ຕາດຈໍ ເມືອງ ຊານໄຊ ໄດ້​ຮັບ​ການ​ປັບ​ປຸງ​ຄືນ​ໃໝ່​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ

SA Game

ອິນ​ໄຊ​ລາວ

​ບູ​ລະ​ນ​ະ ແລະ ປັບປຸງ ຕາດຈໍ ເມືອງ ຊານໄຊ ແຂວງ​ອັດ​ຕະ​ປື​ເພື່ອຮອງຮັບນັກທ່ອງທ່ຽວ.

ຕາມ​ການ​ໃຫ້​ຂໍ້​ມູນ​ຈາກຜູ້ສຳປະທານແຫຼ່ງທ່ອງທ່ຽວ ຕາດຈໍ ເມືອງຊານໄຊ ທ່ານນາງ ວິໄລວັນ ສິດທິຍະວົງ ໃຫ້​ຮູ້ວ່າ: ພາຍຫຼັງທີ່ສະພາບການລະບາດຂອງພະຍາດ ໂຄວິດ-19 ໄດ້ຜ່ອນຄາຍລົງ ເຮັດໃຫ້ມີຈໍານວນນັກທ່ອງທ່ຽວ ພາຍໃນແຂວງ ໄດ້ຫຼັງໄຫຼພາກັນມາທ່ຽວທີ່ຕາດຈໍ ເພີ່ມຂື້ນ, ຕໍ່ກັບສະພາບດັ່ງກ່າວ ທາງຜູ້ສໍາປະທານ ກໍໄດ້ມີການປັບປຸງແຫຼ່ງທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ, ໂດຍສະເພາະປັບປຸງດ້ານການບໍລິການ ເພື່ອເຮັດໃຫ້ແຂກຜູ້ມາທ່ອງທ່ຽວໄດ້ມີຄວາມປະທັບໃຈ

ໃນນັ້ນ, ໄດ້ເນັ້ນໃສ່ການບໍລິການທາງດ້ານອາຫານໃຫ້ມີຄວາມຫຼາກຫຼາຍ ໂດຍສະເພາະອາຫານທີ່ເປັນເອກະລັກຂອງທ້ອງຖິ່ນ ຄື: ປີ້ງໄກ່, ກ້ອຍໄກ່, ຕົ້ມໄກ່, ຕົ້ມປາ, ປີ້ງປາ, ກ້ອຍປາ, ທອດປາ, ທອດໄກ່, ປາໜື້ງໜາກນາວ ຕໍາໜາກຫຸ່ງ ແລະ ອື່ນໆ.

ຕາດຈໍ ເມືອງ ຊານໄຊ, ແຂວງ ອັດຕະປື ເປັນອີກສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ເຊິ່ງໃນປັດຈຸປັນ ຜູ້ສຳປະທານຕາດດັ່ງກ່າວ ແມ່ນກຳລັງພວມເອົາໃຈໃສ່ ຈັດສັນ, ປັບປຸງ, ຄຸ້ມຄອງສະຖານດັ່ງກ່າວ ໃຫ້ໄດ້ມາດຕະຖານ ແລະ ເຂົ້າສູ່ຄວາມເປັນລະບຽບສວຍງາມ, ເພື່ອເປົ້າໝາຍດຶງດູດນັກດູດນັກທ່ອງທ່ຽວ ພາຍໃນແຂວງ ແລະ ຕ່າງແຂວງ ໃຫ້ເຂົ້າໄປທ່ຽວຊົມ, ອີກທັງສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງໃຫ້ນັບມື້ນັບຫຼາຍຂື້ນ.

SA Game
ອິນ​ໄຊ​ລາວ

ສໍາລັບແຫຼ່ງທ່ອງທ່ຽວຕາດຈໍ ເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວມາແຕ່ປີ 2016 ເປັນຕົ້ນມາ ໂດຍມີເນື້ອສໍາປະທານທັງໜົດ 19 ເຮັກຕາ, ເນື້ອທີ່ການພັດທະນາຕົວຈິງມີເກືອບ 2 ເຮັກຕາ, ຮ້ານອາຫານບໍລິການມີ 2 ຈຸດ, ມີຫ້ອງນໍ້າເພື່ອໄວ້ບໍລິການຮັບຮອງແຂກເຂົ້າມາທ່ຽວຊົມ, ຕາດຈໍມີຕູບບໍລິການທັງໜົດ 37 ຕູບ, ມີຕຽງແປະແຫຼ່ງນໍ້າ 15 ຕຽງ, ໂດຍແມ່ນທຶນຜູ້ສຳປະທານ 100%, ມີບ່ອນຖ່າຍຮູບຫຼາຍຈຸດ, ມີເສັ້ນທາງທີ່ສະດວກສະບາຍ. ນັກທ່ອງທ່ຽວສ່ວນຫຼາຍ ແມ່ນຈະມາແບບຄອບຄົວ ແລະ ໃນວັນເສົາ-ອາທິດ ຈະມີຈໍານວນຫຼາຍກວ່າວັນອື່ນໆ, ສາມາດສ້າງລາຍຮັບເຂົ້າຮ້ານໄດ້ເປັນຈຳນວນຫຼາຍ.

SA Game
ອິນ​ໄຊ​ລາວ

ແຫຼ່ງທ່ອງທ່ຽວຕາດຈໍ ເປັນຕາດໜື່ງທີ່ສວຍງາມຕາມແບບທຳມະຊາດ ທີ່ເກີດຈາກສາຍນໍ້າປາ, ມີຄວາມກ້ວາງ 15 ແມັດ, ສູງ 3 ແມັດ, ໃນລະດູຝົນຈະມີຄວາມສວຍງາມເປັນພິເສດເພາະມີນ້ຳຫຼາຍ, ອຸດົມສົມບູນໄປດ້ວຍປ່າໄມ້ເໝາະແກ່ການພັກຜ່ອນ, ຫຼີ້ນນໍ້າ ມີບໍລິການຕູບ, ມີຕຽງກາງຕາດ, ອາຫານ ແລະ ເຄື່ອງດື່ມ.

ຕາດຈໍ ຍັງຢູ່ໃກ້ກັບແຫຼ່ງທ່ອງທ່ຽວອື່ນໆ ທີ່ສາມາດທ່ຽວໄດ້ຫຼາຍແຫ່ງເປັນຕົ້ນ: ລູກສອນໄຟ, ການຕໍ່າຫູກດ້ວຍກີ່ແອວຂອງເຜົ່າຕະຫຼຽງ, ຕັ້ງຢູ່ບ້ານ ວັງໄຊ, ເມືອງຊານໄຊ, ຫ່າງຈາກເທດສະບານແຂວງປະມານ 31 ກິໂລແມັດ.

SA Game
ອິນ​ໄຊ​ລາວ

ນອກຈາກນັ້ນ, ຍັງມີຫຼາຍແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ໄດ້ຮັບຄວາມນິຍົມຫຼາຍແຫ່ງ, ໂດຍສະເພາະແຫຼ່ງທ່ອງທ່ຽວ ສວນທາລະນະຕາດຈໍ, ລູກສອນໄຟ, ເສັ້ນທາງໂຮ່ຈີມິນ, ຫົວລົດຕັງເສດສົງຄາມອິນດູຈີນ, ໜອງຟ້າ, ໜອງໄກ່ໂອກ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ອິນ​ໄຊ​ລາວ.