ເປີດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 2 ສະໄໝທີ XI

SA Game

ຂປລ

ກອງປະຊຸມສາມັນສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດໃນໄລຍະຜ່ານມາ

ໃນວັນທີ 11 ມັງກອນ 2023 ໄດ້​ຈັດກອງປະຊຸມກອງປະຊຸມສາມັນ ຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 2 ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ ທີ່ສູນກາງແນວລາວສ້າງຊາດ ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດໃນໄລຍະຜ່ານມາ ແລະ ສະເໜີແຜນວຽກງານຈຸດສຸມປີ 2023

ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ພະອາຈານ ບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີຮອງປະທານ ສນຊ ປະຈຳການ ແລະ ບໍ່ປະຈຳການ, ປະທານແນວລາວສ້າງຊາດແຂວງ, ນະຄອນຫລວງວຽງຈັນ ພ້ອມດ້ວຍກໍາມະການ ສນຊ, ທີ່ປຶກສາ ແລະ ຜູ້ຮ່ວມງານ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ທາງໄກ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ການດຳເນີນກອງປະຊຸມຄົບຄະນະປະຈໍາປີຄັ້ງນີ້ ຈະດຳເນີນໄປ 2 ເປັນເວລາວັນ, ເຊິ່ງຈະພ້ອມກັນປຶກສາຫາລື, ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ ແຜນພັດທະນາອົງການແນວລາວສ້າງຊາດຮອບ 1 ປີຜ່ານມາ ແລະ ວຽກງານປິ່ນອ້ອມອື່ນໆຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ກໍານົດໄວ້.

SA Game
ຂປລ

ບົນຈິດໃຈຂອງມະຕິ XI ກໍຄື ຄວາມຮຽກຮ້ອງຂອງສູນກາງພັກ-ລັດຖະບານ ແລະ ປະຊາຊົນທຸກຄົນ ໃນປັດຈຸບັນ ທີ່ໄດ້ວາງໄວ້ແຜນພັດທະນາຂອງແນວລາວສ້າງຊາດ ເຊິ່ງກອງປະຊຸມຄັ້ງນີ້, ຈະພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງວຽກງານສໍາຄັນ ເປັນຕົ້ນ ຈະໄດ້ພ້ອມກັນຕີລາຄາຜົນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ໂດຍສະເພາະ 6 ແຜນວຽກທີ່ມະຕິກອງປະຊຸມກຳນົດໄວ້ຄື:

ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນໃນວົງຄະນາຍາດຂອງຊາດ; ການເພີ່ມທະວີວຽກງານຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ; ການເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ການປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ; ການປັບປຸງຮູບແບບການຮ່ວມສໍາພັນກັບອົງການພາຄີ ແລະ ການຮ່ວມມືກັບພາກສ່ວນຕ່າງໆ; ການເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ ແລະ ແຜນວຽກຈຸດສຸມໃນການປັບປຸງ ແລະ ສ້າງການຫັນປ່ຽນໃນວຽກງານຂອງຄະນະກໍາມະການແນວລາວສ້າງຊາດ.

SA Game
ຂປລ

ນອກຈາກນີ້, ໃນກອງປະຊຸມຍັງຈະໄດ້ທົບທວນການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ ເປັນຕົ້ນ 5 ແຜນງານ ແລະ 41 ໂຄງການ ອັນໃດບັນລຸໄດ້ ແລະ ບໍ່ທັນບັນລຸດ້ວຍເຫດຜົນຫຍັງ?; ພິຈາລະນາຮັບຮອງຕໍ່ຮ່າງມະຕິກ່ຽວກັບວຽກງານສ້າງລາຍຮັບເພີ່ມຂອງອົງການແນວລາວສ້າງຊາດ ໃນໄລຍະໃໝ່; ຟັງການລາຍງານ ແລະ ພິຈາລະນາຄວາມເປັນໄປໄດ້ໃນການສ້າງຕັ້ງ ສະມາຄົມກະສິກອນຢູ່ ສປປ ລາວ; ພິຈາລະນາຮັບຮອງເອົາ ບຸກຄະລາກອນປ່ຽນແທນກຳມະການ ສນຊ ຈຳນວນໜຶ່ງ ແລະ ພິຈາລະນາຮັບຮອງເອົາມະຕິກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 2. ພ້ອມກັນນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງບົດລາຍງານ, ຄຳເຫັນຫົວໜ້າຄະນະທີ່ປຶກສາຕ່າງໆ ແລະ ປະທານແນວລາວສ້າງຊາດ ຈຳນວນໜຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.