ລາວ-ຈີນ ລົງນາມຮ່ວມມື ເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງໄປ ສ​ປ ຈີນ

SA Game

ພາບ: Sourioudong Sundara.

​ລົງ​ນາມ ການຮ່ວມມື ສປປລາວ ແລະ ສປຈີນ ຈັດຊື້ສິນຄ້າກະສິກຳປຸງແຕ່ງ 09 ລາຍການໃຫຍ່ຈາກ ສປປລາວ.

ຕາມ​ຂ​ໍ້​ມູນ​ຂອງ ທ່ານ Sourioudong Sundara ໃນ​ເຟ​ສ​ບຸກ​ຂອງ​ທ່ານ​ເພີນ​ໄດ້​ຂຽນ​ກ່ຽວ​ກັບ​ການ ສຶກສາຂໍ້ມູນ “ວັນທີ 28 ພຶດສະພາ 2021, ໄດ້ລົງນາມຮ່ວມມື ເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 09 ລາຍການໃຫຍ່ຈາກ ສປປລາວ ສົ່ງໄປ ສປຈີນ ເປົ້າໝາຍລວມມູນຄ່າການສົ່ງອອກ 1,5 ຕື້ໂດລາ ພາຍໃນໄລຍະອີກ 05 ປີ.”

ການລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ລວມມູນຄ່າການສົ່ງອອກ 1,5 ຕື້ໂດລາ ພາຍໃນປີທີ 5 ເປັນຕົ້ນໄປ ແມ່ນຈະເລີ່ມສົ່ງອອກ ຊຶ່ງການ ຮ່ວມມືດັ່ງກ່າວຈະເປັນໂຄງການ ທີ່ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນລາວ​ດີ​ຂຶ້ນ.

ເຊິງ​ໃນ​ລາຍ​ລາຍ​ອຽດ​ຂອງ​ການ​ຮ່ວມ​ມື​ດັ່ງ​ກ່າວ​ໄດ້​ມີ​ທັງ​ໝົດ 16 ຂໍ້​ດັ່ງ​ລຸ່ມ​ນີ້:

SA Game
ພາບ: Sourioudong Sundara.
  1. 1ເປັນການລົງ​ນາມ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ ເພື່ອນຳເອົາສິນຄ້າຈາກ ສ​ປ​ປລາວ ໄປ​ຂາຍ​ໃນ ສ​ປຈີນ ໂດຍ​ການ​ຮ່ວມ​ມື​ກັບ ລັດ​ວິ​ສາ​ຫະ​ກິດ​ສະ​ບຽງ​ອາ​ຫານ ສ​ປຈີນ,
  2. ກວມ​ເອົາ​ສິນ​ຄ້າກະ​ສິ​ກຳ​ປຸງ​ແຕ່ງ 09 ລາຍ​ການ​ໃຫຍ່ ຄື: ຖົ່ວ​ດິນ 01 ແສນ​ໂຕນ, ແປ້ງ​ມັນ​ຕົ້ນ 01 ແສນ​ໂຕນ, ຊີ້ນ​ງົວ​ແຊ່​ແຂງ 01 ແສນ​ໂຕນ, ໝາກ​ມ່ວ​ງ​ຫິ​ມະ​ພານ 02 ແສນ​ໂຕນ, ໝາກ​ມ່ວງ 01 ແສນ​ໂຕນ, ຖົ່ວລຽນ 05 ໝື່ນ​ໂຕນ, ຖົ່ວ​ເຫຼືອງ 02 ແສນ​ໂຕນ, ກ້ວຍ 01 ແສນ​ໂຕນ ແລະ ນ້ຳ​ຕານ 05 ແສນ​ໂຕນ ຊຶ່ງ​ລວມ​ມູນ​ຄ່າ​ການ​ສົ່ງ​ອອກ 1,5 ຕື້​ໂດ​ລາ ພາຍ​ໃນ​ປີ​ທີ 05 ເປັນ​ຕົ້ນ​ໄປ,
  3. ການ​ຮ່ວມ​ມື​ດັ່ງ​ກ່າວ​ນີ້ ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ ແລະ ຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ລັດ​ຖະ​ບານ,
  4. ພ້ອມກັນ​ນັ້ນ, ກໍ​ຍັງ​ເປັນ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ ເປັນ​ຕົ້ນ​ແມ່ນ​ທະ​ໜົນ​ຫົນ​ທາງ, ໄຟ​ຟ້າ, ນ້ຳ​ປະ​ປາ ແລະ ຊົນ​ລະ​ປະ​ທານ​ໄປ​ພ້ອມໆ​ກັນ,
  5. ຜ່ານ​ມາກໍ​ໄດ້​ພ້ອມ​ກັນ​ທົດ​ລອງ​ເຮັດ​ກະ​ສິ​ກຳ​ຢູ່ຫຼາຍ​ຈຸດ ແລະ ໄດ້​ກະ​ກຽມ​ພື້ນ​ທີ່​ປູກ​ຝັງ ເຮັດ​ການ​ຜະ​ລິດ ແຕ່​ພາກ​ກາງຫາພາກ​ໃຕ້ ໂດຍ​ປັດ​ຈຸ​ບັນ​ໄດ້​ເກືອບ 01 ແສນ​ເຮັກ​ຕາ,
  6. ພາຍຫຼັງ​ການ​ລົງ​ນາມ​ຄັ້ງ​ນີ້, ບໍ​ລິ​ສັດ ແລະ ລັດ​ວິ​ສາ​ຫະ​ກິດ ສະ​ບຽງ​ອາ​ຫານ ຈີນ ຈະ​ປຶກ​ສາ​ຫາ​ລື​ເຖິງ​ລາຍ​ລະ​ອຽດ​ດ້ານ​ເຕັກ​ນິກ​ຂອງ​ການ​ປູກ-ການ​ປຸງ​ແຕ່ງ ແລະ ກ້າວ​ສູ່​ຂັ້ນ​ຕອນ​ການ​ນຳ​ສະ​ເໜີ​ໂຄງ​ການ​ໃຫ້​ແກ່​ລັດ​ຖະ​ບານ ໃນ​ການ​ຂໍ​ໂກ​ຕ້າ ແລະ ພະ​ຍາ​ຍາມ​ໃຫ້​ລາ​ຄາ​ສາ​ມາດ​ແຂ່ງ​ຂັນ​ໄດ້ ທຽບ​ກັບ​ປະ​ເທດ​ອື່ນ​ອ້ອມ​ຂ້າງ,
  7. ພາຍຫຼັງ​ທີ່​ ລາວ-ຈີນ ໄດ້​ສຳ​ເລັດ​ການ​ເຊັນ​ສັນ​ຍາ​ຊື້​-ຂາຍ ເຂົ້າ 20 ພັນ​ໂຕນ ແລະ ສືບ​ຕໍ່​ສົ່ງ​ອອກ ​ເຂົ້າ 50 ພັນ​ໂຕນ ໃນ​ອະ​ນາ​ຄົດ,
  8. ການ​ລົງ​ນາມໃນ​ຄັ້ງ​ນີ້​ ກໍ​ເປັນ​ອີ​ກ​ສິ່ງ​ໜຶ່ງ​ທີ່ມີ​ຄວາມໝາຍ​ສຳ​ຄັນ​ຍິ່ງ ເປັນ​ໂອ​ກາດ ທີ່​ເປີດ​ຊ່ອງ​ທາງ​ໃຫ້​ສາ​ມາດ​ສ້າງ​ມູນ​ຄ່າ​ການ​ຄ້າ ຂອງ​ທັງ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົ​ມ ຂອງ ສ​ປ​ປລາວ ແລະ ທັງ​ເປັນ​ໂອ​ກາດ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ທີ່​ເປັນ​ສິນ​ຄ້າ​ທີ່​ເປັນ​ທ່າ​ແຮງ​ຂອງ​ລາວ,
  9. ນອກ​ນີ້, ຍັງ​ເປັນ​ການ​ສົ່ງ​ເສີມ​ການ​ຜະ​ລິດ, ດຶງ​ດູດ​ການ​ລົງ​ທຶນ ເພື່ອ​ກ້າວ​ຜ່ານ​ອຸ​ປະ​ສັກ​ທີ່​ເກີດ​ຈາກ​ໂຄວິດ-19 ແລະ ຍັງ​ເປັນ​ການ​ຮອງ​ຮັບ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ທ້າຍ​ປີ 2021 ນີ້ ກໍ​ຄື​ຍຸດ​ທະ​ສາດ ໜຶ່ງ​ເລວ​ໜຶ່ງ​ເສັ້ນ​ທາງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ,
  10. ເຊື່ອ​ໝັ້ນ​ວ່າ​ການ​ສົ່ງ​ອອກ​ສິນ​ຄ້າ ຜ່ານ​ການ​ຂົນ​ສົ່ງ​ຂອງ​ທາ​ງ​ລົດ​ໄຟ​ນີ້ ຈະ​ຊ່ວຍ​ໃຫ້ຫຼຸກ​ຕົ້ນ​ທຶນ ແລະ ສາ​ມາດ​ແຂ່ງ​ຂັນ​ກັບ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ ແລະ ຂອງ​ສາ​ກົນ​ໄດ້,
  11. ປັດ​ຈຸ​ບັນ, ລາວ-ຈີນ ໄດ້​ສຳ​ເລັດ​ອະ​ນຸ​ສັນ​ຍາສອງ​ຝ່າຍ ຊຶ່ງ​ສາ​ມາດ​ສົ່ງ​ອອກ​ພືດ ແລະ ຜະ​ລິດ​ຕະ​ພັນ​ພືດ ໄປ​ ສປ ຈີນ ມີ 07 ຊະ​ນິດ​ພືດ​ຄື: ສາ​ລີ, ມັນ​ຕົ້ນ, ກ້ວຍ, ເຂົ້າ​ສານ, ໝາກ​ໂມ, ມັນ​ດ້າງ, ພືດ​ຕະ​ກູນ​ຖົ່ວ ແລະ ນອກ​ນີ້ຍັງມີ ​ງົວອີກ,
  12. ສາມາດສຳ​ເລັດ​ການຮ່າງ​ອະ​ນຸ​ສັນ​ຍາ ເພື່ອລໍ​ຖ້າ​ເຊັນ​ລົງ​ນາມ, ໃນ​ການ​ສົ່ງ​ໄປພືດ ແລະ ຜະ​ລິດ​ຕະ​ພັນ​ພືດ ສ​ປຈີນ ອີກ 06 ຊະ​ນິດ​ພືດ ເຊັ່ນ: ໝາກ​ຜຸກ, ໝາກ​ກ້ຽງ, ໝາກ​ນາວ, ໝາກ​ໜ໊ອດ, ພືດ​ເປັນ​ຢາ, ໃບ​ໝາກຕູມ​ແຫ້ງ,
  13. ແຕ່​ນີ້ຮອດ​ປີ 2025, ແມ່ນ​ຈະ​​ສືບ​ຕໍ່ເຈ​ລະ​ຈາ​ທາງ​ດ້ານ​ເຕັກ​ນິກ​ເປີດ​ຕະຫຼາດ​ກັບ​ ສ​ປຈີນ ຫຼາຍກວ່າ 90 ລາຍ​ການ​ພືດ ແລະ ຫຼັງ​ຈາກ​ເຊັນ​ສັນ​ຍາ​ໃນ​ພິ​ທີ​ຄັ້ງ​ນີ້, ຈະ​ດຳ​ເນີນ​ການ​ເຈ​ລະ​ຈາເພື່ອ​ຂໍ​ໂກ​ຕ້າ​ສົ່ງ​ອອກ​ໄປ ສ​ປຈີນ 05 ລາຍ​​ການທີ່ນອນ​ໃນ​ອະ​ນຸ​ສັນ​ຍາທີ່​ລາວ-ຈີນ ໄດ້ລົງ​ນາມ​ແລ້ວ ທີ່​ມີ​ໃນ​ 09 ລາຍ​ການ​ສິນ​ຄ້າ ທີ່​ໄດ້​ລົງ​ນາມ​ໃນ​ພິ​ທີຄັ້ງ​ນີ້,
  14. ນັບແຕ່ປີ 2019, ບັນດາບໍລິສັດຄູ່ຮ່ວມເຈລະຈາໄດ້ຮ່ວມມື ຝ່າຍລາວໄດ້ສົ່ງອອກສິນຄ້າຫຼາຍກວ່າ 11 ລາຍການ ແລະ ໃນນີ້, ສະເພາະໝາກມ່ວງ ຫິນມະພານ ມີມູນຄ່າສົ່ງອອກເຖິງ 15 ລ້ານໂດລາ ໃນປີ 2019 ແລະ ປັດຈຸບັນ ໝາກເຜັດ ກຳລັງ ເປັນອີກ 01 ລາຍການສິນຄ້າທີ່ມີທ່າແຮງສົ່ງອອກໄປ ສປ ຈີນ,
  15. ບໍ​ລິ​ສັດຄູ່ຮ່ວມມືຝ່າຍ ສປຈີນ COFCO, ຈະໃຫ້ການຊ່ວຍເຫຼືອໃນການສະເໜີຂໍເພີ່ມໂກຕ້າໃນ ການສົ່ງອອກສິນຄ້າຈາກ ລາວ ໄປ ສປຈີນ, ຈະສະເໜີການຍົກເວັ້ນພາສີສິນຄ້າຂອງ 09 ລາຍການ ສິນຄ້າທີ່ ບໍລິສັດ AIDC ລົງນາມຮ່ວມມືກັບ ລັດວິສາຫະກິດ ສະບຽງອາຫານ ຈີນ,
  16. ຈະໃຫ້ຄໍາແນະນຳທາງດ້ານເຕັກນິກວິຊາການໃນການປຸງແຕ່ງສິນຄ້າ ແລະ ອື່ນໆທີ່ຈຳເປັນ ເພື່ອໃຫ້ການຮ່ວມມື ຂອງສອງບໍລິສັດສາມາດສ້າງຜົນປະໂຫຍດມາໃຫ້ສອງຝ່າຍ ກໍຄືຜົນປະໂຫຍດດ້ານການຄ້າມາສູ່ສອງປະເທດ ສປປລາວ ແລະ ສປຈີນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Sourioudong Sundara.