ສຳ​ເລັດ​ແລ້ວ! ການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ສຳເລັດ 100%

SA Game

ອິນ​ໄຊ​ລາວ.

ມາ​ເບິງຫໍຫຼັກເມືອງ ແຂວງໄຊສົມບູນ ທີ່​ຫາ​ກໍ​ສ້າງສຳເລັດ ຫຼັງຈາກໃຊ້ເວລາກໍ່ສ້າງ ເກືອບ5 ປີ.

ຫໍ​ຫລັກ​ເມືອງ​ແຂວງ​ໄຊ​ສົມ​ບູນ​ໄດ້​ກໍ​ສ້າງ​ມາ​ໄດ້​ໄລ​ຍະ​ໜຶ່ງ​ແລ້ວ​ການ​ກໍ​່ສ້າງໄດ້​ເລີມ​ລົງ​ມື​ແຕ່​ປີ 2016 ແລະ ປະ​ຈຸ​ບັນ​ຖືກວ່າ​ສຳ​ເລັດ​ແລ້ວ 100%, ໃນ​ ວັນທີ 21 ກໍລະກົດ ນີ້ ກອງປະຊຸມ ຄະນະກຳມະການຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ

ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງໄຊສົມບູນ, ທັງເປັນຫົວໜ້າຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການກໍ່ສ້າງຫໍຫຼັກເມືອງ, ມີທ່ານ ຕົ່ງມົວ ຊົວໂກ້, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ຮອງຫົວໜ້າຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການກໍ່ສ້າງຫໍຫຼັກເມືອງ

SA Game
ອິນ​ໄຊ​ລາວ.

ທັງເປັນເຈົ້າຂອງໂຄງການ, ທ່ານ ສົມບູນ ສອນລິດທິເດດ, ຫົວໜ້າຫ້ອງວ່າການ ແຂວງ ພ້ອມດ້ວຍຄະນະກຳມະການທີ່ກ່ຽວຂ້ອງ, ບໍລິສັດທີ່ປຶກສາໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການ ຈາກທ່ານ ທົງສະຫວັນ ໂພສະລາດ, ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຊຶ່ງໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 1 ມັງກອນ 2016 ເປັນຕົ້ນມາ

ໂດຍແມ່ນບໍຊລິສັດ ພັດທະນາພູເບ້ຍ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ ທັງໝົດ ຈຳນວນ 25,598,000,000,00 ກີບ

ມາຮອດປັດຈຸບັນສຳເລັດແລ້ວ 100% ໂດຍນຳໃຊ້ເວລາການກໍ່ສ້າງຕົວຈິງ 55 ເດືອນຊຶ່ງຫໍຫຼັກເມືອງປະກອບມີ 2 ຊັ້ນ, ກວ້າງ 31 ແມັດx 31 ແມັດ, ສູງ 25 ແມັດ ຈາກລະດັບໜ້າດິນ, ເປັນໂຄງສ້າງປະກອບເປຕົງເສີມເຫຼັກທັງໝົດ, ຫຼັງຄາມຸງດ້ວຍດິນຂໍ-ໂຄງເຫຼັກ 3 ຊັ້ນ, ພື້ນປູດ້ວຍກະໂລຫີນເຜົາ, ມີລະບົບລະບາຍນໍ້າອອກ, ລະບົບໄຟຟ້າ, ລະບົບກະຈາຍສຽງ, ຮູບຊົງອາຄານເປັນເອກະລັກຊົງລາວ, ຕົບແຕ່ງລວດລາຍທັງພາຍໃນ ແລະ ນອກອາຄານ, ມີແຜນຜັງທາງດ້ານສະຖາປັດຕະຍະກຳ ແລະ ເຕັກນິກໂຄງສ້າງຢ່າງລະອຽດ.

SA Game
ອິນ​ໄຊ​ລາວ.

ພ້ອມນີ້ ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງໂຄງການກໍ່ສ້າງຫໍຫຼັກເມືອງ ຈາກບໍລິສັດ ທີ່ປຶກສາໂຄງການ ແລະ ບໍລິສັດ ຜູ້ຮັບເໝົ່າກໍ່ສ້າງ ຕື່ມອີກ.

ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນ ຢ່າງກໍໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ ກໍເພື່ອພ້ອມກັນຄົ້ນຄວ້າ ແລະ ເອກະກພາບກ່ຽວກັບການລົງກວດກາ ຜົນສຳເລັດໂຄງການກໍ່ສ້າງ 100%.

ຈາກນັ້ນ ຄະນະກຳມະການທັງໝົດ ໄດ້ພ້ອມກັນລົງກວດກາສະຖານທີ່ກໍ່ສ້າງຕົວຈິງ.ຊຶ່ງພາຍຫຼັງສຳເລັດແລ້ວຫໍຫຼັກເມືອງແຫ່ງນີ້ຈະກາຍເປັນສະຖານທີ່ສັກສິດ ແລະ ສັກກາລະບູຊາ ຂອງເມືອງອະນຸວົງ ກໍຄືແຂວງໄຊສົມບູນ ໃນອະນາຄົດ ທັງເປັນສະຖານທີ່ທ່ອງທ່ຽວ ທີ່ສວຍງາມທາງດ້ານວັດທະນະທຳ ແລະ ສະຖາປັດຕະຍະກຳທີ່ເປັນກະລັກ ນອກນີ້ ແຂວງໄຊສົມບູນກໍຈະມີໃບໜ້າອັນໃໝ່ທີ່ມີຫໍຫຼັກເມືອງຕັ້ງສະຫງ່າ ອັນເປັນສູນລວມທາງດ້ານຈິດໃຈ ທັງເປັນມູນມໍລະດົກທີ່ສຳຄັນ ແລະ ມິ່ງຂວັນ ຂອງຊາວແຂວງໄຊສົມບູນ ຕະຫຼອດໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.