ບຸນນະມັດສະການພຣະທາດປວກ ປີ 2023 ເມືອງຄອບ ໄຊຍະບູລີ

SA Game

News.XBL

ເມືອງຄອບ ແຂວງໄຊຍະບູລີ ເປີດງານບຸນນະມັດສະການພຣະທາດປວກ ຄັ້ງທີ 10 ປະຈໍາປີ 2023.

ໃນຕອນເຊົ້າຂອງວັນທີ 20 ມີນາ 2023 ນີ້ ບຸນນະມັດສະການພຣະທາດປວກ ປະຈໍາປີ 2023 ຂອງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດຂື້ນຢ່າງເປັນທາງການ.

ພາຍຫຼັງມີການຄົບງັນມາເປັນເວລາຫຼາຍວັນ ຢູ່ທີ່ເດີນໃຫຍ່ຜາມໄຊພຣະທາດປວກ ເມືອງຄອບ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແລະ ປະທານຄະນະສະມາຊິກສະພາປະຊາຊົນແຂວງໄຊຍະບູລີ, ມີທ່ານ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄອບ, ມີບັນດາການນໍາຂອງແຂວງ, ຂອງເມືອງ, ແຂກທີ່ຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມຢ່າງຄຶກຄື້ນ.

ໃນພິທີ ໄດ້ມີການແຫ່ກ້ອນກໍາລັງແຕ່ລະບ້ານພາຍໃນເມືອງຈໍານວນ 10 ຂະບວນ, ກ້ອນກໍາລັງຊາວໜຸ່ມ-ເຍົາວະຊົນ 1 ຂະບວນ ແລະ ຊົມການສະແດງສິລະປະວັນນະຄະດີ 3 ລາຍການ. ຈາກນັ້ນ ທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງໆຄອບ ປະທານຈັດງານບຸນນະມັດສະການພຣະທາດປວກ ກໍໄດ້ຂື້ນລາຍງານການກະກຽມຈັດງານບຸນນະມັດສະການພຣະທາດປວກ ປະຈໍາປີ 2023 ໂດຍກ່າວວ່າ:

SA Game
News.XBL

ຄະນະຮັບຜິດຊອບແມ່ນໄດ້ແບ່ງຄວາມຮັບຜິດຊອບກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນໄດ້ສຸມໃສ່ຂະບວນການຮອບດ້ານເຊັ່ນ: ຂະບວນການປ້ອງກັນຄວາມສະຫງົບ, ນໍາພາຂະບວນການອະນາໄມປະດັບປະດາຕົບແຕ່ງ, ແສງ, ສີ, ແສງ, ຂະບວນສິລະປະວັນນະຄະດີ, ຂະບວນກ້ອນກໍາລັງແຕ່ລະບ້ານ ແລະ ອື່ນໆ ພ້ອມທັງກ່າວຕື່ມວ່າ ການຈັດງານບຸນນະມັດສະການພຣະທາດປວກໃນປີນີ້ໄດ້ກໍານົດກິດຈະກໍາຕ່າງໆຄື:

ພິທີກໍາທາງສາສະໜາ, ຂະບວນແຫ່ກ້ອນກໍາລັງ ແລະ ປະດັບປະດາແສງສີຕ່າງໆ, ການສະແດງສິລະປະວັນນະຄະດີ ແລະ ປະກວດນາງສາວງາມ, ການປະກວດອາຫານພື້ນບ້ານ ແລະ ການວາງສະແດງສິນຄ້າ ຕະຫລາດນັດ

ໃນໂອກາດນີ້ ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງໆຄອບ ກໍໃຫ້ກຽດຂື້ນກ່າວເປີດງານບຸນນະມັດສະການພຣະທາດປວກ ປະຈໍາປີ 2023 ຢ່າງເປັນທາງການ ພ້ອມທັງເຊີນຄະນະປະທານຮ່ວມລັ່ນຄ້ອງ 9 ບາດ, ຕັດແຖບຜ້າເປີດງານບຸນນະມັດສະການພຣະທາດປວກ. ພ້ອມດຽວກັນກໍໄດ້ມີການມອບຂອງທີ່ລະນຶກ, ມອບໃບສົມມະນາບຸນຄຸນ, ຂື້ນບູຊາພຣະທາດປວກ, ທ່ຽວຊົມຕະຫລາດນັດ ແລະ ຊິມອາຫານພື້ນບ້ານຢູ່ຂ້າງຜາມໄຊນໍາອີກ.

SA Game
News.XBL

ຈຸດປະສົງຂອງການຈັດງານບຸນດັ່ງກ່າວກໍເພື່ອ ເປັນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ-ຮີດຄອງປະເພນີ ຂອງເມືອງຄອບ ເປັນຕົ້ນແມ່ນຄວາມຫລາກຫລາຍສີສັນທາງດ້ານວັດທະນະທໍາ-ປະເພນີ, ວິທີການດໍາລົງຊີວິດ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ການນຸ່ງຖື, ຂະນົບທໍານຽມ, ຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ, ຊັບໃນດິນສິນໃນນໍ້າ, ເພື່ອຮັດແໜ້ນຄວາມສາມັກຄີປອງດອງໃນຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຂອງຊາວເມືອງຄອບ ແຂວງໄຊຍະບູລີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: News.XBL