ເບົ້າ ອາ​ຫານ​ຊັ້ນ​ຍອດ​ຊະ​ນິດ​ໜຶ່ງ​ຂອງ​ລາວທີ່ຫາ​ໄດ້​ຈາກກອງ​ຂີ້​ຄວາຍ

SA Game

ພາບ: ພອນ​ເທວັນ ພິມ​ມະ​ລີ

ເບົ້າ ອາຫານສຸດແຊບຈາກກອງຂີ້ຄວາຍທີ່​ທ່ານ​ຕ້ອງ​ໄດ້​ລອງ​ຊິມ​ໃຫ້​ໄດ້.

ຖ້າ​ຈະ​ເວົ້າ​ເຖິງ​ການ​ຊອກ​ຢູ່​ຫາ​ກິນ​ຂອງ​ພໍ່​ແມ່​ພີ່​ນ້ອງ​ປະ​ຊາ​ຊົນ​ລາວ​ເຮົາ​ກັບ​ທຳ​ມະ​ຊາດ​ແມ່ນ​ມີ​ຫລາຍ​ອັນ​ພັນ​ແນວ​ທີ່​ເວົ້າ​ໄປ​ໝົດ​ມື້​ກໍ​ຄົງ​ບໍ່​ຈົບ, ອາ​ຫາ​ຕາມ​ລະ​ດູ​ການ, ອາ​ຫານ​ຕາມ​ໜ້າ​ຝົນ, ໜ້າ​ໜາວ, ແລະ ອື່ນໆ ຄົນລາວເຮົາ ມັກຈະຫາອາຫານການກິນໄດ້ທຸກລະດູການ ຕັ້ງແຕ່ໃຕ້ພື້ນດິນ ຈົນເຖິງຍອດຕົ້ນໄມ້ ເຊິງ​ອາ​ຫານ​ກໍ​ຈ​ະ​ມີ​ຫລາກ​ຫລາຍ​ສະ​ນິດ​ຫລາຍ​ປະ​ເພດ​ຕາມ​ຄວາມ​ມັກ​ຂອງ​ແຕ່​ລະ​ຂົງ​ເຂດ ແລະ ບ​ຸກ​ຄົນ.

ໃນ​ລະ​ດູ​ໜາວ ຫາ​ແລ້ງ​ນີ້, ຈະພາມາຮູ້ຈັກກັບອາຫານຂອງຄົນລາວເຮົາອີກປະເພດໜຶ່ງ ເຊີ່ງເປັນອາຫານທີ່ຢູ່ພື້ນດິນ ແລະ ບັນພະບຸລຸດໄດ້ຂຸດຄົ້ນພົບ ແລະ ຖ່າຍທອດພູມປັນຍາສູ່ລູກຫຼານໃນປັດຈຸບັນເຊິງ​ຍັງ​ຄົງ​ພົບ​ເຫັນ​ຢູ່​ໃນ​ເຂດ​ຊານ​ເມືອງ ຫລື ເຂດ​ຊົນ​ນະ​ບົດ​ຫ່າງ​ໄກ​ຊອກ​ຫລີກ ເຊິ່ງ​ປະ​ຊາ​ຊົນ​ໃນ​ຊົນ​ນະ​ບົດ​ສ່ວນ​ຫລາຍ​ກໍ​ຫາ​ຢູ່​ຫາ​ກິນ​ຕາມ​ທຳ​ມະ​ຊາດ​ເປັນ​ພື້ນ​ຖານ​ຢູ່​ແລ້ວ.

SA Game
ພາບ: ພອນ​ເທວັນ ພິມ​ມະ​ລີ

ເບົ້າ ຫຼື ເບົ້າຂີ້ຄວາຍ ມີຊື່ທາງວິທະຍາສາດວ່າ Heliocoris bucephalus Fabricius ມີລັກສະນະເປັນໜ່ວຍມົນໃຫ່ຍ ໂດຍແມງຈຸດຈີ່ ໄດ້ໄຂ່ໄວ້ໃນກອງຂີ້ຄວາຍ ແລ້ວມ້ວນກ້ອນຂີ້ຄວາຍທີ່ໄຂ່ໄວ້. ໂດຍໃຊ້ປາກດັນຖອຍຫຼັງ ຂາຫຼັງເຮັດໜ້າທີ່ມ້ວນກ້ອນຂີ້ຄວາຍໃຫ້ເປັນຮູບຊົງກົມຂະໜາດໃຫ່ຍ ແລ້ວລຳລຽງລົງໄປໃນຂຸມທີ່ເຮັດໄວ້ ເມື່ອເຂົ້າໄປໃນຂຸມແລ້ວ ກ້ອນເບົ້າຈະຍັງຖືກມ້ວນຕໍ່ ເພື່ອໃຫ້ດິນມາມ້ວນທັບຂີ້ເບົ້າອີກຊັ້ນ ເຊີ່ງ ຂຸມໜື່ງ ຈະມີກ້ອນຂີ້ເບົ້າຢູ່ປະມານ 5-11 ໜ່ວຍ

ວິທີການຫາເບົ້ານັ້ນ, ແມ່ນຈະສັງເກດກອງດິນທີ່ຖືກຂຸດຂຶ້ນມາ ຫຼື ເອີ້ນວ່າ ຂວຍ

SA Game
ພາບ: champasac

ປະມານເດືອນມີນາ ຫາ ເດືອນເມສາ ໂຕອ່ອນຂອງມັນຈະກາຍເປັນດັກແດ້ ຊ່ວງນີ້ຂີ້ຄວາຍຈະຖືກໂຕອ່ອນກິນໝົດ ເຫຼືອພຽງກ້ອນດິນທີ່ເປັນເປືອກ. ເຊີ່ງໃນໄລຍະນີ ດັກແດ້ຈະບໍ່ກິນຫຍັງເລີຍ ແລະ ຖືວ່າເປັນຊ່ວງທີ່ຕົວອ່ອນດັກແດ້ນັ້ນ ຈະມີຄຸນຄ່າທາງດ້ານອາຫານຫຼາຍທີ່ສຸດ ແລະ ບໍ່ມີຂີ້ຄວາຍໃນທ້ອງດັກແດ້

ເບົ້າ ສາມາດນຳມາປະກອບອາຫານໄດ້ຫຼາຍຢ່າງ ເຊັ່ນ: ປີ້ງ, ອ່ອມ, ຕໍາແຈ່ວ ເປັນຕົ້ນ

SA Game
ພາບ: Mamar Kongsavanh

ປັດຈຸບັນ, ເຮົາມັກຈະພົບເຫັນໜ້ອຍແລ້ວ ແລະ ບາງຄົນອາດຈະຍັງບໍ່ເຄີຍເຫັນ  ບໍ່ຮູ້ຈັກ ແລະ ບໍ່ເຄີຍສຳພັດ ເນື່ອງຈາກວ່າມັນມີຈຳນວນທີ່ຫຼຸດລົງ ຕາມຈຳນວນຂອງງົວຄວາຍ ຕາມຍຸກຕາມສະໄໝ

ແນວໃດກໍ່ຕາມ, ຕາມເຂດຊົນນະບົດ ທີ່ຍັງເຮັດໄຮ່ເຮັດນາ ລ້ຽງງົວລ້ຽງຄວາຍ ແມ່ນຍັງພົບເຫັນກ້ອນເບົ້າຢູ່, ແລະ ຍັງມັກພົບເຫັນຕາມຕະຫຼາດຊຸມຊົນໃນທ້ອງຖິ່ນອີກດ້ວຍ.​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.