ເຂົ້າໜົມປາດ ຂອງ​ຫວານ​ອາ​ຫານ​ລາວທີ່​ມີ​ມາ​ຫລາຍ​ຍຸກ​ຫລາຍ​ສະ​ໄໝ.

SA Game

ພາບ​: laoedaily.com.la

ວິ​ທີ​ການ​ເຮັດ ເຂົ້າ​ໜົມ​ປາດ​ສູດ​ແບບ​ລາວໆ​ທີ່​ທຸກ​ຄົນ​ຕ້ອງ​ເຄີຍ​ກິນ.

ຖ້າ​ຈະ​ເວົ້າ​ເລື່ອງ​ອາ​ຫານ​ເຂົ້າ​ໜົມ​ຂອງ​ຫວານ​ຕ່າງໆ​ຖື​ວ່າ​ມີ​ມາ​ຢ່າງ​ຍາວນ​ານ​ແລ້ວ​ເຊິງ​ຫລາຍ​ຄົນ​ກໍ​ເຮັດ​ຫລາກ​ຫລາຍ​ແຕກ​ຕ່າງ​ກັນ​ໄປ ຕາມ​ຮີດ​ຄອງ​ປະ​ເພ​ນີ​ຫລາຍ​ແຕ່​ລະ​ຊົນ​ຊາດ​ຊົນ​ເຜົ່າ ແລະ ທັງ​ມີ​ເອ​ກະ​ລັກ​ຂອງ​ໃຜ​ລາວ.

ເປັນ​ໂອ​ກາດ​ທີ່​ດີ, ມື້ນີ້ໄດ້ນຳເອົາສູດຂອງຫວານມາຝາກມາຕ້ອນທຸກທ່ານ ຂອງຫວານທີ່ມັນແໜ້ນ ມີສີຂຽວງາມ ແລະ ແຊບ ນັ້ນກໍຄືເຂົ້າປາດທີ່ເຮັດມາຈາກແປ້ງສິງກະໂປ ແລະ ແປ້ງເຂົ້າຈ້າວ, ເຊື​ອ​ແນ​ວ່າລູກຫຼານທີ່ຢູ່ເຮືອນທ່ານຕ້ອງມັກກິນ ແລະ ຕິດ​ໃຈ​ຢ່າງ​ແນນອນ​ດ້ວຍ​ຄວາມ​ຫອມ​ຫວານ​ໜ້າ​ຮັບ​ປະ​ທານ​ຂອງ​ເຂົ້າ​ໜົມ​ປາດ​ນີ້.

SA Game
ພາບ​: laoedaily.com.la

ເຊິງເຂົ້າໜົມປາດນີ້​ຈະມີກິ່ນຫອມຈາກໃບເຕີຍ ແລະ ມີຄວາມຫອມຂອງໝາກພ້າວຂູດ ເຮັດໃຫ້ເຂົ້າກັນດີ. ​ຂັ້ນ​ຕອນການເຮັດນີ້ອາດ​ຈະຕ້ອງໃຊ້​ເວ​ລະ​ແດ່ເນື່ອງ​ຈາກ​ວ່າມັນຕ້ອງໃຊ້ເວລາເພື່ອ​ໃຫ້ມັນເຢັນ ແຕ່ຮັບປະກັນວ່າສົມກັບການລໍຄອຍແນ່ນອນ, ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດເຂົ້າປາດໄປພ້ອມກັນເລີຍ.

ສ່ວນປະສົມ
  • ແປ້ງເຂົ້າຈ້າວ 1/2 ຖ້ວຍ
  • ແປ້ງສິງກະໂປ 1/4 ຖ້ວຍ
  • ເກືອ 1/2 ບ່ວງກາເຟ
  • ກະທິໝາກພ້າວ 1 ປ໋ອງ
  • ນ້ຳໃບເຕີຍ 2 ຖ້ວຍ
  • ກິ່ນໃບເຕີຍ 1 ບ່ວງກາເຟ
  • ນ້ຳຕານ 1 ຖ້ວຍ
  • ໝາກພ້າວຂູດ 1 ຖ້ວຍ
SA Game
ພາບ​: laoedaily.com.la
ວິທີເຮັດ
  • ຂູດໝາກພ້າວຫ້າວ ຫຼື ພ້າວອ່ອນ ( ເລືອກຕາມໃຈມັກ ) ເອົາແຕ່ເນື້ອມັນ.
  • ເຮັດນ້ຳໃບເຕີຍ ໂດຍການປັ່ນໃບເຕີຍໃສ່ນ້ຳແລ້ວໄປຕອງເອົາແຕ່ນ້ຳ.
  • ເອົາຊາມມາປະສົມແປ້ງເຂົ້າຈ້າວ, ແປ້ງສິງກະໂປ ແລະ ເກືອ, ຈາກນັ້ນຄົນໃຫ້ເຂົ້າກັນດີ.
  • ເອົາຊາມອີກອັນໜຶ່ງມາໃສ່ກະທິໝາກພ້າວ, ນ້ຳໃບເຕີຍ, ກິ່ນໃບເຕີຍ ( ສຳເລັດຮູບ ) ແລະ ນ້ຳຕານ ຄົນໃຫ້ເຂົ້າກັນ.
  • ໃສ່ນ້ຳກະທິທີ່ປະສົມນ້ຳໃບເຕີຍນັ້ນລົງໃສ່ຊາມແປ້ງ ແລ້ວຄົນເຂົ້າກັນ.
  • ນຳໄປຕົ້ມໃສ່ໝໍ້ ທຳອິດເຮັດໄຟແຮງຈົນແປ້ງມັນເລີ່ມຂຸ້ນ ແລ້ວໃຫ້ຫຼຸດໄຟອ່ອນ ຕົ້ມຕໍ່ປະມານ 8 – 10 ນາທີ, ສັງເກດມັນຈະແຂ້ນ ແລະ ເປັນເນື້ອມັນໆຖືວ່າສຸກ.
  • ທານ້ຳມັນໃສ່ຖາດ ແລ້ວຖອກນ້ຳເຂົ້າປາດທີ່ຕົ້ມນັ້ນລົງ ປະໃຫ້ເຢັນ 1 ຊົ່ວໂມງ, ຈາກນັ້ນໄປໃສ່ຕູ້ເຢັນຕໍ່ອີກ 2 ຊົ່ວໂມງ ຈົນມັນແໜ້ນດີ.
  • ນຳມາຕັດເປັນຕ່ອນ ແລ້ວໂຮຍໝາກພ້າວຂູດໃສ່ ພ້ອມຮັບປະທານໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la