​ອາ​ຊີບປູກ​ຊາ​ໝ້​ຽງ​ຂາຍ​ລາຍ​ໄດ້​ດີ​ປີ​ໜຶ່ງ​ເກືອບ 100 ລ​້ານ​ກີບ

SA Game

ພາ​ບ: MediaLaos

ປ່ຽນຈາກອາຊີບຖາງປ່າເຮັດໄຮ່ ມາປູກຊາໝ້ຽງຂາຍ ເຮັດໃຫ້ມີລາຍຮັບປີໜຶ່ງຫລາຍລ້ານກີບ.

ຈາກ​ການ​ປ່ຽນ​ຈາກ​ເຮັດ​ໄຮ່ຫັນ​ມາ​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳ ເພື່ອ​ສ້າງ​ເສດ ຖະ​ກິດ​ຄອບ­ຄົວ ບໍ່​ວ່າ​ຈະ​ເປັນ​ການ​ປູກ ການ​ລ້ຽງ ແນ­ໃສ່​ປະ­ກອບ­ສ່ວນ​ໃນ​ການ​ລຶ­ບລ້າງ​ຄວາມ ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໃຫ້​ສອດ­ຄ່ອງ​ກັບ​ແນວ­ທາງ​ຂອງ​ພັກ-ລັດ­ຖະ­ບານ, ພາຍ­ຫຼັງ​ທີ່​ລັດ­ຖະ­ບານ ໄດ້​ມີ​ຄໍ​ສັ່ງ​ໃນ​ການ​ຍຸດ­ຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ​ຕ່າງໆ ຕ່າງ​ກໍ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ສົ່ງ­ເສີມ​ພໍ່​ແມ່​ປະ­ຊາ­ຊົນ​ໃນ​ການ​ລ້ຽງ​ຊີບ.

ຈາກ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ແຕ່​ລະ​ທ້ອງ­ຖິ່ນ ໃນ​ການ​ປຸກ­ລະ­ດົມ​ສົ່ງ­ເສີມ​ພໍ່​ແມ່​ປະ­ຊາ­ຊົນ​ໃຫ້​ເປັນ​ເຈົ້າ​ການ ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ ແລະ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາ​ເປັນ​ໄລ­ຍະ​ຫຼາຍ​ປີ ກໍ​ເກີດ​ມີ​ໜໍ່​ແໜງ​ດ້ານ​ການ​ຜະ­ລິດ​ເກີດ​ຂຶ້ນ ຈົນ​ກາຍ­ເປັນ​ຄອບ­ຄົວ​ດີ­ເດັ່ນ​ດ້ານ​ຕ່າງໆ.

SA Game
ພາ​ບ: MediaLaos

ຄອບ­ຄົວ​ຂອງ ທ້າວ ບຸນ​ທ່ຽງ ມວນ​ມະ­ນີ ອາ­ຍຸ 54 ປີ ປະ­ຊາ­ຊົນ​ບ້ານ​ສະ​ແມດ​ໃຫຍ່ ເມືອງ​ໄຊ​ສະ­ຖານ ແຂວງ​ໄຊ​ຍະ​ບູ​ລີ ທີ່​ໄດ້​ຫັນ​ອາ­ຊີບ​ໃຫ້​ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ຫັນ​ຈາກ​ການ​ຜະ­ລິດ​ແບບ​ກະ​ແຈກ​ກະ­ຈາຍ ມາ­ສູ່ ການ​ຜະ­ລິດ​ແບບ​ເປັນ​ກຸ່ມ ດ້ວຍ​ການ​ປູກ​ຊາກ​ເປັນ​ອາ­ຊີບ​ຫຼັກ​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ໃນ​ຄອບ­ຄົວ​ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ.

ທ້າວ ບຸນ​ທ່ຽງ ມວນ​ມະ­ນີ ກ່າວ​ວ່າ: ກ່ອນ​ປີ 2009 ຄອບ­ຄົວ​ຂອງ​ເພິ່ນ​ເອງ​ໄດ້​ຖື​ອາ­ຊີບ​ເຮັດ​ໄຮ່ ປູກ​ເຂົ້າ​ເລື່ອນ­ລອຍ ແລະ ຖື​ເອົາ​ການ​ປູກ​ຊາ​ເປັນ​ອາ­ຊີບ​ສຳ­ຮອງ ໃນ​ໄລ­ຍະ​ນັ້ນ​ພໍ​ຮອດ​ລະ­ດູ​ຜະ­ລິດ​ເຂົ້າ​ກໍ​ໄດ້​ພາ­ກັນ​ໄປ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ປະ­ມານ 2-3 ເຮັກ­ຕາ ປີ​ໃດ​ຟ້າ​ຝົນ​ອຳ­ນວຍ​ຜົນ​ຜະ­ລິດ​ກໍ​ໄດ້​ຫຼາຍ​ກຸ້ມ​ກິນ ປີ​ໃດ​ຟ້າ​ຝົນ​ບໍ່​ອຳ­ນວຍ​ສັດ­ຕູ​ພືດ​ທຳ­ລາຍ​ຜົນ​ຜະ­ລິດ​ກໍ​ຕ່ຳ ເຮັດ​ໃຫ້​ຂາດ​ເຂົ້າ​ກິນ​ເປັນ​ເວ­ລາ 2-3 ເດືອນ​ຕໍ່​ປີ ດັ່ງ ນັ້ນ ຈຶ່ງ​ເຂົ້າ​ປ່າ​ເພື່ອ​ຊອກ​ຫາ​ເຄື່ອງ​ປ່າ​ຂອງ​ດົງ​ຕາມ​ທຳ​ມະ​ຊາດ​ໄປ​ຂາຍ ແລ້ວ​ຊື້​ເຂົ້າ​ມາ​ກິນ ເພື່ອ​ລ້ຽງ​ຄອບ­ຄົວ ແຕ່​ຊີ­ວິດ​ຄອບ­ຄົວ​ເວ­ລາ​ນັ້ນ​ກໍ​ຍັງ​ຝືດ­ເຄືອງ ເຮືອນ​ຢູ່​ບໍ່​ຖາ­ວອນ ພາ­ຫະ­ນະ​ຮັບ​ໃຊ້​ກໍ​ບໍ່​ມີ ເວ­ລາ​ເຈັບ­ເປັນ​ກໍ​ບໍ່​ມີ​ເງິນ​ໄປ​ປິ່ນ­ປົວ.

ຮອດ​ທ້າຍ​ປີ 2009 ເມືອງ​ໄຊ​ສະ­ຖານ ໄດ້​ສ້າງ­ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ພັກ ແລະ ລັດ ໄດ້​ມີ​ນະ­ໂຍ­ບາຍ​ຈັດ​ສັນ​ອາ­ຊີບ​ຄົງ​ທີ່ ແລະ ໝັ້ນ​ທ່ຽງ​ໃຫ້​ກໍ່​ປະ­ຊາ­ຊົນ ຫັນ​ເອົາ​ການ​ປູກ ການ​ລ້ຽງ​ແບບ ທຳ​ມະ​ຊາດ​ກະ​ແຈກ​ກະ­ຈາຍ ຫັນ​ມາ​ລ້ຽງ​ແບບ​ເປັນ​ກຸ່ມ ຕິດ​ພັນ​ກັບ​ການ​ບໍ­ລິ­ການ​ດ້ານ​ເຕັກ­ນິກ ແລະ ສິນ​ເຊື່ອ​ທະ­ນາ­ຄານ ຍ້ອນ​ເຫັນ​ໄດ້​ແນວ​ນັ້ນ​ລຸງ​ຈຶ່ງ​ໄດ້​ປຶກ­ສາ​ຫາ­ລື​ກັບ​ຄອບ­ຄົວ ຈຶ່ງ​ຕົກ­ລົງ​ກັນ​ປ່ຽນ​ອາ­ຊີບ​ຈາກ​ການ​ເຮັດ​ໄຮ່​ປູກ​ເຂົ້າ​ແບບ​ເລື່ອນ­ລອຍ ມາ​ປູກ​ຊາ​ເປັນ​ອາ­ຊີບ​ຫຼັກ ເພາະ​ຊາ​ສະ​ແມດ​ໃຫຍ່​ເປັນ​ຊາ​ທີ່​ໄດ້​ມາດ­ຖານ ເປັນ​ທີ່​ຕ້ອງ­ການ​ຂອງ​ຜູ້​ບໍ­ລິ­ໂພກ ມີ​ຕະ­ຫຼາດ​ຮອງ​ຮັບ​ຈາກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ປູກ​ເທົ່າ­ໃດ​ກໍ​ຍັງ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ.

SA Game
ພາ​ບ: MediaLaos

ປັດ­ຈຸ­ບັນ​ມີ​ເນື້ອ­ທີ່​ສວນ​ຊາ​ທັງ​ໝົດ 6 ເຮັກ­ຕາ ໂດຍ​ອາ​ໃສ​ແຮງ​ງານ​ພາຍ​ໃນ​ຄອບ​ຄົບ​ທຳ​ການ​ຜະ­ລິດ​ປີ​ໜຶ່ງ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ຊາ​ໄດ້ 78 ລ້ານ​ກີບ ນອກ­ຈາກ​ການ​ປູກ​ຊາ​ແລ້ວ ຄອບ ຄົວ​ຂອງ​ເພິ່ນ​ຍັງ​ໄດ້​ລ້ຽງ­ສັດ ຫາ​ເຄື່ອງ​ປ່າ​ຂອງ​ດົງ ແລະ ຂາຍ ເຄື່ອງ​ຍ່ອຍ​ປີ​ໜຶ່ງ​ໄດ້ 20 ລ້ານ​ກີບ ສັງ​ລວມ​ແລ້ວ​ປີ​ໜຶ່ງ​ສາ­ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ໃນ​ຄອບ­ຄົວ​ໄດ້​ທັງ​ໝົດ 98 ລ້ານ​ກີບ ສະ­ເລ່ຍ​ໃສ່​ຫົວ​ຄົນ​ໜຶ່ງ​ພາຍ​ໃນ​ຄອບ­ຄົວ​ໄດ້ 12 ລ້ານ​ກວ່າ​ກີບ​ຕໍ່​ຄົນ​ຕໍ່​ປີ ຈາກ​ຜົນ​ທີ່​ໄດ້​ຮັບ​ຂ້າງ​ເທິງ​ນັ້ນ ທຽບ­ໃສ່​ເມື່ອ​ກ່ອນ​ເຮັດ​ໃຫ້​ຄອບ­ຄົວ​ຂອງ​ລຸງ​ດີ​ຂຶ້ນ​ຕາມ​ລຳ­ດັບ ສາ­ມາດ​ສ້າງ​ເຮືອນ​ຢູ່​ຖາ­ວອນ​ມີ​ເງິນ​ສົ່ງ​ລູກ​ຫຼານ​ຮຽນ​ຕໍ່ ມີ​ເງິນ​ແຮ​ໄວ້​ໃຊ້​ໃນ​ຍາມ​ຈຳ­ເປັນ.

ທ້າວ ບຸນ​ທ່ຽງ ມວນ​ມະ­ນີ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ໃນ­ຕໍ່­ໜ້າ​ຄອບ­ຄົວ​ຂອງ​ລຸງ​ຍັງ​ຈະ​ໄດ້​ພ້ອມ​ໃຈ​ກັນ​ຂະ­ຫຍາຍ​ສວນ​ຊາ​ອອກ​ຕື່ມ​ອີກ​ໃຫ້​ໄດ້ 2-3 ເຮັກ ຕາ ພ້ອມ​ທັງ​ຈະ​ອາ​ນຸ​ລັກ​ຮັກ­ສາ​ຕົ້ນ​ຊາ​ພັນ​ພື້ນ­ເມືອງ​ດີໆໄວ້ ເຮັດ​ແນວ​ພັນ​ເພື່ອ​ປູກ​ໃນ​ປີ​ຕໍ່ໆ​ໄປ ແລະ ຄາດ​ວ່າ​ປີ​ຕໍ່​ໄປ​ຄອບ­ຄົວ​ຂອງ​ລຸງ​ຈະ​ມີ​ລາຍ​ຮັບ​ຈາກ​ການ​ຂາຍ​ຊາ ຂາຍ​ສັດ ຂາຍ­ເຄື່ອງ​ປ່າ​ຂອງ​ດົງ ແລະ ບໍ­ລິ­ການ​ຄ້າ​ຂາຍ­ຍ່ອຍ ທັງ​ໝົດ 100 ລ້ານ​ກີບ​ຂຶ້ນ​ໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  MediaLaos