ເຊໂປນ ກຽມ​ຄວາມ​ພ້ອມ ແລະ ວາງສີ​ລາ​ລືກ​ສ້າງ​ສາ​ລາ​ທຳ​ມະ​ນ​ຸ​ສອນ

SA Game

Media Laos

ກອງປະຊຸມປືກສາຫາລື ຫ້າງຫາກະກຽມ ຄວາມພ້ອມ ບຸນຜ້າປ່າສາມັກຄີ ສົມໂພດພຮະພຸດທະຮູບ

ເຊໂປນ ຈັດກອງປະຊຸມປືກສາຫາລືຫ້າງຫາກະກຽມຄວາມພ້ອມບຸນຜ້າປ່າສາມັກຄີ ສົມໂພດພຮະພຸດທະຮູບ ແລະ ວາງສີລາລຶກສ້າງສາລາທໍາມະນຸສອນ ສີຣີທໍາມະຮັງສີວັດບຸບຜາເກສອນ ບໍລົມໄຊຍະຣາມບ້ານເຊໂປນເກົ່າ ເມືອງເຊໂປນ.

ໃນຕອນບ່າຍວັນທີ 28 ມີນາ 2023 ນີ້,ຢູ່ວັດເໜືອ ບ້ານເຊໂປນເກົ່າ ເມືອງເຊໂປນ ໄດ້ຈັດກອງປະຊຸມປືກສາຫາລື ຫ້າງຫາກະກຽມ ຄວາມພ້ອມ ບຸນຜ້າປ່າສາມັກຄີ ສົມໂພດພຮະພຸດທະຮູບ,ກອງບວດ ແລະ ພິທີວາງສີລາລຶກສ້າງສາລາທໍາມະນຸສອນ ສີຣີທໍາມະຮັງສີ(ຫລັງໃໝ່)ວັດບຸບຜາເກສອນ ບໍລົມໄຊຍະຣາມ(ຄຸ້ມເໜືອ)ບ້ານເຊໂປນເກົ່າເມືອງເຊໂປນຂື້ນຢ່າງເປັນທາງການ

ໂດຍເປັນກຽດເຂົ້າຮ່ວມ ມີພຣະອາຈານ ບົວລົມ ສີຣີທໍາມະຮັງສີ ຄະນະ ອພສ ແຂວງ,ທ່ານບຸນລ້ອມ ສຸພາມີໄຊ ຮອງເລຂາພັກເມືອງ , ມີອົງການຈັດຕັ້ງ ຊາວໜຸ່ມ,ແມ່ຍີງ,ກໍາມະບານ,ແນວລາວສ້າງຊາດ ພ້ອມດ້ວຍອອກຕົນຍາດໂຍມ,ຄະນະພັກ,ຄະນະບ້ານ,ແນວໂຮມບ້ານເຂົ້າຮ່ວມຢ່າງພ້ອມພຽງ.

SA Game
Media Laos

ໃນກອງປະຊຸມກໍ່ໄດ້ຮ່ວມປືກສາຫາລືປະກອບຄໍາຄິດຄໍາເຫັນ ເຈາະຈີ້ມ ບັນຫາຕ່າງໆກ່ຽວກັບການກະກຽມຄວາມພ້ອມງານດັ່ງກ່າວ ໂດຍສະເພາະເຈົ້າສັດທາ ທາງດ້ານເຄື່ອງອຸປະໂພກ ອາຫານ-ການກິນ,ຂະບວນການຕ້ອນຮັບ,ກ້ອນກໍາລັງມວນຊົນ,ນັກຮຽນ-ນັກສຶກສາ ອອກຕົນຍາດໂຍມ, ຂະບວນແຫ່,ການຕົບແຕ່ງ ປະດັັບປະດາແລະອື່ນໆ ເພື່ອໃຫ້ລຸລ່ວງສໍາເລັດຕາມເປົ້າໝາຍທີ່ວາງໄວ້

ຊຶ່ງມາຮອດປະຈຸປັດຈຸບັນງານດັ່ງກ່າວແມ່ນມີຄວາມພ້ອມແລ້ວ 100% ແລະ ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 1-2ເມສາ 2023 ທີ່ຈະມາເຖິງ, ໂດຍສະເພາະວັນສຸກມື້ຂື້ນ10 ຄໍ່າເດືອນ 5 ພສ 2565 ກົງກັບວັນທີ 31ມີນາ 2023 ເປັນມື້ຫ້າງຫາກະກຽມຕົກແຕ່ງເຄື່ອງກິຍາ ບູຊາກອງບຸນ ຮັບວັດຖຸປັດໃຈ,ຕອນແລງມີພິທີທາງສາສະໜາ ແລະ ຄົບງັນຕາມປະເພນີ

SA Game
Media Laos

ວັນເສົາ ມື້ຂື້ນ11ຄໍ່າເດືອນ 5 ພສ 2565 ກົງກັບວັນທີ1ເມສາ 2023 ຕອນເຊົ້າ 7 ໂມງ ຕັກບາດຖວາຍສັງຄະທານ,8 ໂມງ ເຄື່ອນຂະບວນຜ້າປ່າໄປຖວາຍທີ່ວັດບຸບຜາເກສອນບໍລົມໄຊຍະຣາມ(ຄຸ້ມເໜືອ)ບ້ານເຊໂປນເກົ່າ ເມືອງເຊໂປນ, ຕອນແລງພິທີໄຫ້ວພຣະ ຮັບສິນ ຟັງທໍາມະ ເທສະໜາ ສູດສົມໂພດພຮະຕະຫລອດແຈ້ງ,ວັນທິດ ວັນທີ 2 ເມສາ2023 ຕອນເຊົ້າ 7 ໂມງ ພິທີຕັກບາດຖວາຍສັງຄະທານ,ຖວາຍກອງບຸນ ຕົ້ນກາລະພຶກ,ວັດຖຸປັດໃຈ ແດ່ພຣະສົງສໍາມະເນນ, 9 ໂມງ ເຂົ້າສູ່ພິທີວາງສີລາລືກສ້າງສາລາທໍາມະນຸສອນສີຣີຫລັງໃໝ່ .

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos