ເຊັນສັນຍາຮ່ວມທຶນພັດທະນາ ໂຮງແຮມລ້ານຊ້າງ ກຽມ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​

SA Game

ໂຮງແຮມເກົ່າ​ແກ່ ໄດ້​ຈັດພິທີເຊັນສັນຍາຮ່ວມທຶນພັດທະນາ ດຳເນີນທຸລະກິດໂຮງແຮມລ້ານຊ້າງ

ໃນວັນທີ 28 ທັນວາ 2022 ທີ່ໂຮງແຮມ Crowne Plaza, ໄດ້​ມີພິທີເຊັນສັນຍາຮ່ວມທຶນດຳເນີນໂຄງການກໍ່ສ້າງ ແລະ ດຳເນີນທຸລະກິດໂຮງແຮມລ້ານຊ້າງ ຕັ້ງຢູ່ບ້ານຊຽງຍຶນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ, ຕາງໜ້າໂດຍພະແນກ ການເງິນ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ທາດຫຼວງ ພັດທະນາ ຈໍາກັດ.

ໂດຍການຕາງໜ້າເຊັນຂອງທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ທ່ານ ຟ້າມ ງັອກ ໂກຍ (MR PHAM NGOC KHOI) ຜູ້ອຳນວຍການບໍລິສັດທາດຫຼວງ ພັດທະນາ ຈໍາກັດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສິພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະອໍານວຍການ ບໍລິສັດ ທາດຫຼວງ ພັດທະນາ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

SA Game
ຂປລ

ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບເລກທີ 1057/ຈນວ, ລົງວັນທີ 16 ທັນວາ 2022 ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາຮ່ວມທຶນພັດທະນາກິດຈະການໂຮງແຮມລ້ານຊ້າງ ຕັ້ງຢູ່ບ້ານ ຊຽງຍຶນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ພະແນກການເງິນ ນະຄອນຫຼວງວຽງຈັນ, ຈຶ່ງໄດ້ສົມທົບກັບເມືອງຈັນທະບູລີ, ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ທາດຫຼວງ ພັດທະນາ ຈໍາກັດ, ເພື່ອຈັດພິທີເຊັນສັນຍາຮ່ວມທຶນພັດທະນາກິດຈະການໂຮງແຮມລ້ານຊ້າງ.

ໂຮງແຮມລ້ານຊ້າງ ໄດ້ຖືກສ້າງຂຶ້ນແຕ່ໄລຍະປີ 1950 ຂອງສະຕະວັດກ່ອນ,ເປັນເວລາຫຼາຍເກືອບ 7 ທົດສະວັດໃນການດຳເນີນງານ, ໂຮງແຮມລ້ານຊ້າງແຕ່ກ່ອນເປັນສັນຍະລັກຂອງນະຄອນຫຼວງວຽງຈັນ ແລະ ເປັນສັນຍະລັກຂອງປະເທດລາວໂດຍລວມ.

SA Game
ຂປລ

ມາຮອດທ້າຍປີ 2019 ອາຄານໂຮງແຮມລ້ານຊ້າງຫຼັງເກົ່າມີຄວາມຊຸດໂຊມ ແລະ ການດໍາເນີນງານບໍ່ມີປະສິດທິຜົນ, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນວ່າຈະທຸບມ້າງອອກທັງໝົດໂຮງ ແຮມລ້ານຊ້າງຫຼັງເກົ່າແລ້ວກໍ່ສ້າງໃໝ່ ແລະ ຕົກລົງມອບໝາຍໃຫ້ບໍລິສັດລົງທຶນ ແລະ ພັດທະນາລ້ານຊ້າງ ຈຳກັດ ເປັນເຈົ້າຂອງໂຄງການປະຕິບັດໂຄງການລົງທຶນກໍ່ສ້າງ ແລະ ດໍາເນີນທຸລະກິດໂຮງແຮມລ້ານຊ້າງຫຼັງໃໝ່ໃຫ້ກາຍເປັນໂຮງແຮມທີ່ທັນສະໄໝໄດ້ມາດຕະຖານສາກົນ ລະດັບ 5 ດາວ, ຊຶ່ງຄາດຄະເນມູນຄ່າການລົງທຶນທັງໝົດ 40 ລ້ານໂດລາສະຫະລັດອາເມລິກາ.

ສໍາລັບຊື່ຂອງໂຮງແຮມລ້ານຊ້າງຫຼັງໃໝ່ຍັງແມ່ນຮັກສາໄວ້ຄໍາວ່າ “ໂຮງແຮມລ້ານຊ້າງ”. ເພື່ອເຮັດໃຫ້ໂຮງ ແຮມໃໝ່ດໍາເນີນທຸລະກິດມີປະສິດທິຜົນ, ຕົກລົງເຫັນດີເປັນເອກະພາບກັນວ່າຈະຈ້າງບໍລິສັດ Minor Hotel Group ເປັນຜູ້ບໍລິຫານການດໍາເນີນທຸລະກິດຂອງໂຮງແຮມດ້ວຍເຄື່ອງໝາຍການຄ້າ AVANI+; ດັ່ງນັ້ນຊື່ຂອງໂຮງແຮມໃໝ່ຈະດັດປ່ຽນເປັນໂຮງແຮມລ້ານຊ້າງ AVANI+.
SA Game
ຂປລ

ໂຮງແຮມລ້ານຊ້າງ AVANI+ ຈະມີຮູບຊົງຂອງໂຕຊ້າງສະແດງຄວາມເຂັ້ມແຂງ, ພັດທະນາແລະ ກໍໃກ້ຊິດກັບຊື່ເອີ້ນປະຫວັດສາດຂອງປະເທດລ້ານຊ້າງ. ໂຮງແຮມໃໝ່ປະກອບມີ 250-300 ຫ້ອງນອນ ແລະ ບັນດາກິດຈະກໍາສໍາຮອງໄດ້ມາດຕະຖານສາກົນລະດັບ 5 ດາວ. ອີງຕາມແຜນການການກໍ່ສ້າງຈະໃຊ້ເວລາ 40 ເດືອນ. ແຕ່ເຖີງຢ່າງໃດກໍຕາມກໍຈະພະຍາມຍາມກໍ່ສ້າງໃຫ້ສໍາເລັດໂຄງການກ່ອນແຜນການວາງໄວ້, ຊຶ່ງຄາດວ່າຈະໃຊ້ເວລາປະມານ 24-25 ເດືອນສໍາເລັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.