ເປົ້າໝາຍໂຄງການວິໄຈອາຫານເປັນຢາ ແລະ ພັດທະນາຜະລິດຕະພັນ

SA Game

ຂປລ

ມະຫາວິທະ ຍາໄລແຫ່ງຊາດເປີດໂຄງການວິໄຈອາຫານເປັນຢາ ແລະ ພັດທະນາຜະລິດຕະພັນ

ເປີດໂຄງການວິໄຈອາຫານເປັນຢາ ແລະ ພັດທະນາຜະລິດຕະພັນ ໃນວັນທີ 24 ພຶດສະພາ 2023 ຜ່ານມາ, ຢູ່ຄະນະວິທະຍາສາດປ່າໄມ້ ມະຫາວິທະ ຍາໄລແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມຊ, ມີບັນດາຄູອາຈານ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການວິໄຈອາຫານເປັນຍາ ແລະ ພັດທະນາຜະລິດຕະພັນ ມີເປົ້າໝາຍໃນ 5 ກິດຈະກຳເປັນຕົ້ນ:

ການສ້າງສວນປູກພືດສະໜຸນໄພ ແລະ ການລ້ຽງແມງຂີ້ສູດ; ການແປຮູບສະໜຸນໄພເພື່ອເປັນອາຫານ-ເປັນຢາ ແລະ ພັດທະນາເຄືອຂ່າຍສະຫະກອນໃຫ້ປະຊາຊົນ; ການສ້າງສູນຮຽນຮູ້ຝຶກອົບຮົມ (ພັດທະນາຫລັກສູດການສຶກສາ) ແລະ ກິດຈະກຳມວນຊົນ ໃນພື້ນທີ່ປ່າໄມ້; ວິໄຈຄຸນນະພາບພືດ ແລະ ພັດທະນາຜະລິດຕະພັນ; ການຊອກຫາຕະຫລາດພາຍໃນ ແລະ ຕ່າງປະເທດໃຫ້ແກ່ປະຊາຊົນທີ່ເປັນສະມະຊິກ

ເຊິ່ງກິດຈະກຳຕ່າງໆ ເຫັນວ່າມີຄວາມສອດຄ່ອງກັບຫລັກສູດການຮຽນ-ການສອນ ຂອງຄະນະວິທະຍາສາດປ່າໄມ້ ໃນ 5 ສາຂາວິຊາ ເປັນຕົ້ນ ອຸດສະຫະກຳປຸງແຕ່ງ, ການຈັດສັນ ແລະ ປູກໄມ້, ການພັດນາຊົນນະບົດ, ການວາງແຜນນຳໃຊ້ທີ່ດິນ, ການທ່ອງທ່ຽວທຳມະຊາດ ແລະ ການອະນຸລັກສັດປ່າ.

SA Game
ຂປລ

ທ່ານ ດວງຕາ ບົວພາວົງ ຫົວໜ້າໂຄງການຝ່າຍລາວ ໄດ້ໃຫ້ຮູ້ວ່າ: ຄະນະວິທະຍາສາດປ່າ ໄມ້ ໄດ້ຕົກລົງເຮັດບົດບັນທຶກສັນຍາຮ່ວມມື (MOA) ກັບມູນລະນິທິສີລາທໍາ ແລະ ບໍລິສັດ ລານພິລາໄລ ຈຳກັດ ໃນວັນທີ 4 ພະຈິກ 2022 ເພື່ອປະຕິບັດໂຄງການດັ່ງກ່າວ ໃນໄລຍະ 3 ປີ.

ໂຄງການນີ້ ເກີດຂຶ້ນໄດ້ ເນື່ອງຈາກວ່າ ໃນປີ 2022 ຜ່ານມາ, ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຈັງຫວັດຊຽງໄໝ ເພື່ອໄປເປັນປະທານເປີດງານແລ່ນເພື່ອສຸຂະພາບ ແລະ ໄດ້ລົງຢ້ຽມຢາມປະຊາຊົນ ທີ່ເປັນເຄືອຂ່າຍຂອງມູນນິທິສິນລະທຳ ແລະ ບໍລິສັດ ລານພິລາໄລ ຈຳກັດ

ເຊິ່ງເປັນການສຶກສາຄັ້ງສຳຄັນ ໂດຍທ່ານກ່າວວ່າ ຢາກໄດ້ໂຄງການການສ້າງສູນວິໄຈພືດ, ອາຫານເປັນຢາ ແລະ ພັດທະນາຜະລິດຕະພັນດັ່ງກ່າວ ມາໃຫ້ປະຊາຊົນລາວ ເພື່ອໃຫ້ເຂົານຳໃຊ້ພືດຜັກ,ຜົນລະປູກ ມາປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ”.

ຈາກນັ້ນ, ປະ ທານມູນລະນິທິດັ່ງກ່າວ ກໍໄດ້ເດີ່ນທາງມາຢ້ຽມຢາມຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ເພື່ອສຶກສາຄວາມເປັນໄປໄດ້ ແລະ ວາງແຜນຂອບເຂດການຮ່ວມມື ໂດຍຄະນະວິທະ ຍາສາດປ່າໄມ້ ກໍໄດ້ຕອບຮັບການຮ່ວມມືກັບມູນລະນິທິສິນລະທຳ ແລະ ບໍລິສັດລານພິລາໄລ ຈຳກັດ ເພື່ອເປັນຄູ່ຮ່ວມພັດທະນາຫລັກສູດ ແລະ ການສ້າງອາຊີບ.

SA Game
ຂປລ

ພາຍຫລັງໄດ້ຕົກລົງຮ່ວມມືແລ້ວ, ຄະນະວິທະຍາສາດປ່າໄມ້ ໄດ້ສົ່ງພະນັກງານຈຳນວນ 4 ທ່ານ ໄປຝຶກອົບຮົມຢູ່ຈັງຫວັດຊຽງໄໝ ເພື່ອທົດລອງການແປຮູບພືດມາເປັນຜະລິດຕະພັນ ແລະ ການລົງສຶກສາຄວາມເປັນໄປໄດ້ ການທົດລອງການແປຮູບ ແລະ ສ້າງຜະລິດຕະພັນ ຂອງຄູອາຈານ

ຈາກນັ້ນ ກໍນຳເອົາຜະລິດຕະພັນທີ່ແປຮູບ ກັບຄືນປະເທດລາວ ພ້ອມທັງວາງສະແດງໃນງານສະ ເຫລີມສະຫລອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ ຜົນປະກົດວ່າໄດ້ຮັບການຕອບຮັບເປັນຢ່າງດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.