ອົບ​ຮົມຫລັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ໃຫ້​ຄູ

SA Game

ຂປລ

ບັນ​ດາ​ຄູ​ຝືກ​ໄດ້​ຮັບ​ການ ຍົກລະດັບ ຫລັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່

ເພື່ອປັບປຸງ ຜົນການຮຽນ ຂອງນັກຮຽນໃຫ້ດີຂຶ້ນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດຝຶກອົບຮົມຫລັກສູດ ຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງໃໝ່ ໃຫ້ແກ່ຄູຝຶກ ຈຳນວນ 64 ຄົນ ເພື່ອໄປຝຶກອົບຮົມຕໍ່ ໃຫ້ແກ່ຄູສອນຊັ້ນປະຖົມ ປີທີ 5, ຜູ້ອຳນວຍການ ແລະ ຜູ້ເຮັດວຽກສຶກສານິເທດ ຈຳນວນ 13.268 ຄົນ ໃຫ້ມີຄວາມພ້ອມດ້ານທັກສະ, ເຕັກນິກ ແລະ ຄວາມຮູ້ກ່ຽວກັບການນຳໃຊ້ສື່ການຮຽນ-ການສອນຫລັກສູດໃໝ່ ໃນຂອບເຂດທົ່ວປະເທດ ໃນເດືອນກັນຍາທີ່ຈະມາເຖິງ

ການຝຶກອົບຮົມຄູຝຶກ ເພື່ອແນະນຳຫລັກສູດ ຂັ້ນ ປ5 ສະບັບປັບປຸງໃໝ່ ໂດຍມີ 3 ວິຊາ ຄື:

ວິຊາພາສາລາວ, ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ-ສິ່ງແວດລ້ອມ ເພື່ອຝຶກໃຫ້ຄູຝຶກມີຄວາມເຂົ້າໃຈທີ່ດີ ແລະ ມີຄວາມໝັ້ນໃຈຕໍ່ກັບຫລັກສູດຊັ້ນປະຖົມປີທີ 5 ສະບັບປັບປຸງໃໝ່ ແລະ ນໍາໄປຖ່າຍຖອດຄວາມຮູ້ດັ່ງກ່າວ ຕໍ່ຄູຝຶກຂັ້ນແຂວງ ຊຶ່ງຈະເປັນຜູ້ທີ່ຝຶກໃຫ້ແກ່ຄູ ຊັ້ນ ປ5 ໃນລະຫວ່າງເດືອນກໍລະກົດ ແລະ ເດືອນສິງຫາທີ່ຈະມາເຖິງນີ້.

SA Game
ຂປລ

ທ່ານ ນາງ ວາເນັກຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການປະຕິບັດຫລັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ສໍາລັບຊັ້ນປະຖົມສຶກສາ ປີທີ 5 ເປັນການເລີ່ມຕົ້ນ ການຮຽນ-ການສອນ ຫລັກສູດຊັ້ນປະຖົມສຶກສາປີສຸດທ້າຍ ສະບັບປັບປຸງໃໝ່ ທີ່ເລີ່ມໂດຍການຝຶກ ໃຫ້ຄູຝຶກຫລັກແຫລ່ງກ່ອນ ແລະ ຈະຝຶກຕໍ່ຕາມລະບົບໄປຍັງຄູຝຶກຂັ້ນແຂວງ ແລະ ຂັ້ນຕໍ່ໄປ.

ການຈັດຕັ້ງປະຕິບັດຫລັກສູດດັ່ງ ກ່າວ ໄດ້ປະສົບຜົນສຳເລັດ, ເຊິ່ງເປັນບາດກ້າວໜຶ່ງ ເພື່ອເປັນການເສີມສ້າງການຮຽນຮູ້ຂອງນັກຮຽນ ແລະ ຮັບປະ ກັນໃຫ້ນັກຮຽນທຸກຄົນ ມີໂອກາດເທົ່າທຽມກັນ ໃນການສຶກສາທີ່ມີຄຸນນະພາບ.

ການຝຶກອົບຮົມຄັ້ງນີ້ ຈະດຳເນີນໄປຮອດ ວັນທີ 30 ພຶດສະພາ 2023, ເຊິ່ງຄູຝຶກ ຈະໄດ້ອ່ານບັນດາບົດຮຽນ, ທົດສອບ ແລະ ທົບທວນຄືບັນດາກິດຈະກໍາ ໃນຫ້ອງຮຽນທີ່ຫລາກຫລາຍທີ່ໄດ້ສ້າງຂຶ້ນ ໂດຍເນັ້ນການຮຽນດ້ວຍການປະຕິບັດຕົວຈິງ, ພ້ອມທັງຝຶກວິທີການປະເມີນນັກຮຽນແບບໃໝ່ ແລະ ຮ່າງແຜນການສອນຂອງຂັ້ນປະຖົມແບບໃໝ່ ເພື່ອຊ່ວຍ ໃນການຝຶກອົບຮົມແບບເຊິ່ງໜ້າ ແລະ ໄດ້ຄົ້ນຄິດເຖິງວິທີ ທີ່ຈະຊ່ວຍໃຫ້ຄູຝຶກ ແລະ ຄູປະຈຳການ ສາມາດສືບຕໍ່ການຮຽນຮູ້, ພັດທະນາ, ຊອກຫາ ແລະ ຂໍຄວາມຊ່ວຍເຫລືອ ກ່ຽວກັບການສອນ ຫລັກ ສູດໃໝ່ໄດ້ຢ່າງສະໝໍ່າສະເໝີ ໃນລະຫວ່າງສົກຮຽນ.

SA Game
ຂປລ

ນອກຈາກນີ້, ຄູຝຶກຈະໄດ້ຄົ້ນຄວ້າວິທີການປະຕິບັດຕົວຈິງ ເພື່ອຊ່ວຍເຫລືອຄູ, ຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມ ໃນການພັດທະນາວິຊາຊີບ ແລະ ການສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ ເພື່ອອໍານວຍຄວາມສະດວກ ໃນການຮຽນຮູ້ດ້ວຍຕົນເອງເພີ່ມຕື່ມ, ການກະກຽມບົດຮຽນ ຫລື ສ້າງແຮງຈູງໃຈໃໝ່ ກ່ຽວກັບເຕັກນິກ ການສິດສອນສະເພາະ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.