ຄອບ​ຄົວການນຳ ຫວຽດນາມ ເຂົ້າຢ້ຽມຊົມ ພິພິທະພັນຜ້າໄຫມລາວ

SA Game

laoedaily.com.la

ຄະ​ນະພັນລະຍາການນຳ ສສ ຫວຽດນາມ ຢ້ຽມຢາມ ສ​ປ​ປ​ ລາວ ແລະ ຊົມພິພິດ​ຕະພັນຜ້າໄຫມລາວ

ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກໍາລາວ ໄດ້ຮັບກຽດຕ້ອນຮັບການເຂົ້າຊົມພິພິທະພັນຜ້າໄຫມລາວ ຕັ້ງຢູ່ບ້ານໜອງທາໃຕ້, ເມືອງຈັນທະບູລີ ຂອງພັນລະຍາຂອງທ່ານລັດຖະມົນຕີຊວງການ ຕ່າງປະເທດ ສສ ຫວຽດນາມ, ພັນລະຍາທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມຄະນະ ໃນວັນທີ 24 ສິງຫາ 2022 ນີ້ ເນື່ອງໃນໂອກາດມາຢ້ຽມຢາມ ສປປ ລາວ.

ດັ່ງ​ທີ່​ເຮົາ​ໄດ້​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ​ສິ​ລະ​ປະ​ຜ້າ​ໄໝ​ລາ​ວ​ມີ​ຄວາມ​ສວຍ​ງາມ ແລະ ເອ​ກະ​ລັກ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ ແລະ ທັງ​ບໍ່​ຄື​ກັບ​ປະ​ເທດ​ໃດ​ໃນ​ໂລກ ດ້ວຍ​ເຫດ​ນັ້ນ​ໄດ້​ເຮັດ​ໃຫ້​ທາງ​ບັນ​ດາ ພັນ​ລະ​ຍາ ແລະ ຄະນະມີຄວາມສົນໃຈຫຼາຍຕໍ່ການອະນຸລັກມໍລະດົກການຕໍ່າຜ້າພື້ນເມືອງຂອງລາວ ໂດຍສະເພາະແມ່ນການສ້າງມູນຄ່າເພີ່ມໃຫ້ກັບສິນຄ້າຜ້າຕໍ່າດ້ວຍມືຂອງແມ່ຍິງລາວ ສ້າງລາຍໄດ້ເປັນກອບເປັນກໍາໃຫ້ກັບຕົນເພື່ອນໍາໄປຊ່ວຍເຫລືອເກື້ອກູນໃຫ້ກັບຄອບຄົວ.

SA Game
laoedaily.com.la

ທ່ານ ຫານຊະນະ ສີສານ ໄດ້ອະທິບາຍກ່ຽວກັບປະຫວັດຄວາມເປັນມາຂອງການປູກມອນລ້ຽງມ້ອນ, ຕໍ່າຫູກສາວໄໝນັ້ນ, ຕາມການບັນທຶກປະຫວັດສາດທີ່ເກົ່າແກ່ໃນຍຸກລາດຊະວົງຮັ່ນ ປະມານ 2000 ກ່ວາປີກ່ອນນີ້ ກໍໄດ້ເວົ້າເຖິງຊົນເຜົ່າພື້ນເມືອງຢູ່ເຂດພາກໃຕ້ຂອງຈີນໄດ້ຮູ້ຈັກການປູກມອນລ້ຽງມ້ອນ, ຕໍ່າຫູກສາວໄໝ ແລະ ທັງຮູ້ຈັກນໍາເອົາເປືອກໄມ້ມາເຮັດສີຍ້ອມເສື້ອຜ້າເປັນແລ້ວ ຊົນເຜົ່າພື້ນເມືອງເລົ່ານັ້ນ ເປັນກົກເຫງົ້າຂອງລາວເຮົາລວມທັງຊົນເຜົ່າອື່ນໃນອາຊີຕາເວັນອອກສ່ຽງໃຕ້.

SA Game
laoedaily.com.la

ຜ້າພື້ນເມືອງບໍ່ພຽງແຕ່ໃຊ້ເປັນເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍໃນຊີວິດປະຈໍາວັນເທົ່ານັ້ນ ແຕ່ຍັງເປັນເຄື່ອງປະກອບໃນພິທີກໍາທາງສາດສະຫນານໍາອີກ ຜ້າໄດ້ກາຍມາເປັນຈິດວິນຍານແຕ່ດຶກດໍາບັນ ແລະ ປັດຈຸບັນໄດ້ກາຍມາເປັນຂະແໜງເສດຖະກິດທີ່ສໍາຄັນໜຶ່ງທີ່ຊ່ວຍໃຫ້ແມ່ຍິງລາວ ມີຊີວິດທີ່ດີຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: laoedaily.com.la