ຈຳປາສັກ ເມືອງ​ແຫ່ງສະຖານທີ່ທ່ອງທ່ຽວທີ່​ສວຍ​ງາມ​ທີ່​ສຸດ​ໃນ​ລາວ

SA Game

ພາບ​: laoedaily.com.la

ຈຳປາສັກ ມີສະຖານທີ່ທ່ອງທ່ຽວໂດດເດັ່ນຫຼາຍແຫ່ງ ທີ່​ໜ້າ​ທ່ຽວ.

ຄິດ​ວ່າ​ຫລາຍໆ​ທ່ານ​ຄົງ​ຈະ​ຮູ້​ຢູ່​ແລ້ວ​ວ່າ ແຂວງ​ຈຳ​ປາ​ສັກ​ແມ່ນ​ເປັນ​ແຂວງ​ໜືງ​ທີ່​ມີ່​ແຫລ່ງ​ທອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຫລາຍ​ແຫ່ງ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ວັດ​ທະ​ນາ​ທຳ, ສິ​ລະ​ປະ ແລະ ທຳ​ມະ​ຊາດ ທີ່​ໜ້າ​ທ່ຽວ​ຊົມ.

ເຊິງວ່າແຂວງຈຳປາສັກມີທ່າແຮງທາງດ້ານການທ່ອງທ່ຽວ ນອກຈາກຈະເປັນການທ່ອງທ່ຽວທີ່ຕິດພັນກັບລຳນໍ້າຂອງທີ່ມີຄວາມງົດງາມ ແລະ ຂຶ້ນຊື່ລືຊາ ເຊັ່ນ: ຄອນພະເພັງ, ຕາດສົມພະມິດ ແລະ ເກາະດອນທີ່ມີຊື່ສຽງແລ້ວ ຍັງມີບັນດານໍ້າຕົກຕາດທີ່ງົດງາມ ແລະ ມີສະຖານທີ່ທ່ອງທ່ຽວປະຫວັດສາດທີ່ເປັນມໍລະດົກໂລກອີກ.

SA Game
ພາບ​: laoedaily.com.la

ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ທ່ານ ໂສມ ບຸດຕະກຸນ ກ່າວວ່າ: ແຂວງຈຳປາສັກ ກຳນົດເປັນ 4 ເຂດການພັດທະນາທ່ອງທ່ຽວ, ແຫຼ່ງທ່ອງທ່ຽວທົ່ວແຂວງ ມີ 216 ແຫ່ງ. ໃນ  ນີ້, ສະຖານທີ່ທ່ອງທ່ຽວທຳມະຊາດ 116 ແຫ່ງ; ດ້ານວັດທະນະທຳ 40 ແຫ່ງ ແລະ ດ້ານປະຫວັດສາດ 60 ແຫ່ງ. ການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ 8 ເຫັນວ່າວຽກງານການທ່ອງທ່ຽວ ພວກເຮົາສາມາດດຶງດູດເອົານັກທ່ອງທ່ຽວໄດ້ 3.380.000 ຄົນ, ແຕ່ມາຮອດທ້າຍຂອງການປະຕິບັດແຜນດັ່ງກ່າວ ເນື່ອງຈາກການກະທົບຂອງພະຍາດໂຄວິດ – 19 ເຮັດໃຫ້ພວກເຮົາບໍ່ສາມາດບັນລຸຕາມແຜນ 17%.

ຄາດໝາຍຕົວເລກນັກທ່ອງທ່ຽວໃນປີ 2020 ມີ 1,4 ລ້ານກວ່າຄົນ, ແຕ່ຄວາມເປັນຈິງແມ່ນມີແຕ່ 2 ເດືອນຕົ້ນປີທີ່ມີນັກທ່ອງທ່ຽວເຂົ້າມາ ພຽງແຕ່ 3 ແສນກວ່າຄົນ, ມາຮອດປັດຈຸບັນພວກເຮົາກໍມີການທ່ອງທ່ຽວພາຍໃນ ໂດຍສະເພາະແມ່ນເງື່ອນໄຂການເປີດໃຫ້ໄປ – ມາຫາສູ່ກັນໄດ້ ກໍມີການມາຈັດປະຊຸມສຳມະນາ, ວັນພັກຕ່າງໆກໍມີນັກທ່ອງທ່ຽວຈາກບັນດາແຂວງຕ່າງໆເຂົ້າມາທ່ຽວຊົມ.

ທ່ານກ່າວຕື່ມວ່າ: ໃນເງື່ອນໄຂທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ມີບາງສະຖານທີ່ໂຮງແຮມ ໂດຍສະເພາະໂຮງແຮມທີ່ໃຫ້ບໍລິການນັກທ່ອງທ່ຽວຕ່າງປະເທດໂດຍກົງກໍສະເໜີປິດບໍລິການ, ແຕ່ບາງເຂດທີ່ຍັງເປັນຈຸດນັກທ່ອງທ່ຽວຕ່າງປະເທດພັກຫຼາຍຄື ບ້ານຄອນດອນເດດ ກໍຍັງເປີດໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ຍັງຄ້າງຢູ່, ພາຍຫຼັງທີ່ໄດ້ຮັບຜົນກະທົບດັ່ງກ່າວພວກເຮົາກໍໄດ້ສົມທົບຜູ້ປະກອບການສະມາຄົມນັກທຸລະກິດໂຮງແຮມ, ຮ້ານອາຫານ ເພື່ອສຳຫຼວດຄືນວ່າມີຈັກຫົວໜ່ວຍ, ຈັກຈຸດບໍລິການທີ່ບໍ່ສາມາດເຄື່ອນໄຫວໄດ້ ແລະ ຫົວໜ່ວຍໃດເຄື່ອນໄຫວບໍ່ໄດ້.

ເພື່ອກະຕຸ້ນໃຫ້ແກ່ການທ່ອງທ່ຽວພາຍໃນ ແລະ ຮອງຮັບໃຫ້ແກ່ເງື່ອນໄຂເປີດປະເທດໃນຕໍ່ໜ້າ ໂດຍການມີສ່ວນຮ່ວມໂດຍກົງຈາກກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ພວກເຮົາໄດ້ຈັດອົບຮົມໃນ 7 ມາດຕະຖານອາຊຽນ ທີ່ກ່ຽວຂ້ອງກັບເຮືອນພັກ, ໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວແບບມີສ່ວນຮ່ວມຕ່າງໆ ແມ່ນໄດ້ດຳເນີນການສຳເລັດແລ້ວ.

ອີກດ້ານໜຶ່ງພວກເຮົາກໍໄດ້ສົມທົບກັບສະມາຄົມທຸລະກິດການທ່ອງທ່ຽວຈັດທົວທ່ອງທ່ຽວຈາກນະຄອນຫຼວງວຽງຈັນ ຜ່ານສາຍການບິນລາວ 1 ຄັ້ງ. ພ້ອມນີ້, ໄດ້ຈັດທົວທ່ອງທ່ຽວ 4 ແຂວງພາກໃຕ້.

SA Game
ພາບ​: laoedaily.com.la

ເພື່ອເປັນການກະຕຸ້ນໃຫ້ເກີດມີການທ່ອງທ່ຽວທັງສະເພາະໜ້າ ແລະ ຍາວນານ ເຖິງຈະເປັນໃນສະພາບເງື່ອນໄຂການນຳໃຊ້ມາດຕະການຄວບຄຸມການລະບາດໂຄ  ວິດ – 19 ແລະ ມາດຕະການອື່ນໆ ຂ້າພະເຈົ້າເຊື່ອໝັ້ນວ່າໃນເງື່ອນໄຂທີ່ພວກເຮົາມີການປັບປຸງພື້ນຖານໂຄງລ່າງ, ການປັບປຸງຂອດການບໍລິການ, ການສ້າງຈຸດເຊື່ອມຈອດກັນລະຫວ່າງແຫຼ່ງທ່ອງທ່ຽວພາຍໃນແຂວງ ແລະ ບັນດາແຂວງພາກໃຕ້ ກໍສາມາດຮັບຮອງໄດ້ໃຫ້ແກ່ການທ່ອງທ່ຽວພາຍໃນ.

ດັ່ງນັ້ນ, ກໍຂໍເຊີນຊວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ຍັງອາໄສຢູ່ລາວ ຂໍໃຫ້ສ້າງເງື່ອນໄຂຈັດເວລາ ເພື່ອໃຫ້ເກີດການມາທ່ຽວຊົມຢ້ຽມຢາມບັນດາແຂວງພາກໃຕ້ ກໍຄືສະຖານທີ່ທ່ອງທ່ຽວຢູ່ແຂວງຈຳປາສັກ ບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທຳ, ທຳມະຊາດ ແລະ ກະສິກຳລໍຖ້າໃຫ້ທ່ານມາສຳຜັດ.ທ່ານ ໂສມ ບຸດຕະກຸນ ກ່າວຕື່ມວ່າ: ສຳລັບທິດທາງແຜນການຕໍ່ໜ້າພວກເຮົາຈະເນັ້ນກິດຈະກຳທ້ອງຖິ່ນທີ່ຕິດພັນກັບມູນເຊື້ອ, ທາງດ້ານວັດທະນະທຳ ຫຼື ກິດຈະກຳທາງດ້ານການຜະລິດເປັນສິນຄ້າ ເພື່ອໃຫ້ເກີດການທ່ອງທ່ຽວໂດຍຜ່ານກິດຈະກຳຈັດງານເທສະການຕ່າງໆ ເຊັ່ນ: ບຸນມະໂຫ ລານກາເຟ, ບຸນຊ່ວງເຮືອດອນໂຂງ, ກະກຽມບຸນວັດພູຈຳປາສັກ ແລະ ມີກິດຈະກຳຢູ່ບັນດາເມືອງຕ່າງໆ ຄື: ເມືອງບາຈຽງຈະເລີນສຸກ, ເມືອງປະທຸມພອນ, ເມືອງໂພນທອງ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la