ຮູ້​ຈັກ​ກັບ​ປະ​ຫວັດ ນະຄອນຫຼວງວຽງຈັນ ສະໄໝອານາຈັກລາວລ້ານຊ້າງ

SA Game

ເວບໄຊຫ້ອງວ່າການປະທານປະເທດ

ມາ​ເບິງປະຫວັດສາດ​ຂອງນະຄອນຫຼວງວຽງຈັນ ສະໄໝອານາຈັກລາວລ້ານຊ້າງ.

ຖ້າ​ຈະ​ເວົ້າ​ເຖິງ​ເມື່ອງ​ຫລວງໃນ ສ​ປ​ປ ລາວ ກໍ​ຄື ນະຄອນຫຼວງວຽງຈັນ ເຊິງ ຂຽນຕາມເຄົ້າເດີມ: ນຄຣຫຼວງວຽງຈັນທນ໌ ແມ່ນເມືອງຫຼວງຂອງປະເທດລາວອັນເປັນເມືອງໃຫຍ່ທີ່ສຸດຂອງປະເທດ. ຢູ່ທາງຕອນກາງຂອງປະເທດ, ແລະ ມີເນື້ອທີ່3,920 km².

ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ, ພະ​ເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ​ແຕ່​ບໍ່​ ທັນ ​ມີກຳແພງເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນ ເຖິງປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະຄອນຊຽງທອງ (​ເມືອງຫຼວງພະບາງ )​ ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງນີ້ :

SA Game
ເວບໄຊຫ້ອງວ່າການປະທານປະເທດ
  • ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້18 ປີ
  • ພະເຈົ້າສາມແສນໄທ (1372 -1417) ຜູ້​ຈັດ​ລະບຽບ​ການ ​ປົກຄອງລາວ​ຄື​ໃໝ່ (ປົກຄອງໄດ້45 ປີ)
  • ພະເຈົ້າລ້ານຄຳແດງ (1417-1428 ) ປົກຄອງໄດ້11 ປີ
  • ລະຫວ່າງ1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
  • ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້42 ປີ
  • ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້5 ປີ
  • ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້10 ປີ
  • ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້3 ປີ
  • ພະເຈົ້າວິຊຸນນະລາດ (1500 -1520) ປົກຄອງໄດ້20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ.
  • ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້30ປີ.

ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພະ​ອົງ ​ໄດ້​ນຳພາກໍ່ສ້າງ​ ຣາຊະ​ວັງ, ຫໍພະ​ແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ​ພະຍາ​ວັດ ແລະ ວັດອຶ່ນໆ ໃນເຂດນອກ. ສ່ວນວັດສີສະເກດ ​ແຕ່​ກ່ອນແມ່ນ ວັດແສນ ໄດ້​ສ້າງໃ​ນປີ 1521, ວັດ​ໂພ​ນພະ​ເນົາ, ວັດໜອງ​ບອນ ​ກໍ່​ແມ່ນ ​ວັດທີ່​ເກົ່າ​ແກ່ ​ສ້າງກ່ອນປີ 1530.​

ພະອົງກໍ່ໄດ້ໄປສ້າງວັດທີ່ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບຫີນສີລາຈາລຶກຂອງວັດແດນເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ ຕັ້ງໂພນພິໄສ ໃຫ້ເປັນເມືອງຣາຊະທານີແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນພູນເມືອງ ​ທີ່​ໂພນ ​ພິ​ໄສ​ແລ້ວ ເພິ່ນຍັງ​ໄດ້​ສ້າງວັດ ທີ່ໜອງ​ຄາຍອີກ​. (ອີງຕາມຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).

ໃ​ນເວລາ​ຟື້ນຟູຖະໜົນເຊ​ດຖາ​ທິລາດ​ໃນ ວັ​ນທີ 17 ມັງກອນ ປີ 2007 ​ໄດ້​ຄົ້ນພົບຫີນ​ສີ​ລາ​ເລກ ​ແລະ ​ໃບ​ເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອວັດ​ສີ​ເມືອງ ປະມານ 60 ແມັດ, ກົມມໍລະດົກ​ຂອງກະຊວງຖະ​ແຫຼ​ງຂ່າວ ​ແລະວັດທະນະທຳ ແລະ ​ຊ່ຽວຊານ ​ຕ່າງປະ​ເທດ​ໄດ້ ພິສູດ​ເບິ່ງ​ແລ້ວ​​​ເຫັນ ວ່າ​ແມ່ນເສົາ​ຫຼັກ​ເມືອງ ທີ່​ໄດ້ຝັງ​ໄວ້​ແຕ່ ປີ ຄສ 1540 ສະ​ໄໝພະ​ເຈົ້າ​ໂພທິ​ສະ​ລາດ ຍັງມີ​ຊີວິດຢູ່ພຸ້ນ​, ສະນັ້ນ ລັດຖະບານ ​ ສປປລາວ​ຈຶ່ງ​​ໄດ້ຕົກລົງ​ສ້າງ ​ຫໍ​ໄຫ້ວ​ ໃສ່​ສະຖານທີ່​ແຫ່ງນີ້ ​​.

ຕໍ່​ມາໃນ​ວັນທີ 29 ທັນວາ ປີ 2009 ກໍ່​ໄດ້ຄົ້ນ​ພົບອີກ 2 ກຸ່ມຫີ​ນ ໃບ​ເສມາຢູ່ໃກ້ໆ​ກຸ່​ມທີ່​ໄດ້​ຄົ້ນ​ພົບ​ມາກອ່ນ​​ແລ້ວ ຈຶ່ງ​ ຢືນ ຢັ​ນວ່າ ​ແມ່ນສະຖາ​ນທີ່ເສົາ​ຫຼັກ​ເມືອງ​ແທ້. ໃນປີ 1560 ພະ​ເຈົ້າ​ໄຊ​ເຊດ​ຖາ​ທິລາດໄດ້ຍ້າຍ​​ເມືອງຫຼວງຂອງອານາຈັກລາວ ລ້ານຊ້າງມາຕັ້ງ ຢູ່ນະຄອນວຽງຈັນພ້ອມ​ທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ, ສັງ​ລວມ:

ມາຮອດນີ້ ຈິ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກ່ວາ 800 ປີ ແລ້ວ ແລະ ການພັດທະນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະ ມ້າ, ມອນ, ຈີນ ​ແລະ ສະຫຍາມ ​ມາຕະຫຼອດ.

ແຕ່ສິ່ງສຳຄັນທາງ ດ້ານຊີ ວິດຈິດໃຈຂອງ ຊາວວຽງຈັນ ແມ່ນຖືສາສະໜາພຸດເປັນຫຼັກ ປົນເປ​ກັບຮີດຄອງປະ​ເພີ​ນຂອງ​ພາມ, ແຕ່​ຄົນ​ລາວມີສິນທຳປະຈຳໃຈ, ມີນິດໃສ ອ່ອນ ຫວານ , ຈິດ​​ໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮາ​ນໃຜ, ຢູ່ໃນສິນກິນ ໃນທຳແທ້ ດັ່ງຈະສັງເກດເຫັນ ໄດ້ ແຕ່ລະດ້ານດັ່ງຕໍ່ໄປ ນີ້ :

ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກ​ຂອງ​ລາວ​ແຕ່​ໃດ​ມາ.

ການສ້າງ​ຜັງເມືອງ​ : ເມືອງ​ວຽງ​ຈັນ ​ແຕ່​ສະ​ໄໝ​ສີ​ໂຄດ​ຕະບອງມາ​ແມ່ນ​ກວມ​ເອົາ​ທັງ​ຝັ່ງ​ຂວາ ​ຂອງ​ແມ່ນ້ຳຂອງ​ ນຳ​ດ້ວຍ. ສະຖານ​ທີ່ກ້ອງ​ປາກ​ປ່າ​ ສັກນັ້ນແມ່ນ ທີ່​ຕັ້ງຂອງມະ​ເຫ​ສັກຫຼັກ​ເມືອງ​ມາ​ແຕ່​ກ່ອນເພາະວ່າກ່ອ​ນຈະ​ຊ່ວງ​ເຮືອອອກ​ພັ​ນສາທຸກໆ​ປີ ເພິ່ນຕ້ອງ​ມາ​ຄາລະວະ​ບູຊາ ບ່ອນ​ສັກສິດ​ແຫ່ງນີ້ກ່ອນ , ​​ແຕ່​ສະ​ໄໝອານາຈັກ​ລາວ​ລ້າ​ນຊ້າງ ມາຣາຊະ​ວັງ ​ແມ່ນສະຖາ​ນທີ່ຫໍຄຳ​ດຽວ ນີ້.

SA Game
ເວບໄຊຫ້ອງວ່າການປະທານປະເທດ

ສະຖາປັດຕະຍະກຳ

​ໃນເມື່ອ​ກ່ອນນັ້ນບໍ່​ທັນມີ​ຄັນ​ຄູນ້ຳຂອງ​ຈຶ່ງ​ຖ້ວມ​ເມືອງ​ວຽງ​ຈັນ​ເລື້ອຍໆເປັ​ນໄລ ຍະ 20 ຫາ 50 ປີ ສະນັ້ນ ​ເຮືອນ ​ຂອງ​ຊາວ​ວຽງ​ ຈັນ ​ຈຶ່ງ​ແມ່ນ​ເຮືອ​ນທີ່​ມີ​ກ້ອງ​ລ່າງ​ສູງກ່ວາ​ແຫ່ງ​ອື່ນໆ​ເພື່ອ​ອາ​ໄສ​ຢູ່ໃນເວລາ​ນ້ຳຖ້ວມ, ​ເປັນເຮືອນຫຼັງບໍ່ໃຫຍ່​ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງ​ໃຊ້ເພື່ອມ້ຽນເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ​ເປັນ ​ຄອກ​ສັດ, ຕັ້ງກີ່ ຫຼື ເຕົາຫຼໍ່).ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກພ້າວ, ກົກໝາກ, ເຄືອພູ ແລະ ມີສວນຄົວອີກ.

ເຄື່ອງ​ໃຊ້ທີ່ຄົ້ນພົບມີ

ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ເຮັດດ້ວຍທອງສຳ ລິດ, ພ້າ, ຂວານ ທີ່​ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ​ເຮັດດ້ວຍ ເຫຼັກກ້າ.

ອຸປະກອນກໍ່ສ້າງ​ເຮືອ​ຊານນັ້ນ

ຈະ​ເລີ່​ມຈາກໄມ້ປ່ອງ, ຫຍ້າຄາ​ໄປ​ຫາ​ໄມ້​ເນື້ອ​ແຂງ, ​ແລ້ວ​ດິ​ນເຜົາ (ດິນຈີ່ ດິນຂໍ).ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ)ຊຶ່ງເຫັນຢູ່ຕາມພື້ນວັດ​ ແລະ ທາດເກົ່າ: ວັດສີເມືອງ, ວັດ​ອິນແປງ, ວັດ​ໜອງ​ບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ​ແລະຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).

ສິລະປະກຳ

ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ.ສ່ວ​ນສິ​ລະ​ປະ​ຂອງ​ຄົນ ລາວນັ້ນ​ແມ່ນ ການຄວັດ ລາຍໃສ່ໄມ້​, ຫຼໍ່​ພະ, ຄ້ອງ, ​ລະຄັງ ດ້ວຍ​ທອງ, ເຮັດ​ເຄື່ອງ​ເອ້ຍ້ອງ ​​ແລະ ເຄື່ອງ​ໃຊ້​ສອຍ ດ້ວຍທອງສຳລິດ​ແລະ ​ດິນເຜົາ​, ແຕ້ມຮູ​ບ​ສີ ໃສ່​ ຝາ​ວັດ ແລະ ໃຊ້ນ້ຳກ້ຽງເປັນສີທາ​ພື້ນ .

ການຂົນສົ່ງ

ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ​ສົ່ງ ທາງບົກ ແມ່ນ ໃຊ້​ເສັ້ນທາງຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ​ໄປຫາກັນ ເປັນທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.

ພົນລະເມືອງ

ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່​ໃນ ​ເມືອງ​ຈັນທະ​ບູລີ.

ແຫຼ່ງຂໍ້ມູນ: ເວບໄຊ ສຳນັກງານປົກຄອງ ນະຄອນຫລວງວຽງຈັນ