ມາ​ຮູ້​ຈັກ​ກັບປະ​ຫວັດ ວັດ”ສີພວນ” ເມືອງແປກ ແຂວງຊຽງຂວາງ

SA Game

Art and Culture of Laos

ວັດ ສີພວນ ເມືອງແປກ ແຂວງຊຽງຂວາງ ວັດ​ທີ່​ມີ​ສີ​ອັນ​ງົດ​ງາມ ແລະ ເປັນ​ເອ​ກະ​ລັກ.

ໃນ​ຕອນ​ນີ້​ເຮົາ​ຈະ​ມາສຶກສາຊອກຮູ້ປະຫວັດ “ວັດສີພວນ ແຂວງຊຽງຂວາງ, ເປັນການໃສ່ຊື່ວັດຕາມພຣະນາມຂອງພຣະເຈົ້າ”ສີພວນ” ນັ້ນເອງ ພຣະພຸດທະຮູບເຈົ້າສີພວນ ຫຼື ພຣະເຈົ້າສີພວນ” ເພິ່ນໃສ່ຊື່ວັດຕາມຊື່ຂອງພຣະເຈົ້າ”ສີພວນ”.

ຄໍາວ່າ: “ສີພວນ” ຄົງຈະໝາຍເຖິງ”ສີ”ຂອງພຣະພຸດທະຮູບອົງນີ້ນັ້ນເອງ ເພາະເປັນສີທີ່ງົດງາມແປກຕາຫຼາຍ ມີຄວາມເປັນສີຂຽວຄ້າຍຄືມໍຣະກົດອົມສີປີກຂອງແມງຜູ່ ມີຮູບຊົງງົດງາມຫຼາຍ , ຄໍາວ່າ: “ພວນ” ຄົງໝານເຖິງ ສີລປະຂອງຂອງພີ່ນ້ອງຊາວພວນນັ້ນເອງ. ສະໄໝສົງຄາມ ພຣະພຸດທະຮູບອົງຫຼວງຕາມວັດຕ່າງໆ ໄດ້ຖືກລູກປືນ ລະເບີດ ຖືກຍົນ T-28 ຖະຫຼົ່ມ ເຮັດໃຫ້ບັນດາວັດຕ່າງໆທົ່ວແຂວງຊຽງຂວາງ ຖືກທໍາລາຍເສຍຫາຍ . ຮວມທັງພຣະເຈົ້າສີພວນອົງນີ້ກໍຖືກລູກປືນຫຼາຍໆຈຸດ ຕາມໜ້າຜາກ ຕາມຄີງດ້ານໜ້າແລະດ້ານຫຼັງ ຍັງມີຮອຍລູກປືນຢູ່ ເຫັນແລ້ວກໍເປັນຕາສັງເວກສະລົດໃຈຍິ່ງໜັກ.
SA Game
Art and Culture of Laos
“ຊາວບ້ານ ຊາວເມືອງ ຢູ່ບໍ່ເປັນສຸກ ໜີສົງຄາມຫົວຊຸກຫົວຊົນ ເລົ່າທັບທະຫານຜູ້ກ້າທັງຫຼາຍລົ້ມຕາຍລະເນລະນາດ ພວກລູກຫຼານກຳລັງໄລ່ຫຼີ້ນຢອກໃຍກັນຢູ່ຕາມກາງບ້ານ ຖືກເຮືອບິນມາຍິງ ລົ້ມຫາຍຕາຍຈາກ ເມື່ອເຮືອບິນກັບໄປແລ້ວ ສຽງທຸກຢ່າງກໍມິດງຽບ … ” ແມ່ອອກໃຫຍ່ນາລີ ສີສຸລິດ ເພິ່ນເລົ່າດ້ວຍສຽງສະອຶ້ນທື້ນທວງ ໃນມື້ງານບຸນຄັ້ງນີ້ ເຮັດໃຫ້ຜູ້ຟັງຫຼາຍທ່ານກໍພອຍນໍ້າຕາຊຶມເບົ້າໄປຫຼາຍຄົນ ຄົນເຖົ້າຄົນແກ່ຜູ້ເຫັນເຫດການສົງຄາມໃນຄັ້ງນັ້ນ ຫຼາຍທ່ານກໍສະອຶ້ນໄປຕາມໆກັນ.
SA Game
Art and Culture of Laos
ສົງຄາມຄືການຂ້າຄົນໃຫ້ຕາຍ ແລະຈັບຄົນມາເປັນສະເລີຍ ກັກຂັງໜ່ວງໜ່ຽວ. ມາບັດນີ້ບ້ານເມືອງເຮົາໄດ້ໝົດສົງຄາມແລ້ວ ຄົນລາວເຮົາຫຼາບແລ້ວກັບສົງຄາມ ຈະບໍ່ຍອມໃຫ້ສົງຄາມເກີດຂຶ້ນອີກເດັດຂາດ ຈະເຮັດໄດ້ຄືແນວນັ້ນ ກໍຄືພວກເຮົາຄົນລາວທົ່ວປະເທດຮ່ວມສາມັກຄີກັນ ເປັນນໍ້າໜຶ່ງໃຈດຽວ ເປັນເຈົ້າການນໍາກັນ ປົກປັກຮັກສາແລະສ້າງສາປະເທດຊາດບ້ານເມືອງຂອງພວກເຮົາໃຫ້ຈະເລີນຮຸ່ງເຮືອງເທົ່າທຽມກັບປະເທດອື່ນ ບໍ່ໃຫ້ຊາດອື່ນໃດມາດູຖືກຢຽດຫຍາມໄດ້ອີກ .

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ສາທຸໃຫຍ່ອ່ອນແກ້ວ ກິດຕິພັທໂທ.