ນະຄອນຫຼວງວຽງຈັນ ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ

SA Game

ເວບໄຊຫ້ອງວ່າການປະທານປະເທດ

ມາ​ເບິ່ງ ນະຄອນຫຼວງວຽງຈັນ ສະໄໝເຈົ້າສຸລິຍະວົງສາ ທຳ​ມິ​ກະລາດ ​ຂຶ້ນຄອງ​ລາດ.

ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ ໃນ​ປີ ພ.ສ 2183 (ຄ.ສ 1631) , ໃນສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ ໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ.ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ.

SA Game
ເວບໄຊຫ້ອງວ່າການປະທານປະເທດ

​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ :

ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ ໃຊ້​ໄດ້​ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ.ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642 -1647 ມີ​ຄະນະ​ ຂອງ ຄຸ​ນພໍ່​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ອັ​ນ ດີງາມທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ວັດທະ ນະທຳ, ​ເປັ​ນໄລຍະ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ.

SA Game
ເວບໄຊຫ້ອງວ່າການປະທານປະເທດ

ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 – 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ​ຕາມ​ລະບອບ​ຣາຊະ​ທາຍາດ (ພໍ່ຕາ​ຍລູກຂຶ້ນ​ແທນ)ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ.ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ຖືກ​ແບ່ງ​ອອກ​ເປັນ​ 3 ອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກລ້ານຊ້າງຫລວງ​ພະ​ບາງ ​ແລະ ອານາລ້ານຊ້າງຈັກ​ຈຳປາ​ສັກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເວບໄຊຫ້ອງວ່າການນະຄອນຫຼວງວຽງຈັນ