ກວດກາເບິ່ງສະພາບໜັງສືໃບລານເມືອງ​ທຸ​ລະ​ຄົມ​ແຂວງວຽ​ງ​ຈັນ

SA Game

ເມືອງທຸລະຄົມ.

ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ລົງກວດກາສະພາບໜັງສືໃບລານ ຢູ່ເມືອງທູລະຄົມ

ວັນທີ 9 ກຸມພາ 2022 ນີ້ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ລົງເຮັດວຽກຢູ່ວັດນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ເພື່ອລົງເກັບກໍາຂໍ້ມູນ ແລະ ກວດກາເບິ່ງສະພາບໜັງສືໃບລານ ໂດຍມີ ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງທຸລະຄົມ, ພະອາຈານ ສຸດໃຈ ວິໄລຫົງ ຮັກສາການເຈົ້າຄະນະເມືອງທຸລະຄົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເຮັດວຽກ ແລະ ນໍາພາລົງເຄື່ອນໄຫວ.

ໂອກາດນີ້, ທ່ານ ຄໍາພອນ ຈັນທະວົງສັກ ກໍໄດ້ລາຍງານສະພາບໂດຍຫຍໍ້ ໃນການຄຸ້ມຄອງວຽກງານວັດທະນະທໍາຢູ່ເມືອງທຸລະຄົມ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນທ່າ ແຮງ, ມູນເຊື້ອການປົກປັນຮັກສາ, ເສີມຂະຫຍາຍຮີດຄອງປະເພນີຂອງຊາວເມືອງ, ຍົກໃຫ້ເຫັນສະຖານທີ່ວັດທະນະທໍາທີ່ເກົ່າແກ່ສັກສິດ ແລະ ມີມາແຕ່ດົນນານ ເປັນຕົ້ນ ວັດວຽງພະແກ້ວ, ວັດໝື່ນໝັ້ນ, ວັດໝື່ນມີ, ວັດກາງເມືອງ, ວັດປະທຸມມະລັງສີ, ວັດກາງຫລິ່ງຊັນ, ວັດພະທອງສາມສີ, ວັດພະທາດມາຫລ້າ, ວັດພະເຈົ້າໃຫຍ່ອົງແສນ, ວັດພະບາດດານເພີຍ, ສູນປະຕິບັດທໍາ ວັດປ່າພະບາດພູເຂົາຄວາຍ ບ້ານນາຍາງ ແລະ ອື່ນໆ.

SA Game
ເມືອງທຸລະຄົມ.

ສໍາລັບ ໜັງສືຜູກໃບລານ ຢູ່ວັດນໍ້າພະນາຍ ຕາມການບອກເລົ່າ, ຢັ້ງຢືນຈາກຂະ ແໜງວັດທະນະທໍາ ແມ່ນມີມາແຕ່ດົນນານ, ມີຫລາຍແຫ່ງ, ແຕ່ກໍມີຈໍານວນໜຶ່ງເສຍຫາຍຍ້ອນແມງເຈາະ ແລະ ຫລຸ້ຍຫ້ຽນຕາມການເວລາ, ສ່ວນລາຍລະອຽດເນື້ອໃນກ່າວເຖິງເລື່ອງລາວ, ປີປະດິດຂຶ້ນ ແມ່ນຍັງບໍ່ທັນມີຂໍ້ມູນລະອຽດ, ແຕ່ອີງຕາມການບອກເລົ່າຂອງປະຊາຊົນເຂດບ້ານເກິນ ວ່າ:

SA Game
ເມືອງທຸລະຄົມ.

ວັດນໍ້າພະນາຍ ເຄີຍເປັນໂຮງຮຽນສົງ, ເປັນບ່ອນສຶກສາຮໍ່າຮຽນໜັງສືບາລີ(ໜັງສືທໍາ) ຂອງພະສົງ-ສໍາມະເນນ ທີ່ມີຊື່ສຽງຂອງເມືອງທຸລະຄົມ, ເຊິ່ງ ການຄຸ້ມຄອງຮັກສາ ແມ່ນແບບມີສ່ວນຮ່ວມນໍາກັນ ຕົ້ນຕໍແມ່ນມອບໃຫ້ເຈົ້າອະທິການວັດເປັນເຈົ້າການ ສົມທົບກັບບ້ານ ແລະ ພາກສ່ວນກ່ຽວຂ້ອງ ຈຶ່ງເຮັດໃຫ້ໜັງສືໃບລານຍັງຄົງສະພາບຄືທຸກວັນນີ້.

ທ່ານ ນາງ ບົວໄຂ ເພັງພະຈັນ ໄດດ້ກ່າວວ່າ: ການລົງມາເຄື່ອນໄຫວວຽດງານໃສຄັ້ງນີ້, ເພື່ອເກັບ ກໍາຂໍ້ມູນກວດກາເບິ່ງສະພາບໜັງສືໃບລານຕົວຈິງ, ອານາໄມ, ແນະນໍາວິທີບົວລະບັດຮັກສາເກັບມ້ຽນ, ຄັດຈ້ອນສັງລວມ, ແຍກເປັນກຸ່ມ-ເປັນໝວດ ຕາມຫລັກວິຊາການ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກັບພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງ ເພື່ອສ້າງຄວາມເອກະພາບການຄຸ້ມຄອງຮັກສາ ແລະ ສຶກສາຄົ້ນຄວ້າ.

SA Game
ເມືອງທຸລະຄົມ.

ໂອກາດດຽວກັນ, ທ່ານ ນາງ ບົວໄຂ ເພັງພະຈັນ ພ້ອມຄະນະຍັງໄດ້ໄປຢ້ຽມຊົມຮ່ອງຮອຍ ຂຸມຄອງສົມເດັດພະເຈົ້າຟ້າງຸ່ມ ຢູ່ວັດວຽງແກ້ວ, ຊົມຄວາມງາມຫໍໄຕ, ໄປກາບວັດພະທອງສາມສີ ແລະ ວັດກາງ ບ້ານຫລິ່ງຊັນ ເພື່ອສຶກສາຂໍ້ມູນປະຫວັດທາງດ້ານວັດທະນະທໍາ ແລະ ວັດວາອາຮາມຂອງວັດດັ່ງກ່າວ ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເມືອງທຸລະຄົມ.