ເຊີນ​ຊົມ! ລາວ​ທ່ຽວ​ລາວ​ຊົມ​ໃຊ້​ຜະ​ລິດ​ຕະ​ພັນ​ລາວ ໃນ​ວິ​ຖີ່​ຊິ​ວິດ​ແບບ​ໃໝ່.

SA Game

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ງານ​ວາງ​ສະ​ແດງ​ສິນ​ຄ້າ ຜະ​ລິດ​ຕະ​ພັນ​ລາວ ປີ 2022 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ

ເພື່ອ​ສົ່ງ​ເສີມ​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ໂດຍ​ຄົນ​ລາວ​ເອງ ແລະ ໃນ​ສະ​ພາບ​ການ​ປະ​ຈຸ​ບັນ​ທີ່​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນີ້, ປະ​ຊາ​ຊົນ​ລາວ​ຕ້ອງ​ໄດ້​ຫັນ​ມາ​ເອົາ​ໃຈ​ໃສ່​ໃນ​ການ​ຜະ​ລິດ​ພາຍ​ໃນ ແລະ ສົ່ງ​ເສີມ​ອູດ​ໜູນ​ສິນ​ຄ້າ​ພາຍ​ໃນ​ກັນ​ເອງ​ເພື່ອ​ກະ​ຕຸ້ນ​ສະ​ພາບ​ເສດ​ຖະ​ກິດ ແລະ ແກ້​ໄຂ​ບັນ​ຫາ​ໃນ​ອາ​ນາ​ຄົດ.

ໃນຕອນບ່າຍຂອງ ວັນທີ 22 ກຸມພາ 2022 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ທາງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ສົ່ງເສີມ ວຽກງານມາດຕະຖານ, ຄຸນນະພາບ ແລະ ວັດແທກ ຕໍ່ກັບຜະລິດຕະພັນລາວ

ໂດຍການເປັນປະທານ ຂອງ ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນປະທານຮ່ວມໂດຍ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ມາດຕະຖານ ແລະ ວັດແທກ.

SA Game
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ :

ກໍເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບວຽກງານມາດຕະຖານ, ຄຸນນະພາບ ແລະ ວັດແທກ ຕໍ່ກັບຜະລິດຕະພັນລາວ ໃຫ້ແກ່ຜູ້ປະກອບການ, ພາກທຸລະກິດທີ່ຜະລິດ, ຈໍາໝ່າຍ ຜະລິດຕະພັນສິນຄ້າ ຢູ່ພາຍໃນ ສປປ ລາວ ໃຫ້ໄດ້ຕາມມາດຕະຖານ ແລະ ຄຸນນະພາບ ທີ່ກໍານົດໄວ້ ຖືເອົາວຽກງານນີ້ເປັນສ່ວນໜຶ່ງໃນການຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ຜະລິດຕະພັນສິນຄ້າ ທີ່ຜະລິດຢູ່ພາຍໃນ ສປປ ລາວ ແມ່ນກໍານົດໃນແຜນຍຸດທະສາດທີ່ສໍາຄັນຂອງລັດຖະບານ ໃນການພັດທະນາໂຄງລ່າງພື້ນຖານດ້ານຄຸນນະພາບແຫ່ງຊາດ ເຊິ່ງເປັນເຄື່ອງມືໃນການສະໜັບສະໜູນ ສົ່ງເສີມ ໃນການອຳນວຍຄວາມສະດວກທາງດ້ານການຄ້າ, ເຂົ້າເຖິງຕະຫຼາດ ແລະ ສາມາດແຂ່ງຂັນ ດ້ານຜະລິດຕະພັນສິນຄ້າທີ່ຜະລິດພາຍໃນ ໃຫ້ສອດຄ່ອງຕາມມາດຕະຖານ ແລະ ໄດ້ຄຸນນະພາບ ທີ່ໄດ້ກໍານົດໄວ້ ເພື່ອກ້າວໄປເຖິງການສົ່ງອອກໃນຕະຫຼາດ ພາກພື້ນ ແລະ ສາກົນ

SA Game
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ພ້ອມກັນນັ້ນກໍ່ເພື່ອເປັນການ ປົກປ້ອງຜູ້ບໍລິໂພກ, ຜູ້ຊົມໃຊ້, ຮັກສາສະພາບ​ແວດ​ລ້ອມ, ສຸ​ຂະ​ພາບ, ຄວາມ​ປອດ​ໄພ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໃຫ້​ດີ​ຂື້ນ ແລະ ທັງເປັນການປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ ຂອງ​ປະ​ເທດອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ