ເຈົ້າ​ແຂວງ​ລົງ​ຊ່ວຍ​ເຫລືອ​ປະ​ຊາ​ຊົນ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ

SA Game

ພາບ: laodaily.com.la

ເຈົ້າແຂວງຈຳປາສັກ ລົງຕິດຕາມຊ​່ວຍ​ເຫລືອ​ຜູ້​ໄດ້​ຮັບ​ການ​ກະ​ທົບຈາກລົມພາຍຸລະດູຮ້ອນ.

ຈາກເຫດ​ການ​ໄພ​ທຳ​ມະ​ຊ​າດທີ່​ຮຸນ​ແຮງ​ຢູ່​ທາງ​ພາກ​ໃຕ້​ເຂດ​ແຂວງ​ຈຳ​ປາ​ສັກ, ເຊິງ​ໃນ​ວັນ​ທີ່ 17 ພືດ​ສະ​ພາ 2021 ຜ່ານ​ມາ​ນີ້, ໄດ້ເກີດມີລົມພະຍຸລະດູຮ້ອນ ພັດເຂົ້າໃສ່ບ້ານເຮືອນຂອງພໍ່ແມ່ປະຊາຊົນຢ່າງ​ຮ​ຸນ​ແຮງ ເຮັດ​ໃຫ້​ຫລາຍຫຼັງຄາເຮືອນໄດ້​ຮັບ​ຜົນ​ກະ​ທົບ ແລະ ເສຍ​ຫາ​ຍ​ຢ່າງ​ຫລວງ​ຫລາຍ ຈາກ​ການປະເມີນມູນຄ່າເສຍຫາຍໃນເບື້ອງຕົ້ນມີ 1,3ຕື້ກີບ.

ໃນຕອນເຊົ້າວັນທີ 20 ພຶດສະພາ 2021 ນີ້, ທ່ານ ວິໄລວົງ ບຸດດາຄຳ  ເຈົ້າແຂວງຈຳປາສັກ ພ້ອມຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມເຫດໄພພິບັດຈາກລົມພາຍຸລະດູຮ້ອນ ທີ່ພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນໃນຫຼາຍບ້ານຂອບເຂດເມືອງໂຂງ ເຮັດໃຫ້ເຮືອນຫຼາຍຫຼັງຖືກເປ່ເພເສຍຫາຍຈຳນວນ 279 ຫຼັງຄາເຮືອນ, ປະເມີນມູນຄ່າເສຍຫາຍ ເບື້ອງຕົ້ນ 1ຕື້ກວ່າກີບ.

SA Game
ພາບ: laodaily.com.la

ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ ລາຍງານໃຫ້ຮູ້ວ່າ: ໃນຄືນວັນທີ 17 ພຶດສະພາ 2021 ເວລາປະມານ 21:30ໂມງ ໄດ້ເກີດມີລົມພະຍຸລະດູຮ້ອນ ພັດເຂົ້າໃສ່ບ້ານເຮືອນຂອງພໍ່ແມ່ປະຊາຊົນເປັນຕົ້ນ: ຢູ່ ກຸ່ມນາຝັ່ງມີຈຳນວນ 3 ບ້ານຄື ນາລານ, ຫ້ວຍໄຮ ແລະ ບ້ານລົມພັດ ມີ 94 ຫລັງຄາເຮືອນ; ກຸ່ມຫາດຊາຍຄູນມີຈຳນວນ 1 ບ້ານຄື: ນາແສນພັນ ມີ 29 ຫຼັງຄາເຮືອນ ແລະ ຈຸດຫົວໂຂງ ມີຈໍານວນ 6 ບ້ານຄື: ໂຂງແຫຼມ, ໂຂງຫາດງິ້ວ, ຫົວສັນ, ຫາງສັນ, ແສ່ນລ່າມ ແລະ ບ້ານດົງ ມີ 156 ຫຼັງຄາເຮືອນ. ລວມທັງໝົດມີ 279 ຫຼັງ ເຊຶ່ງກ່ອນໜ້ານັ້ນໄດ້ລາຍງານໄປເບື້ອງຕົ້ນມີຈຳນວນ 254 ຫຼັງຄາເຮືອນ; ປະເມີນມູນຄ່າເສຍຫາຍໃນເບື້ອງຕົ້ນມີ 1,3ຕື້ກີບ.

SA Game
ພາບ: laodaily.com.la

ໃນການລົງຕິດຕາມເບິ່ງຜົນກະທົບຄັ້ງນີ້ ການນຳແຂວງຈຳປາສັກ ໄດ້ລົງຢ້ຽມຢາມຄອບຄົວພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກລົມພາຍຸຢູ່ຈຸດຫົວໂຂງ, ພ້ອມທັງໂອ້ລົມ ເພື່ອສ້າງຂວັນກຳລັງໃຈອັນອົບອຸ່ນ, ໃຫ້ກຳລັງໃຈໃນການສືບຕໍ່ປັບປຸງປົວແປງສິ່ງທີ່ເສຍຫາຍ  ທັງເນັ້ນໜັກໃຫ້ອຳນາດການປົກຄອງເມືອງ ກໍຄືອຳນາດການປົກຄອງບ້ານ ໃຫ້ການຊ່ວຍເຫຼືອຄອບຄົວທີ່ຂາດເຂີນແຮງງານຕົ້ນຕໍ, ຂາດເຂີນເງິນຄຳໃນການປະຖົມພາຍາບານ ແລະ ອື່ນໆ

SA Game
ພາບ: laodaily.com.la

ໃນໂອກາດ ການນຳແຂວງຈຳປາສັກ ກໍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ນ້ຳດື່ມ, ໄຂ່,ໝີ່, ສັງກະສີ, ຕະປູ ທີ່ໄດ້ຈາກປັດໃຈການປະກອບສ່ວນຂອງນັກທຸລະກິດລວມມູນຄ່າ 500ລ້ານກີບມອບໃຫ້ອຳນາດການປົກຄອງເມືອງໂຂງ ເພື່ອມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກເຫດການດັ່ງກ່າວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com