ຮູບ​ພາບ​ທີ່​ເກົ່າ​ແກ່ ແລະ ການ​ບູ​ລະ​ນະ​ຮັກ​ສາ​ທາດ​ປາກ​ເຂັດ ຫລວງ​ພະ​ບາງ

SA Game

ນະຄອນຫລວງພຣະບາງ Luangprabang City

​ພ​ຣະ​ທາດ​ທີ່​ເກົ່າ​ແກ່​ຂອງ​ນະ​ຄອນ​ຫລວງ​ພະ​ບາງໃນຍຸກປະມານປີ ຄສ 1910s

ຫລວງ​ພະ​ບາງ​ຖື​ວ່າ​ເປັນ​ອີກ​ແຂວງ​ທີ່​ມີ​ປະ​ຫວັດ​ອັນ​ພົ້ນ​ເດັ່ນ ແລະ ຍາວ​ນານ​ມາ​ຫລາຍ​ຮ້ອຍ​ປີ, ບໍ່​ວ່າ​ຈະ​ເປັນ​ວັດ​ວາ​ອາ​ຣາມ​ທີ່​ເກົ່າ​ແກ່​ອັນ​ເປັນ​ສິ່ງ​ທີ່​ສ້າງ​ໄວ້​ແຕ່​ຫລາຍ​ຍຸກ​ຫລາຍ​ສະ​ໄໝ​ຜ່ານ​ມາ ແລະ ອີກ​ອັນ​ໜຶ່ງ​ແຂວງ​ຫລວງ​ພ​ະ​ບາງ​ກໍ​ເປັນ​ເມືອງ​ຫລວງ​ເກົ່າ​ຂອງ​ລາວ​ເຮົາ​ຕັ້ງ​ແຕ່​ສະ​ໄໝ​ເຈົ້າ​ຊິ​ວິດ​ກ່ອນ​ການປົດ​ປ່ອຍ ແລະ ຫລາຍໆ​ສະ​ຖານ​ທີ່​ ລ​ວມ​ທັງ​ວັດ​ທະ​ນາ​ທຳ​ຮີດ​ຄອງ​ປະ​ເພ​ນີ​ເກົ່າໆ​ຍັງ​ຄົງ​ຮັກ​ສາ​ໄວ້ ແລະ ຄົນ​ຮຸນ​ຫລັງ​ສາ​ມາດ​ເບິ່ງເຫັນ​ໄດ້​ດັ່ງ​ທຸກ​ມື້​ນີ້.

ພຣະທາຕຸປາກເຂັດ ຂອງວັດອາຮາມ ອຸຕະມະທານີ ຫລວງພຣະບາງ ໃນຍຸກປະມານປີ ຄສ 1910s ແມ່ນມີຫໍມຸງດີນຂໍ ແລະມີຮູບຊົງທີ່ງົດງາມອ່ອນຊ້ອຍ ຕົກມາຮອດຍຸກປີ 1920-1930s ຫໍມຸງທີ່ເຫັນໃນຮູບແຜ່ນທີ່ຫນຶ່ງນັ້ນກໍ່ມີແລ້ວ ເຫັນແຕ່ຊາກຂອງເສົາ ເປັນຫນ້າເສີຍດາຍທີ່ສຸດ

SA Game
ນະຄອນຫລວງພຣະບາງ Luangprabang City
ທີ່ຜ່ານຂອງກາງເດືອນກໍລະກົດ 2022 ທາງວັດອາຮາມ ກໍ່ໄດ້ມີການບູຣະນະໂດຍລອກປູນທີ່ໂບກອອກ ເພາະຢາງຂອງປູນເລີ່ມບໍ່ຈັບຕົວ ( ໝົດຄຸນແລ້ວ ) ແລະໄດ້ປອກປູນໃຫມ່ໃຫ້ເປັນຮູບຮ່າງລັກສະນະແບບດັ່ງເດີມ ແລະມີພິທີສົມໂພດເມື່ອວັນທີ 11 ສິງຫາ 2022 ຜ່ານມານີ້ເອງ
ແລະຢູ່ດ້ານຫລັງສິມຂອງວັດອາຮາມ ຍັງມີພຣະທາຕຸອີກອົງຫນຶ່ງ ຊື່ວ່າ : ພຣະທາຕຸສຼີບຸນນຳ ໃຜໄດ້ມາຂາບໄຫວ້ກໍ່ຈະມີບຸນນຳສົ່ງຫລັງຈາກອອກຈາກວັດແຫ່ງນີ້ໄປ.
SA Game
ນະຄອນຫລວງພຣະບາງ Luangprabang City

ດັ່ງນັ້ນ ໃນ​ມື້​ນີ້​ກໍ​ໄດ້​ຖື​ເອົາ​ໂອ​ກາດ​ອັນ​ດີ​ທີ່​ຕ້ອງ​ການ​ຈະ​ສົ່ງ​ຕໍ່​ໃຫ້​ປະ​ຊາ​ຊົນ​ລາວ​ທົ່ວ​ໜ້າ​ໄດ້​ຮູ້​ຈັກ ແລະ ສືກ​ສາ​ຕໍ່​ໄປ ຈຶ່ງໄດ້ຄົ້ນເອົາຮູບພາບເກົ່າທີ່ມີການບັນທຶກໄວ້ໃນອະດິດ ຈົນຮອດມື້ສຳເລັດມາໃຫ້ເບິ່ງພັດທະນາການຂອງໄລຍະເວລາຂອງພຣະທາຕຸ ປາກເຂັດ ແລະພຣະທາຕຸປາກຍຳ ຂອງວັດອາຮາມ ອຸຕະມະທານີ ແຫ່ງນີ້ມາໃຫ້ເບິ່ງໃຫ້ຊົມ ໃຫ້ສຶກສາ ສຶບໄປ

SA Game
ນະຄອນຫລວງພຣະບາງ Luangprabang City

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ນະຄອນຫລວງພຣະບາງ Luangprabang City