ່ງແລ້ວເບ້ຍໝາກ ແໜ່ງຫາກຕາຍເປັນຍ້ອນເບັ້ຍບໍລິສັດຈະສົ່ງເງີນຄືນ, ຖ້າຫາກວ່າປູກແລ້ວເປັນຍ້ອນປະຊາຊົນບໍ່ຮັກສາ, ຂາດຄວາມຮັບຜິດຊອບ, ບໍລິສັດຈະບໍ່ທົດແທນຄືນ, ໃນກໍລະນີປູກຖືກຕ້ອງຕາມເຕັກນິກ ແລະ ຄົບຖ້ວນຕາມມາດຖານເງື່ອນໄຂໄດ້ 4 ປີແລ້ວບໍ່ເປັນໝາກຍ້ອນແນວພັນ ບໍລິສັດຈະສົ່ງເງີນຄ່າເບັ້ຍໝາກແໜ່ງໃຫ້ປະຊາຊົນທັງໝົດໃນປີທີ 4 ໂດຍອີງໃສ່ການກວດກາຂອງບ້ານ, ຫ້ອງການກະສິກຳເມືອງ, ຄະນະກອງທືນບ້ານສາມັກຄີແນວລາວສ້າງຊາດ ຕາມສະພາບຄວາມເປັນຈີງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la