ເຊີນ​ຊົມ! ງານວາງສະແດງສິນຄ້າລາວ-ຫວຽດນາມ ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ

SA Game

laoedaily.com.la

​ພິ​ທີ່​ເປີດ​ງານວາງສະແດງສິນຄ້າລາວ-ຫວຽດນາມ ຢ່າງເປັນທາງການທີ່ສູນການຄ້າລາວ-ໄອເຕັກ

ພິ​ທີ່​ເປີດ​ງານ​ຢ່າງ​ເປັນ​ທາງ​ການ​ຈັດຂຶ້ນໃນຕອນແລງວັນທີ 25 ສິງຫາ 2022 ນີ້, ສຳລັບງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2022 ເຊິ່ງຈັດຂຶ້ນແຕ່ມື້ນີ້ ຫາ 29 ສິງຫາ 2022, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍມີບັນດາບໍລິສັດຫ້າງຮ້ານຈາກລາວ ແລະ ຫວຽດນາມ ເຂົ້າຮ່ວມ 80 ຫົວໜ່ວຍ

ມີຫຼາຍປະເພດສິນຄ້າບໍ່ວ່າຈະເປັນອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳແຜ່ນແພ, ເຄື່ອງເຟີນີເຈີ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ອື່ນໆເຊີນທ່ານເຂົ້າຮ່ວມທ່ຽວຊົມ ແລະ ຊື້ສິນຄ້າພາຍໃນງານໄດ້.

ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ທ່ານ ໂດ ທັງ ຫາຍ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນ, ນັກທຸລະກິດ 2 ປະເທດລາວ-ຫວຽດນາມເຂົ້າຮ່ວມ.

SA Game
laoedaily.com.la

ທ່ານ ມະໄລທອງ ກົມມະສິດ ກ່າວ່າ:

ງານວາງສະແດງສິນຄ້າ ລາວ-ຫວຽນາມ ໃນປີນີ້ ມີຄວາມໝາຍສຳຄັນ ແລະ ພິເສດກວ່າທຸກປີ ເນື່ອງຈາກຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຊີ່ງເປັນຂີດໝາຍປະຫວັດສາດຂອງ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60​ ປີ ແລະ ການເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ.

ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຫວັດສາດ, ຄວາມສາມັກຄີພິເສດ ທີ່ເປັນໜຶ່ງດຽວໃນໂລກ, ກະຊວງ ອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ສຸມທຸກກຳລັງແຮງໃນການສືບຕໍ່ພາລະກິດອັນສະຫງ່ານີ້ ໃຫ້ມີຄວາມຫມັ້ນຄົງຂະນົງແກ່ນ ແລະ ສືບທອດເປັນລຸ້ນຄົນໃນແຕ່ລະໄລຍະ.

ໃນນັ້ນໄດ້ສະແດງອອກໃນການຈັດງານວາງສະແດງສິນຄ້າຮ່ວມກັນ ເພື່ອສ່ອງແສງໃຫ້ເຫັນມູນເຊື້ອອັນຍາວນານ ທີ່ສອງພັກ ສອງລັດຖະບານ ໄດ້ມີການພົວພັນດ້ານເສດຖະກິດ-ການຄ້າຢ່າງກົມກຽວ ແລະ ສະໜິດແໜ້ນ, ເປັນຂີດໝາຍອັນສຳຄັນ ທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ວຽກງານການຮ່ວມມືຍຸດທະນາດຮອບດ້ານ ລະຫວ່າງລັດຖະບານ ກໍ່ຄືປະຊາຊົນລາວ-ຫວຽດນາມ ເພື່ອເສີມສ້າງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງສອງປະເທດໃຫ້ເຕີບໃຫ່ຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງທັງສອງຊາດ ໃຫ້ບັນລຸເປົ້າໝາຍ

SA Game
laoedaily.com.la

ພ້ອມດຽວກັນນີ້, ກໍເພື່ອເປັນການສືບຕໍ່ປະຕິບັດຕາມແຜນການຮ່ວມມື ທີ່ພວກເຮົາເຄີຍໄດ້ປະຕິບັດມາເປັນປະຈໍາແຕ່ລະປີ, ນັບແຕ່ 2 ລັດຖະບານໄດ້ລົງນາມຮ່ວມກັນເປັນຕົ້ນມາ ແລະ ມອບໝາຍໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ຫວຽດນາມ ຮ່ວມກັນຈັດງານວາງສະແດງສິນຄ້າ ແລະ ກິດຈະກຳປິ່ນອ້ອມຢ່າງມີຜົນສຳເລັດ.

ເຖິງວ່າໄລຍະ 3 ປີຜ່ານມາ, ຍ້ອນການແຜ່ລະບາດຂອງ ພະຍາດໂຄວິດ 19, ພວກເຮົາຈຶ່ງບໍໄດ້ມີການຈັດງານວາງສະແດງສີນຄ້າ, ແຕ່ມາພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຜ່ອນຄາຍລົງແລ້ວ, ພວກເຮົາຈຶ່ງສາມາດຈັດງານວາງສະແດງສິນຄ້າລາວ-ຫວຽດນາມຂຶ້ນ ທັງໃນລະດັບສູນກາງ ແລະ ທ້ອງຖີ່ນ ໃນປີນີ້ ກໍພໍດີເປັນຂະບວນການໃຫຍ່ ແລະ ມີຄວາມໝາຍສຳຄັນ ໃນການສະເຫຼມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ສຳລັບງານວາງສະແດງສິນຄ້າ ລາວ-ຫວຽດນາມປີນີ້ ບໍລິສັດຈາກ ສສ ຫວຽດນາມ ແລະ ສປປ ລາວ ມີຄວາມສົນໃຈໃນການເຂົ້າຮ່ວມງານຫຼາຍຂຶ້ນຈາກແຕ່ກ່ອນ ເຊິ່ງເຮັດໃຫ້ບໍລິມາດ ແລະ ຄວາມຫຼາກຫຼາຍຂອງສິນຄ້າກໍເພີ່ມຂຶ້ນ.

ໃນນີ້ມີບໍລິສັດຂອງຫວຽດນາມເຂົ້າຮ່ວມທັງໝົດ 80 ຫົວໜ່ວຍ, ຈຳນວນ 120 ຫ້ອງ ແລະ ບໍລິສັດລາວເຂົ້າຮ່ວມທັງໝົດ 48 ຫົວໜ່ວຍ, ຈຳນວນ 80 ຫ້ອງ ມີຫຼາຍປະເພດສິນຄ້າ ເຊັ່ນ:

ອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳແຜ່ນແພ, ເຄື່ອງເຟີນີເຈີ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ. ນອກຈາກນີ້ພາຍໃນງານວາງສະແດງສິນຄ້າ ຈະມີການຈັດພົບປະທຸລະກິດລາວ-ຫວຽດນາມ, ບັນດາກິດຈະກໍາອື່ນປິ່ນອ້ອມ ເພື່ອເຮັດໃຫ້ທຸລະກິດຂອງລາວ-ຫວຽດນາມ ສາມາດຊອກໄດ້ຄູ່ຄ້າ ກໍຄືຕະຫຼາດ, ສ້າງການຜະລິດ ແລະ ເຊັນສັນຍາຮ່ວມມືກັນທາງທຸລະກິດໃນຫຼາຍຂົງເຂດ ເພື່ອນຳຜົນປະໂຫຍດຈາກການເຂົ້າຮ່ວມງານໃຫ້ມີໝາກຜົນຫຼາຍຂຶ້ນ, ປະກອບສ່ວນເພີ້ມມູນຄ່າການຄ້າລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຂື້ນເລື່ອຍໆ ບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ທັງສອງລັດຖະບານໄດ້ວາງໄວ້.

SA Game
laoedaily.com.la

ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ຕື່ມວ່າ: ບໍ່ວ່າໄລຍະໃດ ສອງລັດຖະບານ ກໍຄືສອງກະຊວງ, ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ຫວຽດນາມ ໄດ້ສຸມຄວາມພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກ ສ້າງການຮ່ວມມືກັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດໄດ້ມີການພັດທະນາ ແລະ ເຕີບໂຕຢ່າງແຂງແຮງ, ການແລກປ່ຽນການຄ້າມີການຂະຫຍາຍຕົວ, ການດຸ່ນດ່ຽງການຄ້ານຳເຂົ້າ-ສົ່ງອອກຈຶ່ງສົມດູນກັນ

ໃນປີ 2021 ການຄ້າລາວ-ຫວຽດນາມບັນລຸໄດ້ 1,37 ຕື້ໂດລາ, ເພີ່ມ 33,3% ເມື່ອທຽບໃສ່ປີ 2020, ໃນນັ້ນການສົ່ງອອກຂອງຫວຽດນາມມາລາວ ບັນລຸໄດ້ 594,7 ລ້ານໂດລາ ເພີ່ມຂຶ້ນ 4% ເມື່ອທຽບໃສ່ປີ 2020, ການສົ່ງອອກລາວ ໄປຫວຽດນາມ ບັນລຸໄດ້ 778,2 ລ້ານໂດລາ ເພີ່ມຂຶ້ນ 69,8% ເມື່ອທຽບໃສປີ 2020. ໃນຂະນະທີ່ 7 ເດືອນຕົ້ນປີ 2022 ການນຳເຂົ້າ-ສົ່ງອອກ ລາວ-ຫວຽດນາມ ບັນລຸໄດ້ 948 ລ້ານໂດລາ ເພີ່ມຂຶ້ນ 24% ທຽບໃສ່ໄລຍະດຽວກັນຂອງປີ 2021.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: laoedaily.com.la