ປະຫວັດ ວັດປ່າເລໄລ ເມືອງຫາດຊາຍຟອງ ເມືອງເກົ່າອາຍຸຫຼາຍກວ່າ 1000 ປີ

SA Game

ວັດປ່າເລໄລ ຊາຍຟອງ

ຫໍກອງທີ່ສູງທີ່ສຸດໃນລາວ ວັດປ່າເລໄລ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເມືອ​ເຫັນ​ຫໍ​ກອງ​ຂອງວັດ​ປ່າ​ເລ​ໄລແລ້ວ​ກໍ​ຄິດ​ໄດ້​ວ່າ​ເປັນ​ຕາ​ອີ​ດູ​ຕົນ​ຈົວ​ນ້ອຍ​ທີ່​ຂື້ນ​ໄປ​ຕີ​ກອງ​ແຕ່​ລະ​ມື້​ໃຫ້​ດັ່ງ​ກ້ອງ​ໄປ​ທົ່ວ ແລະ ບັນ​ດາ​ຍາດ​ໂຍມ​ທັງ​ຫລາຍ​ໄດ້​ຮັບ​ຮູ້​ນຳ​ກັນ, ແຕ່​ຈົວ​ກໍ​ຍິນ​ດີ​ທີ່​ຈະ​ເຮັດ​ໜ້າ​ທີ່​ດັ່ງ​ກ່າວ​ເພືອ​ໃຫ້​ໄດ້​ຍິນ​ສຽງ​ກອງ​ໃຫ້ກ້ອງ​ກັງ​ວານ ແລະ ໃຫ້​ໄດ້​ຍິນ​ທົ່ວ​ເຖິງສະ​ຫວັນ​ຊັ້ນ​ເຈັດ.

​ຖ້າ​ຈະ​ເວົ້າ​ແລ້ວ​ວັດ​ອັນ​ເກົ່າ​ແກ່​ແຫ່ງ​ນີ້​ກໍ​ບໍ່​ໄດ້​ໄກ​ໄປ​ຈາກ​ຕົວ​ເມືອງ​ນະ​ຄອນ​ຫລວງວຽງ​ຈັນ​ຫລາຍ​ປານ​ໃດ, ເຊິງວັດປ່າເລໄລ ສີວິໄລ ຕັ້ງຢູ່ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍທ່ານສາມາດເດີນທາງໄປຕາມເສັ້ນທາງບ້ານຫ້ອມ ຈົນສຸດເສັ້ນທາງຄອນກີດ ແລ້ວລ້ຽວຊາຍໄປອີກ ປະມານ 3 ກິໂລແມັດ ກໍ່ຈະເປັນປ້າຍທາງເຂົ້າວັດແຫ່ງນີ້, ເຊິງ​ບັນ​ດາ​ທ່ານ​ສາ​ມາດ​ໄປ​ທ່ຽວ​ຊົມ​ໄປ​ສັກ​ກະ​ລະ​ບູ​ຊາ​ກາບ​ໄວ້​ໄດ້​ເພື່ອ​ເປັນ​ສິ​ລິ​ມົງ​ຄົນ ແລະ ຊົມ​ສິນ​ລະ​ປະ​ຄວາມ​ສວຍ​ງາມ​ຂອງວັດ​ແຫ່ງ​ນີ້.

SA Game
ວັດປ່າເລໄລ ຊາຍຟອງ

ວັດປ່າເລໄລ ຕາມການເລົ່າຂອງເຈົ້າອະທິການວັດ ໄດ້ໃຫ້ຮູ້ວ່າ ສະຖານທີ່ແຫ່ງນີ້ ແມ່ນມີອາຍຸມາຫຼາຍກວ່າ 1000 ປີ ສ້າງຂຶ້ນໃນສະໄໝພະເຈົ້າໄຊວໍລະມັນ ສະໄໝຂອມ ມີປະຫວັດຄວາມເປັນມາຍາວນານ ມີປະຕິສັງຂອນເປັນວັດວາອາຣາມເກົ່າແກ່ ຢູ່ໃນບໍລິເວນຮົ່ວສວນຂອງປະຊາຊົນ.

SA Game
ວັດປ່າເລໄລ ຊາຍຟອງ

ຕົກມາໃນສະໄໝຂອງເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມອານາຈັກລາວລ້ານຊ້າງ ສະຖານທີ່ແຫ່ງນີ້ ໄດ້ມີຄວາມຮຸ່ງເຮືອງທາງດ້ານພຣະພຸດທະສາສະໜາ ຕົກມາສະໄໝຂອງພະເຈົ້າໄຊຍະເສດຖາທິລາດ ກໍ່ໄດ້ມີຄວາມຮຸ່ງເຮືອງທາງດ້ານພຣະພຸດທະສາສະໜາ ແລະ ໄດ້ສ້າງສາມາເລື້ອຍໆຈົນຮອດສະໄໝເຈົ້າອານຸວົງ ເຮັດໃຫ້ສະຖານທີ່ແຫ່ງນີ້ ຖືກທຳລາຍດ້ວຍສົງຄາມ ແລະ ໄພທຳມະຊາດຕ່າງໆ ເພາະວ່າໃກ້ກັບແມ່ນໍ້າຂອງ ແລະ ເຮັດໃຫ້ມີນໍ້າຖ້ວມຢູ່ເປັນປະຈໍາ ຈົນຫຼົງເຫຼືອເລັກໜ້ອຍ.

SA Game
ວັດປ່າເລໄລ ຊາຍຟອງ

ເຊິ່ງມາຮອດປະຈຸບັນ ໄດ້​ມີ​ການ​ປັບ​ປຸງ​ປົວ​ແປງ​ແດ່​ແລ້ວ ແລະ ໄດ້ມີການສ້າງສິມໃໝ່ ກວມເອົາພື້ນທີ່ສິມເກົ່າທີ່ໄດ້ຖືກທຳລາຍໄປແລ້ວນັ້ນ ແຕ່ຍັງສ້າງບໍ່ສຳເລັດ ແລະ ໄດ້ມີການສ້າງຫໍກອງເຈັດຊັ້ນຂຶ້ນມາໃໝ່ອີກດ້ວຍ.

SA Game
ວັດປ່າເລໄລ ຊາຍຟອງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.