ວັດ​ຊຽງ​ຄວນ​ພ້ອມ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ໃນ​ປີ​ໃໝ່​ລາວ ພສ 2565

SA Game

ຂປລ.

ໄລຍະປີໃໝ່ລາວສວນຊຽງຄວນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວ​100ເປີ​ເຊັນ

ສວນວັດທະນະທໍາຊຽງຄວນ ແມ່ນມີຄວາມພ້ອມຕ້ອນຮັບບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີແຜນທ່ອງທ່ຽວໃນໂອກາດ ສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ທີ່ໃກ້ຈະມາເຖິງນີ້, ໂດຍຈະມີຫລາຍກິດຈະກຳ ທີ່ຕິດພັນກັບການຮັກສາມູນເຊື້ອວັດທະນະນຳທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ໃຫ້ມີຄວາມຍີນຍົງ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດຜູ້ດຽວໄດ້ໃຫ້ສໍາພາດວ່າ: ໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທີ່ຈະມາເຖິງນີ້, ສະຖານທີ່ທ່ອງທ່ຽວສວນຊຽງຄວນ ຈະຈັດໃຫ້ມີຫລາຍກິດຈະກໍາ ເປັນຕົ້ນ ຢູ່ຕາມຈຸດເຂົ້າ-ອອກ ຈະກະກຽມນໍ້າອົບ-ນໍ້າຫອມໄວ້ແຈກຢາຍໃຫ້ແຂກ(ບໍ່ເສຍຄ່າ), ມີພວງມາໄລ, ໝາກເບັງ, ດອກໄມ້, ທູບທຽນ ເພື່ອກຽມໄຫວ້ພະພຸດທະຮູບ

SA Game
ຂປລ.

ແລະ ກ່ອນຈະເຖິງມື້ບຸນປີໃໝ່ ສະຫະພັນແມ່ຍິງນະຄອນຫລວງວຽງຈັນ ຈະຈັດງານສະເຫລີມສະຫລອງວັນແມ່ຍິງສາກົນຢ້ອນຫລັງ ແລະ ສະເຫລີມສະຫລອງວັນສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ຢູ່ທີ່ສວນຊຽງຄວນແຫ່ງນີ້.

ດັ່ງນັ້ນ, ຈຶ່ງຝາກເຖິງບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ຫລື ນິຕິບຸກຄົນ ທີ່ມີຈຸກປະສົງຢາກໄປທ່ອງທ່ຽວເມືອງຫາດຊາຍຟອງ, ສະຖານທີ່ສວນຊຽງຄວນ ແມ່ນຍິນດີຕ້ອນຮັບທຸກໆທ່ານ ເຊິ່ງສະຖານທີ່ແຫ່ງນີ້ ເປັນແຫລ່ງທ່ອງທ່ຽວທາງດ້ານມໍລະ ດົກວັດທະນະທໍາ, ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນແຫ່ງທໍາອິດ ຂອງນະຄອນຫລວງວຽງຈັນ, ມາເຖິງປັດຈຸບັນ ແຂກຕ່າງປະເທດກຳລັງຫລັງໄຫລເຂົ້າໄປທ່ຽວຊົມເປັນຈໍານວນຫລາຍ ໂດຍສະເພາະ ແຂກຈີນ, ເກົາຫລີ, ຫວຽດນາມ ແລະ ຝຣັ່ງ.

SA Game
ຂປລ.

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຍັງກ່າວອີກວ່າ: ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ປີໃໝ່ລາວທີ່ຈະມາເຖິງນີ້, ບັນດາແຂກທັງພາຍໃນ ແລະ ຕ່າງປະເທດຈະເຂົ້າໄປທ່ຽວຊົມສວນຊຽງຄວນ ເປັນຈໍານວນຫລາຍ ເພາະສະຖານທີ່ແຫ່ງນີ້ ມີຮູບປັ້ນຫລໍ່, ມີພະພຸດທະຮູບ, ມີວັດທະນະທໍາເກົ່າແກ່ ເປັນຈໍານວນຫລາຍ ເພື່ອໃຫ້ບັນດາແຂກໄດ້ທ່ຽວຊົມ, ຫົດສົ່ງຕາມຮີດຄອງປະເພນີ ຂອງການຫລິ້ນບຸນປີໃໝ່ ລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.