ກຽມ​ຕົວ! ທ່ຽວ​ງານ​ມະ​ຫາ​ກຳ​ບຸນ​ຊ້າງ​ທີ່​ແຂວງ​ໄຊ​ຍະ​ບູ​ລີ

SA Game

ຂປລ

​ທ່ຽວ​ຊົມ​ງານມະຫະກໍາບຸນຊ້າງ ​ແລະ ຜະ​ລິດ​ຕະ​ພັນ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ ຈັດ​ຂື້ນ​ທີ່ແຂວງໄຊຍະບູລີ.

ເປັນ​ປະ​ຈຳ ໃນ​ທຸກໆ​ປີ​ໃນ​ລະ​ຫວ່າງ​ເດືອນ​ກຸມ​ພາ ຈະ​ມີ​ງາ​ນ​ບຸນ​ຊ້າງ​ໃຫຍ່​ທີ່​ແຂວງ​ໄຊ​ຍະ​ບູ​ລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ໃນນາມປະທານຈັດງານ ມະຫະກໍາບຸນຊ້າງ ປະຈໍາປີ 2023 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ມະຫະກໍາບຸນຊ້າງໄຊຍະບູລີ ໃນປີ 2023 ຈະຈັດຂຶ້ນ ໃນລະຫວ່າງ 13-20 ກຸມພາ 2023 ເຊິ່ງຈະມີຊ້າງຫລາຍກວ່າ 70 ໂຕເຂົ້າຮ່ວມ.

ນອກຈາກນີ້, ຍັງຈະມີຫລາກຫລາຍກິດຈະກຳ ເປັນຕົ້ນ ງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນ, ສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງ ທີ່ເປັນເອກະລັກຂອງທ້ອງຖິ່ນ ພາຍໃນແຂວງ, ຕ່າງແຂວງ ແລະ ສິນຄ້າຕ່າງໆຈາກປະເທດໃກ້ຄຽງ ເພື່ອໃຫ້ບັນດານັກທ່ອງທ່ຽວ ໄດ້ມາທ່ຽວ, ມາຊົມ ພ້ອມທັງຈັບຈ່າຍຊື້-ຂາຍສິນຄ້າ.

SA Game
ຂປລ

ທ່ານ ເພັດພິໄຊ ສູນວິໄລ ຍັງໃຫ້ຮູ້ອີກວ່າ: ໃນວັນທີ 15-16 ກຸມພາ 2023 ຈະເປັນພິທີຊ້ອມໃຫຍ່, ວັນທີ 17 ຈະມີພິທີເຮັດບຸນໃສ່ບາດອຸທິດກຸສົນໃຫ້ຊ້າງ, ວັນທີ 18 ຫາ 20 ກຸມພາ ແມ່ນພິທີເປີດງານເປັນທາງການ. ສະນັ້ນ, ຈຶ່ງເຊີນຊວນພໍ່ແມ່ປະຊາຊົນ, ບັນດາແຂກ-ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ຮ່ວມກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະ ການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງ ແລະ ຂະບວນການສະແດງ ສິລະປະວັນນະຄະດີຂອງມວນຊົນ ແລະ ການສະແດງຂອງ 8 ເຜົ່າ, ກິລາໂດດຈ້ອງຂອງກອງພັນທະຫານອາກາດ. ນອກຈາກນີ້, ໃນແຕ່ລະວັນ ຍັງຈະມີການສະແດງຄອນເສີດ ແລະ ສິລະປະວັນນະຄະດີຈາກພາກສ່ວນຕ່າງໆ ແລະ ການບັນເທີງ ອື່ນໆ.

SA Game
ຂປລ

ພ້ອມນີ້, ໃນແຕ່ລະວັນ ຈະຈັດໃຫ້ມີກິດຈະກໍາທ່ອງທ່ຽວແຫລ່ງທຳມະຊາດ ທີ່ສວຍງາມ ແລະ ບ່ອນພັກແບບໂຮມສະເຕ ທີ່ສຳຜັດກັບບັນຍາກາດທໍາມະຊາດ, ການສະແດງວັດທະນະທໍາຂອງປະຊາ ຊົນ 8 ເຜົ່າ ທີ່ເປັນເອກະລັກຂອງຊາວແຂວງໄຊຍະບູລີ, ໃນແຕ່ລະຄືນ ຈະມີການຄົບງັນ, ການສະແດງຄອນເສີດ ແລະ ສິລະປະວັນນະຄະດີ ຈາກພາກສ່ວນຕ່າງໆ ແລະ ການບັນເທີງອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.