ມາ​ຮູ້​ຈັກ​ກັບ ວັດນາກຫໍ່ຜ້າ ຮ່ອງແພ ບ້ານຖິ່ນເພຍ ນະ​ຄອນ​ຫລວງວຽງ​ຈັນ

ມາ​ເບິ່ງປະຫວັດຄວາມເປັນມາຂອງ ວັດນາກຫໍ່ຜ້າ ຮ່ອງແພ ບ້ານຖິ່ນເພຍ ເມືອງຫາດຊາຍຟອງ.

ເມືອ​ເວົ້າ​ເຖິງວັດນາກຫໍ່ຜ້າ ຮ່ອງແພ ບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ​ນີ້, ໄດ້​ມີ​ປະ​ຫວັດ​ຄວາມ​ເປັນ​ມາ​ອາ​ໜ້າ​ອັດ​ສະ​ຈັນ ແລະ ຫລາຍໆ​ທ່ານ​ຄົງ​ຍັງ​ບໍ່​ຮູ້​ວ່າ​ທີ່​ໄປ​ທີ່​ມາ​ມີ​ແນວ​ໃດ​ເຊິ່ງໄດ້​ມີຕຳນານ “ອຸຣັງຄະນິທານ”​ ໄດ້ເລົ່າໄວ້ວ່າ: ເມື່ອກ່ອນມີພຣະອໍຣະຫັນ 3 ອົງ ຄື: ພຸດທະຮັກຂິຕະ, ທໍາມະຮັກຂິຕະ ແລະ ສັງຄະຮັກຂິຕະ. ທີ່ເດິນທາງມາຈາກຊົມພູທະວີບ.

ໄດ້ເຂົ້າມາເຜີຍແຜ່ພຸດທະສາສະໜາສູ່ດິນແດນໃນແຖວປະເທດລາວ ການມາເຜີຍແຜ່ພຸດທະທໍາໃນເຂດແຄວ້ນນີ້ ໂດຍຮີບໂຮມເພື່ອສັງສອນພຣະທໍາ ຈາກຫຼາຍຮ້ອຍຄົນ ຄັດເຂົ້າມາບວດ ຈົນໄດ້ພຣະທີ່ປະຕິບັດດີ ປະຕິບັດຊອບຈຳນວນ 5 ອົງ ຈາກນັ້ນຈຶ່ງສົ່ງພຣະຈຳນວນ 5 ອົງທີ່ຄັດເລືອກນີ້ ໄປສຶກສາພຣະທໍາ ທີ່ເມືອງຣາຊະຄື ອິນເດຍ ພ້ອມດ້ວຍຄະນະ 20 ອົງໄປໃນຄັ້ງນັ້ນດ້ວຍ ຫລັງຈາກ 2 ປີ ຈຶ່ງໄດ້ຮຽນຈົບ ທີ່ເມືອງຣາຊະຄື ທີ່ອິນເດຍແລ້ວ ຈຶ່ງໄດ້ກັບຄືນມາສູ່ດິນແດນບ້ານເກີດໂຕເອງ ໂດຍໄດ້ນຳຫຼັກທໍາຂອງພຣະສໍາມາສໍາພຸດທະເຈົ້າ ແລະ ທີ່ສຳຄັນໄດ້ນຳເອົາພຣະບໍຣົມສາຣິຣິກະທາດຂອງພຣະບໍຣົມສາສະດາ ເຊັ່ນ ກະດູກຫົວເໜົ່າ, ກະດູກແຂ້ວຝາງ ແລະ ອຶ່ນໆ ແລ້ວນໍາມາບັນຈຸໃນອູບມຸງຕາມຖິ່ນແຄວ້ນແຫ່ງນີ້ຄື:

SA Game
Art and Culture of Laos

1.ພຣະທາດຫົວເໜົ່າ ຄື:ພຣະທາດຫຼວງ ນະຄອນຫລວງວຽງຈັນ.
2.ອຸລັງຄະທາດ ຄື:ພຣະທາດພຣະນົມ ນະຄອນພຣະນົມ .
3.ພຣະທາດແຂ້ວຝາງ 3 ອົງ ບັນຈຸໄວ້ທີ່ພຣະທາດໂພນຈິກວຽງງົວ ໜອງຄາຍ .
4.ພຣະທາດແຂ້ວຝາງ 4 ອົງ ຢູ່ທີ່ພຣະທາດຫໍ່ຜ້າ ຮ່ອງແພ ເຂດບ້ານຫ້ອມ ນະຄອນຫລວງວຽງຈັນ
5.ພຣະທາດ ພຣະບາດເບື້ອງຂວາ 9 ອົງ ມາປະດິດສະຖານໄວ້ທີ່ພຣະທາດແຄມນ້ຳຂອງ ພຣະທາດຫຼ້າໜອງ ໜອງຄາຍ(ປະຈຸບັນຈົມຢູ່ກາງນ້ຳຂອງ).
6.ພຣະທາດຫົວເໜົ່າ ຈຳນວນ 29 ອົງ ມາປະດິດສະຖານໄວ້ທີ່ພຣະທາດບັງພວນ ໜອງຄາຍ

ຕົກມາຮອດສະໄຫມ ພຣະເຈົ້າໂພທິສາຣະຣາຊ ເມື່ອ ພສ 2063-2093 ຫຼື ຄສ 1520-1550 ໄດ້ມີພຣະຣາຊະສັດທາອັນແຮງກ້າຕໍ່ພຸດທະສາສາໜາ ຊົງມາບູຣະນະອູບມຸງ ຂອງພຣະທາດແຂ້ວງຝາງ ທີ່ວັດຫໍ່ຜ້າ ຮ່ອງແພນີ້ ໂດຍມີການສ້າງພຣະທາດບົວຫລ່ຽມ ຫຍໍ້ມູມ 20 ກໍ່ກວມອູບມຸງນ້ອຍຂຶ້ນ ຈາກນັ້ນກໍ່ມີການມາສ້າງພຣະພຸດທະຮູບນາກປົກ ປູກຕົ້ນສີມະຫາໂພ.

ປະຈຸບັນນີ້ພຣະທາດທີ່ບັນຈຸພຣະທາດແຂ້ວຝາງອົງທີ່ກ່າວເຖິງນີ້ ແມ່ນບໍ່ມີໃຫ້ເຫັນ ມີແຕ່ຖານຂອງພຣະທາດນີ້ເທົ່ານັ້ນ ເມື່ອກ່ອນມີພຣະອາຈານທີ່ເພິ່ນມາຢູ່ວັດແຫ່ງນີ້ ເພິ່ນໄດ້ພາອ້າຍຈົວມາຖາກຖາງ ແລະ ຂຸດດິນຂ້າງພຣະທາດອົງນີ້ ຈາກນັ້ນພຣະ ຈົວຫມົດວັດບໍ່ສະບາຍ ຈຶ່ງຕ້ອງມາຂໍຂະມາ ລ່າໂທດ ແລະ ສຶບປະຫວັດຄວາມເປັນມາຂອງພຣະທາດດັ່ງກ່າວ ຈຶ່ງຮູ້ວ່າເປັນພຣະທາຕຸທີ່ສຳຄັນ ແລະສັກສິດຫລາຍ.

ນ້ຳສ້າງຂອງວັດດັ່ງກ່າວນີ້ ແມ່ນມີມາເປັນຮ້ອຍໆ ປີມາແລ້ວ ບໍ່ເຄີຍບົກແຫ້ງຈັກເທື່ອ ມີປີຫນຶ່ງ ນ້ຳຂອງຫນອງຄຳແສນຂ້າງໆວັດບົກແຫ້ງ ຈະມີປາຈາກໜອງຄຳແສນມາອາໄສຢູ່ໃນນ້ຳສ້າງດັ່ງກ່າວນີ້

SA Game
Art and Culture of Laos

ພຣະນາກປົກອົງນີ້ທາງຫລັງພຣະຈະມີຮູປະມານທໍ່ແຂນຄົນ ຮູດັ່ງກ່າວຊອດຮອດໜອງຄຳແສນ ຊອດຮອດແຄມຂອງ ຊອດຮອດວັດນາກນ້ອຍ ແຖວຫລັກ 3 ແຖວສະຖານທຸດສິງກະໂປ ( ຂໍສັງເກດ ຮູບຮ່າງພຣະຍານາກປົກພຣະພຸດທະຮູບອົງນີ້ ເປັນແບບລາວບູຮານໂດຍແທ້ຈິງ ກໍ່ຄື ມີຫອນທີ່ຕັ້ງໄປທາງຫນ້າ ເຊິ່ງນາກປະຈຸບັນນີ້ຈະມີຫອນຊີ້ໄປດ້ານຫລັງເປັນສ່ວນຫລາຍ ເພາະຮູບນາກທີ່ງົດງາມ ຫນ້າເກງຂາມ ໃນການຮັກສາພຸດທະສາສະນາ ແລະ ສົ່ງເສີມໃຫ້ພຸດທະສາສະໜາໃຫ້ຈະເຣິນຮຸ່ງເຮືອງໄປຫນ້າເລື້ອຍໆ

ພຣະທາດແຂ້ວຝາງຂອງວັດຫໍ່ຜ້າ ຮ່ອງແພນີ້ ມີການບູຣະນະແຕ່ສະໄຫມພຣະເຈົ້າໂພທິສາຣະຣາຊ ເມື່ອ ພສ 2063-2093 ຫລື ຄສ 1520-1550 ແລະ ດິນແຖວດິນເປັນດິນໃກ້ແຄມຂອງ ໃກ້ແຄມຫນອງຄຳແສນ ເປັນດິນອ່ອນ ເຮັດໃຫ້ພຣະທາຕຸຫລົ້ນລົງ ແລະບໍ່ໄດ້ມີການບູຣະນະນັບແຕ່ນັ້ນມາເລີຍ ຈົນກະທັງຕົກມາຮອດສະໄຫມຝຣັ່ງເສດເຂົ້າມາ ຈຶ່ງມີການມາບູຣະນະປະຕິສັງຂອນຄືນໃຫມ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Art and Culture of Laos.