ປະ​ຊາ​ຊົນ​ລາວ ໄດ້​ຮັບ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ກວ່າ 75% ແລ້ວ

SA Game

ຂປລ

​ສ​ສ​ປ ລາວໄດ້ຮັບວັກຊິນ ປ້ອງກັນໂຄວິດ-19 ຄົບໂດຍພື້ນຖານຂໍ້​ມູນ​ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

ໄລ​ຍະ​ຜ່ານ​ມາ ສ​ປ​ປ ລາວ ສາ​ມາດ​ປະ​ຕິ​ບັດ​ການ​ສັກ​ຍາ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໄດ້​ດີ​ພໍ​ສົມ​ຄວນ, ໃນວັນທີ 9 ມັງກອນ 2023 ຜ່ານ​ມາ, ສູນຂໍ້ຈາກສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ລາຍງານຂໍ້​ມູນ​ຂອງ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃນ​ສ​ປ​ປ ລາວ ໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ ສປປ ລາວ ຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມ 217.868 ຄົນ, ເສຍຊີວິດສະສົມ 671 ຄົນ, ຕິດເຊື້ອໃໝ່ 5 ຄົນ.

ສ່ວນຈໍານວນຜູ້ມາສັກວັກຊິນປ້ອງກັນໂຄວິດ-19 ທົ່ວປະເທດ ເຂັມທີ 1 ສັກໄດ້ 6.282.151 ຄົນ ອັດຕາປົກຄຸມເທົ່າ 84.0%, ເຂັມທີ 2 ສັກໄດ້ 5.634.366 ຄົນ ອັດຕາປົກຄຸມເທົ່າ 74.6%, ຈຳນວນຜູ້ມາສັກວັກຊິນເຂັມກະຕຸ້ນທີ 1 ມີ 2.332.523 ຄົນ, ສັກເຂັມກະຕຸ້ນທີ 2 ໄດ້ 426.034 ຄົນ ແລະ ອັດຕາປົກຄຸມຂອງປະຊາກອນທີ່ໄດ້ຮັບວັກຊິນຄົບໂດຍພື້ນຖານ ກວມ 76,8% ເຊິ່ງສະແດງໃຫ້ເຫັນວ່າ ຂະບວນການໃຫ້ວັກຊິນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສໍາເລັດໃນລະດັບໜຶ່ງ.

SA Game
ຂປລ

ເຖິງຢ່າງໃດກໍຕາມ, ຍັງມີບາງເມືອງໃນແຂວງພາກໃຕ້ທີ່ຍັງບໍ່ທັນບັນລຸເປົ້າໝາຍ ເນື່ອງຈາກຄວາມຫຍຸ້ງຍາກດ້ານພູມສັນຖານ ແລະ ເສັ້ນທາງຄົມມະນາຄົມ. ປັດຈຸບັນ, ກະຊວງສາທາ ລະນະສຸກສາມາດຂົນສົ່ງວັກຊິນໄປເຂດຫ່າງໄກສອກຫລີກ ຂອງປະເທດໄດ້ຢ່າງປອດໄພ ແລະ ມີປະສິດທິພາບ.

ປັດຈຸບັນ, ເຖິງວ່າສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຈະຜ່ອນຄາຍລົງແລ້ວກໍຕາມ, ແຕ່ທຸກຄົນກໍຍັງຕ້ອງໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຂອງລັດຖະບານ ວາງອອກຢ່າງເຂັ້ມງວດ ໂດຍສະເພາະແມ່ນການສືບຕໍ່ມາດຕະການປ້ອງກັນພື້ນຖານ ຄື ໃສ່ຜ້າອັດປາກ-ດັງ, ລ້າງມືເປັນປະຈຳ ແລະ ຫລີກລ້ຽງການໄປບ່ອນທີ່ມີຄົນຫລາຍ (ຮັກສາໄລຍະຫ່າງ).

ສ່ວນການເດີນທາງການເຂົ້າປະເທດ ແມ່ນບໍ່ໄດ້ກວດບັດສັກຢາ ແລະ ບໍ່ໄດ້ກວດວັກຊິນແລ້ວ, ແຕ່ການສັກວັກຊິນເຂັມກະຕຸ້ນ 3 ແລະ 4 ແມ່ນຍັງມີຄວາມຈຳເປັນຕ້ອງສືບຕໍ່ສັກ ໃຫ້ແກ່ຜູ້ທີ່ຍັງບໍ່ທັນໄດ້ສັກເຂັມກະຕຸ້ນ.

SA Game
ຂປລ

ສຳລັບສະຖານທີ່ສັກວັກຊິນ: ນະຄອນຫລວງວຽງຈັນມີ ໂຮງໝໍມະໂຫສົດ, ມິດຕະພາບ, ເຊດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍເມືອງ 9 ຕົວເມືອງ. ສ່ວນບັນດາແຂວງ: ໂຮງໝໍແຂວງ ແລະ ໂຮງໝໍເມືອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.