ແບບ​ໃໝ່! ລົດໄຟຟ້າ ແຫຼ່ງທ່ອງທ່ຽວຕາດກວາງຊີ 5 ພັນກີບ ຫຼວງພະບາງ 

SA Game

ພາບ: laodaily.com.la

ເປີດ ລົດໄຟຟ້າ ຮັບໃຊ້ແຫຼ່ງທ່ອງທ່ຽວຕາດກວາງຊີ 5 ພັນກີບ ຫຼວງພະບາງ.

ດັ່ງ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ແຂວງ​ຫລວງ​ພະ​ບາງ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ແຫລ່ງ​ທ່ອງ​ທ່ຽວ​ຈ່ຳ​ນວນ​ຫລວງ​ຫລາຍ ແລະ ຍັງ​ເປັນ​ເມືອງ​ມໍ​ບະ​ດົກ​ໂລກ​ອີກ ແລະ ໃນວັນທີ 1 ເມສາ 2021 ນີ້, ທີ່ບ້ານທ່າແປ້ນ ເຂດເມືອງຂາຍ ນະຄອນຫຼງພະບາງ ແຂວງຫຼວງພະບາງ,ໄດ້ມີພິທີເປີດສະຖານີຈອດລົດ ແລະ ບໍລິການລົດໄຟຟ້າ ຮັບໃຊ້ແຫຼ່ງທ່ອງທ່ຽວຕາດກວາງຊີ,

ໃນ​ພິ​ທີ​ດັ່ງ​ກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ມີບັນດາຄະນະປະຈໍາພັກແຂວງ,ປະທານສະພາປະຊາຊົນແຂວງ, ເຈົ້ານະຄອນ-ຫຼວງພະບາງ, ຫົວໜ້າພະແນກການຂອງແຂວງ,ປະທານບໍລິສັດ ເຮືອງປະເສີດກຣູບ,ອຳນາດການປົກບ້ານ, ແລະ ແຂກຕ່າງ​ໆ​ທີ່ຖືກເຊີນເຂົ້າຮ່ວມ.

SA Game
ພາບ: laodaily.com.la

ໃນພິທີທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງຫຼວງພະບາງ ໄດ້ຂຶ້ນມີຄໍາເຫັນນຳສະເໜີ ການນໍາໃຊ້ອຸປະກອນການສະແກນປີ້ບັດເກັບຄ່າເຂົ້າແຫຼ່ງທ່ອງທ່ຽວຕາດກວາງຊີ ແລະ ຄ່າບໍລິການລົດໄຟຟ້າ ຂອງ ບໍລິສັດ ເຮືອງປະເສີດ ກຣຸບ ເພື່ອປະຕິບັດຕາມແນວທາງຂອງລັດໃຫ້ການເກັບຄ່າທຳນຽມເປັນປະຕູດຽວ ເພື່ອຮັບປະກັນບໍ່ໃຫ້ມີການຮົວໄຫຼ,ຈາກນັ້ນ ໄດ້ຮັບຟັງການຜ່ານບົດລາຍງານການກໍ່ສ້າງສະຖານີຈອດລົດແລະບໍລິການລົດໄຟຟ້າຮັບໃຊ້ແຫຼ່ງທ່ອງທ່ຽວຕາດກວາງຊີ ວ່າ:

ການກໍ່ສ້າງແມ່ນໄດ້ຮັບໃບອານຸຍາດການລົງທຶນຈາກປະທານຄະນະກຳມະການສົ່ງເສີມການລົງທຶນຂັ້ນແຂວງ ສະບັບເລກທີ 02/ຄລທຂ ລົງວັນທີ 14 ກຸມພາ 2020 ຮູບແບບການລົງທຶນເອກະຊົນພາຍໃນ ຮ້ອຍສ່ວນຮ້ອຍ, ໃບທະບຽບວິສາຫະກິດ ຈາກພະແນກອຸດສາຫະກຳການຄ້ານແຂວງ ສະບັບເລກທີ່ 0083 ລົງວັນທີ 21 ກຸມພາ 2020, ໄດ້ຮັບໃບອານຸຍາດປຸກສ້າງຈາກພະແນກໂຍທາທິການແລະຂົນສົ່ງປະຈໍາແຂວງ ເລກທີ 1214 ລົງວັນທີ 31 ພຶດສະພາ 2019, ໄດ້ຮັບໃບຢັ້ງຢືນການມອບອາກອນ ເລກທີ 237 ລົງວັນທີ 27 ຕຸລາ 2020, ໃບອານຸຍາດດຳເນີນທຸລະກິດສະຖານີຈອດລົດ ແລະ ບໍລິການລົດໄຟຟ້າຂົນສົ່ງນັກທ່ອງທ່ຽວເຂດຕາດກວາງຊີ, ການກໍ່ສ້າງແມ່ນໄດ້ເລີ່ມລົງມືແຕ່ວັນທີ 4 ທັນວາ 2019 – 29 ກຸມພາ 2021 ໄດ້ສຳເລັດ ໂດຍແມ່ນການລົງທຶນຂອງບໍລິສັດ ເຮືອງປະເສີດ ກຣູບ ຮ້ອຍສ່ວນຮ້ອຍ. ໃນມູນຄ່າກໍ່ສ້າງ 9 ຕຶ້ 9 ຮ້ອຍ 86 ລ້ານກວ່າກີບ, ການໃຫ້ບໍລິການລົດໄຟຟ້າຮັບໃຊ້ແຫຼ່ງທ່ອງທ່ຽວຕາດກວາງຊີ ມີທັງໝົດ 15 ຄັນ.

SA Game
ພາບ: laodaily.com.la

ຈາກນັ້ນບັນດາຄະນະປະທານຜູ້ເຂົ້າຮ່ວມໄດ້ພ້ອມກັນຕັດແຖບຜ້າເປີດປ້າຍສະຖານີຈອດລົດແລະບໍລິການລົດໄຟຟ້າຮັບໃຊ້ແຫຼ່ງທ່ອງທ່ຽວຕາດກວາງຊີ ພ້ອມທັງຂີ້ລົດໄຟຟ້າເຂົ້າຊົມແຫ່ງທ່ອງທ່ຽວຕາດກວາງຊີຢ່າງເປັນທາງການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la