ເຄື່ອນໄຫວລະດົມແນວຄວາມຄິດຜູ້ຊົງຄຸນວຸດທິ ເພື່ອຍົກຍ້າຍບ້ານ

SA Game

News.XBL

ອົງການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມ ເຊື່ອມ​ຊືມແນວທາງນະໂຍບາຍຂອງພັກ-ລັດ

ທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຕໍ່ອົງການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິບ້ານຫ້ວຍຊອງ ເມືອງຫົງສາ ແຂວງໄຊຍະບູລີ ຢູ່ທີ່ຫໍປະຊຸມບ້ານໃນວັນທີ 7 ມີນາ 2023 ນີ້ . ໂດຍມີເລຂາໜ່ວຍພັກບ້ານ-ນາຍບ້ານຫ້ວຍຊອງ, ຄະນະພັກ, ສະມາຊິກພັກ, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ ແລະ ມີພະນັກງານຂັ້ນເມືອງລົງປະຈໍາຊ່ວຍບ້ານເຂົ້າຮ່ວມ.

ຈຸດປະສົງຄັ້ງນີ້, ແມ່ນຊຸກຍູ້ລະດົມແນວຄວາມຄິດໃຫ້ຄະນະພັກ, ອົງການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ ທີ່ຕາງໜ້າໃຫ້ປະຊາຊົນບ້ານ ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເພື່ອຈະພັດທະນາບ້ານ ຍົກຍ້າຍໄປຢູ່ບ່ອນທີ່ມີເງື່ອນໄຂໃນການດຳລົງຊີວິດຢູ່ບ່ອນໃໝ່ ຕາມແຜນພັດທະນາຄອບຄົວ, ແຜນພັດທະນາບ້ານ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ ລວມທັງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ພ້ອມທັງກະກຽມໃຫ້ແກ່ການດໍາເນີນກອງປະຊຸມ ໃຫຍ່ຂອງໜ່ວຍພັກບ້ານ ທີ່ຈະໄຂຂຶ້ນໃນຕໍ່ໜ້ານິ້.

SA Game
News.XBL

ເຊິ່ງບ້ານຫ້ວຍຊອງ ເປັນບ້ານທີ່ນອນໜຶ່ງຢູ່ໃນຈຸດສຸມບຸລິມະສິດ ຂອງການຈັດສັນພູລໍາເນົາຂອງແຂວງໄຊຍະບູລີ ຊຶ່ງຍາມໃດ ຄະນະພັກ-ອົງການປົກຄອງເມືອງພວກເຮົາ ກໍ່ໄດ້ພະຍາຍາເລັ່ງໃສ່ ຍົກຍ້າຍໄປຢູ່ບ່ອນທີ່ມີເງື່ອນໄຂບ່ອນທີ່ໄດຮັບການພັດທະນາ.

ໂອກາດນີ້, ທິມງານຂອງເມືອງ ກໍຄື: ຂະແໜງການທີ່ກ່ຽວຂ້ອງ ໄດ້ພັດປ່ຽນກັນອະທິບາຍເຖິງຈຸດປະສົງຂອງການມາຢ້ຽມຢາມ ເພື່ອກະກຽມຈະຍົກຍ້າຍພໍ່ແມ່ປະຊາຊົນໄປດຳລົງຊີວວິດຢູ່ບ້ານຈັດສັນໃໝ່ເຂດບ້ານທ່າຊວ່າງ. ຫຼັງຈາກນັ້ນ, ທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ອົງການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມຜູ້, ຊົງຄຸນວຸດທິ ທີ່ຕາງໜ້າໃຫ້ປະຊາຊົນພາຍໃນບ້ານ.

ເຊິ່ງກ່ອນອື່ນທ່ານໄດ້ຢື້ຢາມຖາມຂ່າວ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆ ພາຍໃນບ້ານ, ພ້ອມທັງໄດ້ເໜັ້ນໜັກໃຫ້ຄະນະພັກ-ອົງການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ ຈົ່ງນໍາເອົາເນື້ອໃນຈິດໃຈຂອງການປະຊຸມຄັງນີ້ ໄປເລົ່າຕໍ່ໃຫ້ລູກຫຼານຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນການຍົກຍ້າຍບ່ອນຢູ່ອາໄສ ໄປດຳລົງຊີວວິດຢູ່ບ້ານຈັດສັນໃໝ່ ທີ່ພັກ-ລັດຈັດສັນໃຫ້, ຕ້ອງມີຄວາມຕັດສິນໃຈ ນໍາພາປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງບ້ານເປັນຕົ້ນແມ່ນ:

SA Game
News.XBL

ຮີດຄອງປະເພນີອັນດີງາມ, ຄວາມດຸໝັ່ນ ແລະ ຄວາມສາມັກຄີ, ປັບປຸງກົງຈັກການຈັດຕັ້ງບ້ານໃຫ້ມີຄວາມເຂັ້ມແຂງເປັນແບບຢ່າງນໍາໜ້າທີ່ດີໃຫ້ກັບປະຊາຊົນພາຍໃນບ້ານ, ເອົາໃຈໃສ່ສຶກສາອົບຮົມລູກຫຼານໃຫ້ເປັນຄົນດີ, ບໍ່ໃຫ້ໄປຫຍຸ້ງກ່ຽວກັບຢາເສບຕິດ, ສົ່ງເສີມລູກຫຼານບ້ານໃຫ້ທໍາການຜະລິດໂດຍການປູກຝັງ ແລະ ລ້ຽງສັດ ຕາມພູມສັນຖານຂອງບ້ານໃຫ້ຫຼາຍຂຶ້ນ, ສືບຕໍ່ປົກປັກຮັກສາປ່າໄມ້ຕິດພັນກັບການປູກໄມ້ໃຫ້ເປັນປ່າ. ພ້ອມດຽວກັນກໍ່ຕ້ອງເອົາໃຈໃສ່ໃນການປ້ອງກັນບໍ່ໃຫ້ມີໄຟໄໝ້ລາມປ່າ ໃນຂອບເຂດຄວາມຮັບຜິດຊອບຂອງບ້ານດ້ວຍຄວາມຮັບຜິດຊອບສູງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: News.XBL