ອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານເພື່ອການທ່ອງທ່ຽວແບບຍືນຍົງ

SA Game

ຂປລ

ຍົກລະດັບຄວາມເຂັ້ມແຂງໃຫ້ພະນັກງານໃນວຽກງານປົກປັກຮັກສາສິ່ງແວດລ້ອມ

ຕາມ​ການ​ລາຍ​ງານ​ຂອງແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກົມໂຄສະການທ່ອງທ່ຽວ, ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຮ່ວມກັບ ພະແນກ ຖວທ ແຂວງຄໍາມ່ວນ ຈັດ ຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວແບບຍືນຍົງ ໃນວັນທີ 9-10 ມັງກອນ 2023.

ໂດຍການເປັນປະທານຂອງ ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກ ຖວມ ແຂວງ, ທ່ານ ນາງ ແສງສຸດາ ວັນທານຸວົງ ຮອງຫົວໜ້າກົມ ໂຄສະນາການທ່ອງທ່ຽວ, ມີສຳມະນາກອນຈາກພະແນກ ຖວທ ແຂວງ, ຫ້ອງການ ຖວທ ໃນ 10 ເມືອງ ແລະ ບັນດາຜູ້ປະກອບການທຸລະກິດການ ທ່ອງທ່ຽວ ເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້, ຈັດຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງທີ່ກ່ຽວຂ້ອງ ໄດ້ຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບຄວາມສຳຄັນ ແລະ ຈຳເປັນຂອງການປົກປັກຮັກສາສິ່ງແວດລ້ອມ ແນໃສ່ເພື່ອການມີສ່ວນຮ່ວມຂອງພາກສ່ວນຕ່າງໆ ໃນການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດໃຫ້ຄົງຢູ່ ເພື່ອການທ່ອງທ່ຽວທີ່ຍືນຍົງ

SA Game
ຂປລ

ເຊິ່ງສຳມະນາກອນ ໄດ້ຮຽນຮູ້ຄວາມຮູ້ພື້ນຖານດ້ານສິ່ງແວດ ລ້ອມ, ບັນຫາມົນລະພິດທາງສິ່ງແວດລ້ອມ, ບັນຫາຂີ້ເຫຍື້ອ ແລະ ສິ່ງເສດເຫລືອຕ່າງໆ, ການປົກປັກຮັກສາສິ່ງ ແວດລ້ອມ, ການແກ້ໄຂບັນຫາດ້ານສິ່ງແວດລ້ອມ, ການທ່ອງທ່ຽວຕິດພັນກັບສິ່ງແວດລ້ອມ, ການທ່ອງທ່ຽວທີ່ມີຜົນກະທົບທາງບວກ ແລະ ທາງລົບ

ການທ່ອງທ່ຽວແບບອະນຸລັກ, ການທ່ອງ ທ່ຽວທາງທຳມະຊາດ, ການທ່ອງທ່ຽວອະນຸລັກປະຊາຊົນມີສ່ວນຮ່ວມ, ການມີສ່ວນຮ່ວມຂອງພາກລັດ ແລະ ພາກທຸລະກິດ ເພື່ອການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວ, ການມີສ່ວນຮ່ວມຊຸມຊົນທ້ອງຖິ່ນ ເພື່ອການອະນຸລັກສິ່ງແວດລ້ອມ ແລະ ການເຜີຍແຜ່ຄວາມຮູ້ທາງກົງ ແລະ ທາງອ້ອມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.

SA Game
ຂປລ

ໂອກາດນີ້, ກົມໂຄສະນາການທ່ອງທ່ຽວ ຍັງໄດ້ນຳເອົາອຸປະກອນໂຄສະນາການປົກຮັກສາສິ່ງແວດລ້ອມ ມາມອບໃຫ້ ພະແນກ ຖວທ ແຂວງ ເຊິ່ງປະກອບມີ:

ເສື້ອ, ໜວກ, ຖົງຈຳນວນ 100 ຊຸດ ແລະ ຖັງຂີ້ເຫຍື້ອຈຳນວນ 30 ຖັງ ເພື່ອນຳໄປມອບຕໍ່ຈຸດແຫລ່ງທ່ອງທ່ຽວຂອງແຂວງ ໂດຍການສະໜັບສະໜູນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບ ພະຍາກອນທະມຳຊາດ ແລະ ສິ່ງແວລ້ອມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ