ຈັດງານໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງວັນແມ່ຍິງສາກົນ

SA Game

Media Laos

ວັນແມ່ຍິງສາກົນ 8 ມີນາ ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

 ໄດ້ມີ​ການຈັດກິດຈະກຳສົ່ງເສີມ-ອະນຸລັກວັດທະນະທຳໃນວັນທີ 31 ມີນາ 2023 ນີ້ຢູ່ ທີ່ເດີ່ນໂຮງຮຽນປະຖົມແກ້ງກອກເໜືອເມືອງຈຳພອນ ແຂວງສະຫວັນນະເຂດ ເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ ແລະ ວັນ ສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 68 ປີ ໃຫ້ກຽດ ເປັນປະທານຂອງ ທ່ານ ປອ ພູລຳພອນ ສີຫາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈຳພອນ

ໃຫ້ກຽດເຂົ້າຮ່ວມຂອງທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງມີບັນດາທ່ານອະດີດການນຳເມືອງ,ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງ,ຄູ-ອາຈານແລະນ້ອງນັກຮຽນເຂົ້າຮ່ວມ 1,230 ຄົນ.

ກ່ອນເຂົ້າພິທີບັນດາທ່ານການນຳຂັ້ນແຂວງແລະຂັ້ນເມືອງໄດ້ຮັບຊົມລາຍການສີລະປະ-ວັນນະຄະດີຈາກນັກຮຽນ ມຕົ້ນ ຂອງເມືອງຈໍາພອນ , ຂະບວນຟ້ອນຈາກສະຫະພັນແມ່ຍິງກຸ່ມບ້ານ ແກ້ງກອກ ແລະ ຂະບວນ ເຕັ້ນບາສະຫຼົບ ຈາກນ້ອງນັກຮຽນ,ສະຫະພັນແມ່ຍິງບ້ານ ແລະ ພະນັກງານ ຂອງເມືອງ ຈຳພອນ,ໃນຕອນທ້າຍ ທາງຂະບວນຟ້ອນທັງໝົດ ກໍຍັງໄດ້ສາມະຄີກັນມາຟ້ອນທີ່ ວົງວຽນຂອງເມືອງຈຳພອນ ອີກດ້ວຍ

SA Game
Media Laos

ຈາກນັ້ນທ່ານ ປອ ພູລຳພອນ ສີຫາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈຳພອນກໍ່ໃຫ້ກຽດຂື້ນກ່າວຄຳປາໄສ ແລະ ເຫຼົ່າຄືນປະຫວັດຄວາມເປັນມາຂອງ ເອື້ອຍນ້ອງແມ່ຍິງ ໃນສະໄໝສັກດີນາແລະນາຍທຶນ ທີ່ຖືກກົດຂີ່ຮູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງ ແຕ່ຄ່າແຮງງານລາຄາຖືກແລະຍັງຖືກດູຖູກ,ໜິ່ນປະມາດ,ເປັນເຄື່ອງຫຼີ້ນ,ຖືກຂົ່ມຂືນກະທະສຳເລົາແລະຖືກໄລ່ອອກຈາກວຽກ.

ໃນເວລາຖືພາ,ເກີດລູກຫຼເຈັບເປັນແມ່ນບໍ່ໄດ້ຮັບການປິ່ນປົວດັ່ງນັ້ນ ເຮັດໃຫ້ກຳມະກອນຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂື້ນທວງໃຫ້ເຈົ້າຂອງໂຮງງານແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນພາຍໃຕ້ຄຳຂວັນ ” ເຂົ້າຈີ່ແລະດອກກຸຫຼາບ ” ເຂົ້າຈີ່ໝາຍເຖິງເສດຖະກິດດີຂື້ນ,ດອກກຸຫຼາບໝາຍເຖິງຊີວິດດີຂື້ນມາເຖິງປີ 1910 ,ກອງປະຊຸມສາກົນໄດ້ໄຂຂື້ນຢ່າງເປັນທາງການ ທີ່ປະເທດແດນມາກມີ 18 ປະເທດເຂົ້າຮ່ວມ ກອງປະຊຸມດັ່ງກ່າວໄດ້ຕົກລົງຮັບຮອງວັນທີ 8 ມີນາ ເປັນວັນແມ່ຍິງສາກົນແລະ ທ່ານ ຍັງໄດ້ເລົ່າຄືນປະຫວັດ ຄວາມເປັນມາຂອງຊາວໜຸ່ມປະຊາຊົນປະຕິວັດລາວ.

SA Game
Media Laos

ຈາກນັ້ນທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການນຳພັກລັດແຕ່ລະຂັ້ນ,ພະນັກງານອາວຸໂສບຳນານ,ນັກຮົບ ເວົ້າລວມເວົ້າສະເພາະ ພີ່ນ້ອງຊາວເມືອງຈຳພອນແຕ່ລະຍຸກແຕ່ລະສະໄໝທີ່ໄດ້ເອົາໃຈໃສ່ກໍ່ສ້າງແລະຖະນຸບຳລຸງ,ອະນຸຊົນ,ເຍົາວະຊົນ,ຊາວໜຸ່ມແລະເອື້ອຍນ້ອງແມ່ຍິງໃຫ້ຄຸນທາດການເມືອງ,ຄຸນສົມບັດສິນທຳປະຕິວັດ,ມີຄວາມຮູ້ຄວາມສາມາດກາຍເປັນຜູ້ສືບທອດໃນອະນາຄົດທີ່ດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos