ມາ​ຮູ້​ຈັກ​ກັບປະຫວັດຂອງຊົນເຜົ່າລາຫູໃນວົງສາຄະນະຍາດ​ຂອງລາວ

SA Game

ພາບ: Khem Jaleunxay

ຄວາມເປັນມາຂອງຊົນເຜົ່າລາຫູ ໃນວົງສາຄະນະຍາດແຫ່ງຊາດລາວ.

ຫລາຍໆ​ປະ​ເທດ​ໃນ​ໂລກ​ນີ້​ບໍ່​ວ່າ​ຈະ​ເປັນ​ປະ​ເທດ​ໃດໆ​ກໍ່​ຕາມ, ໃນໂລກນີ້ ບໍ່ມີປະເທດໃດເລີຍ ທີ່ມີປະຊາກອນເປັນເຊື້ອຊາດ ແລະ ຊົນເຜົ່າດຽວກັນໝົດ. ປະເທດໜຶ່ງໆ ຍ່ອມປະກອບມີດ້ວຍຊົນເຜົ່າຕ່າງໆ ທີ່ມີລັກສະນະປະຈໍາຊາດ ມີພາສາປາກເວົ້າ ຮີດຄອງປະເພນີ ຄວາມເຊື່ອຖື ແລະ ວັດທະນະທຳທີ່ແຕກຕ່າງກັນໄປ

ສຳລັບປະເທດລາວເຮົາແລ້ວ ເຖິງວ່າຈະເປັນປະເທດນ້ອຍໆ ມີພົນລະເມືອງປະມານ 7 ລ້ານກວ່າຄົນກໍ່ຕາມ ແຕ່ປະເທດລາວເຮົາ ພັດມີຫລາຍຊົນເຜົ່າ ແລະ ມີຈຸດເດັ່ນທີ່ແຕກຕ່າງກັນໄປ ແລະ​ ໃນ​ຕອນ​ນີ້ ຈະພາທຸກຄົນມາຮູ້ຈັກກັບຊົນເຜົ່າລາຫູ ໜຶ່ງໃນວົງສາຄະນະຍາດແຫ່ງຊາດລາວ.

SA Game
ພາບ: Khem Jaleunxay

ຊົນເຜົ່າລາຫູ ມີຖິ່ນຖານພູມລຳເນົາເດີມຢູ່ທາງທິດຕາເວັນຕົກສຽງໃຕ້ຂອງປະເທດຈີນ ແລະ ໄດ້ອົບພະຍົບລົງມາທາງໃຕ້ ແລະ ຕັ້ງຖິ່ນຖານຢູ່ບໍລິເວນເຂດແດນ ປະເທດມຽນມາ-ປະເທດຈີນ ໃນຂະນະດຽວກັນ ກໍ່ມີການແຍກກັນຕັ້ງຖິ່ນຖານຢູ່ ປະເທດໄທ, ປະເທດຫວຽດນາມ ແລະ ພາກເໜືອຂອງປະເທດລາວ. ພົນລະເມືອງຂອງຊົນເຜົ່ານີ້ໃນລາວມີທັງໝົດ 14,970 ຄົນ, ຍິງ 7,556 ຄົນ (ສຳຫຼວດປີ 1995).

ປັດຈຸບັນ, ຊົນເຜົ່າລາຫູດຳລົງຊີວິດ ແລະ ຕັ້ງພູມລຳເນົາຢູ່ບັນດາແຂວງພາກເໜືອຂອງລາວເຊັ່ນ: ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວ ນອກຈາກນີ້ແລ້ວຊົນເຜົ່າລາຫູຍັງມີຢູ່ພາກໃຕ້ຂອງຈີນ, ມຽນມາ, ຫວຽດນາມ ແລະ ພາກເໜືອຂອງປະເທດໄທ.

SA Game
ຮູບພາບໂດຍ: ກົມຊົນເຜົ່າ

ຊົນເຜົ່ານີ້ເອີ້ນຕົນເອງວ່າ: “ລາຫູ” ແຕ່ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ: “ມູເຊີ” ຄຳວ່າ “ມູເຊີ” ມີຄວາມໝາຍແນວໃດ, ເລີ່ມໃຊ້ເວລາໃດ, ເປັນພາສາຂອງຊົນເຜົ່າໃດນັ້ນຍັງບໍ່ທັນຮູ້ຊັດເຈນ ແຕ່ສຳລັບຄຳທີ່ເອີ້ນວ່າ “ລາຫູ” ນັ້ນມາຈາກຄຳວ່າ “ລ້າຮູ” ທີ່ຄວາມໝາຍວ່າ “ລ້ຽງເສືອ” ແຕ່ຖ້າຈະເອົາຄວາມໝາຍທີ່ແທ້ຈິງກໍ່ຄື “ຜູ້ລ້ຽງເສືອ” ນັ້ນເອງ.

ຊົນເຜົ່າລາຫູ ປະກອບດ້ວຍຫຼາຍແຊງເຊັ່ນ: ລາຫູນະ (ມູເຊີຂາວ), ລາຫູຊີ (ມູເຊີດຳ) ແລະ ລາຫູເຊແລະ (ມູເຊແດງ ຫຼື ກຸ່ຍ).

ພາສາຂອງຊົນເຜົ່າລາຫູ ຈັດຢູ່ໃນໝວດພາສາຈີນ-ຕີເບດ, ສາຂາຕີເບດ-ມຽນມາ ເຂົາເຈົ້າບໍ່ມີຕົວໜັງສືຂຽນ. ການປາກເວົ້າແຕກຕ່າງກັນເລັກນ້ອຍໃນແຕ່ລະແຊງ, ແຕ່ກໍ່ສາມາດສື່ສານກັນໄດ້ບໍ່ວ່າຈະຢູ່ ມຽນມາ, ໄທ, ລາວ ແລະ ຫວຽດນາມ

ສົມທຽບພາສາລາວ ກັບ ພາສາລາຫູ

ຊົນເຜົ່າລາຫູ ມີພື້ນຖານຄວາມເຊື່ອຖືໃນເລື່ອງຜີ, ຜີທີ່ມີອຳນາດທີ່ສຸດໄດ້ແກ້ຜີຟ້າ, ນອກຈາກຜີຟ້າແລ້ວ ຍັງເຊື່ອຖືຜີເຮືອນ, ຜີບ້ານ, ຢູ່ແຕ່ລະເຮືອນຈະມີຮ້ານບູຊາຜີ. ຜີທີ່ກ່າວມານັ້ນແມ່ນຜີດີສຳລັບຊົນເຜົ່າລາຫູ ແຕ່ກົງກັນຂ້າມສຳລັບຜີຮ້າຍທີ່ຊົນເຜົ່ານີ້ເກັງກົວນັ້ນກໍ່ມີຢູ່ຫຼາຍຜີເຊັ່ນ: ຜີນ້ຳ, ຜີປ່າ, ຜີໄຮ່, ຜີພູເຂົາ ແລະ ອື່ນໆ.

SA Game

ເຂົາເຈົ້າມີການແຕ່ງກາຍ ທີ່ເປັນເອກະລັກສະເພາະເຜົ່າຕົນ ເຊິ່ງປະດັບເອ້ຢ້ອງ ຖັກແສ່ວດ້ວຍສີສັນລວຍລາຍຕ່າງໆທີ່ສວາຍງາມ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກົມຊົມເຜົ່າ